ຄໍາວ່າ “ສາວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສາວ” ມີຄວາມໝາຍແນວໃດ?

ຄໍາວ່າ “ສາວ” ໝາຍເຖິງຜູ້ຍິງທີ່ຍັງບໍ່ທັນເອົາຜົວ ຫຼື ເອີ້ນຜູ້ສາວ, ຍິງສາວ, ຜູ້ແສ້ຜູ້ສາວ, ແມ່ນາງ ເປັນ ຕົ້ນ ເຊັ່ນ: ຜູ້ສາວສໍ່ານ້ອຍ, ສາວຄ້າງບ້ານ, ສາວແກ່, ສາວຂຶ້ນຄານ, ສາວແມ່ຮ້າງ, ສາວແມ່ໝ້າຍ. ສາວ ເອີ້ນແຕກຕ່າງກັນໄປຕາມອາຍຸ, ສະຖານະ ຫຼື ອາຊີບ ດັ່ງ ສາວນ້ອຍ ຫຼື ສາວສໍ້ານ້ອຍ ແມ່ນສາວຂຶ້ນໃໝ່ ຫຼື ຫາກໍແຕກສາວ ຫຼື ຫາກໍເລີ່ມເປັນສາວ, ສາວພົມມະຈາລີ ແມ່ນສາວບໍລິສຸດ ຫຼື ແມ່ນຜູ້ສາວທີ່ຍັງບໍ່ເສຍ ຕົວ ຫຼື ມີເພດສໍາພັນມາກ່ອນ, ສາວແກ່ ຫຼື ສາວເຖົ້າ ແມ່ນຜູ້ສາວທີ່ຍັງບໍ່ແຕ່ງງານແຕ່ມີອາຍຸຫຼາຍປີ (ບາງ ພື້ນທີ່ເອີ້ນສາວຄ້າງບ້ານ ຫຼື ຂຶ້ນຄານ). ສາວແມ່ຮ້າງ ແມ່ນຄົນທີ່ເຄີຍມີຜົວແຕ່ປະກັນ ຫຼື ຢ່າຮ້າງກັນ, ສາວ ແມ່ໝ້າຍ ແມ່ນຄົນທີ່ເຄີຍມີຜົວ ແຕ່ຜົວຕາຍປະ ຫຼື ເສຍຊິວິດ, ສາວສະໜົມ ແມ່ນສາວຜູ້ປະນິບັດ ຫຼື ດູ ແລເຈົ້າຊີວິດ ຫຼື ຂຸນນາງຊັ້ນຜູ້ໃຫຍ່, ສາວອາກາດ ແມ່ນຜູ້ຍິງທີ່ເຮັດວຽກເປັນສາວແອຮອດສ໌ເຕດ, ສາວ ທະຫານ ແມ່ນຜູ້ສາວທີ່ເຮັດອາຊີບເປັນທະຫານ, ສາວແພດ ແມ່ນຜູ້ຍິງທີ່ເຮັດວຽກເປັນແພດ ຫຼື ພະຍາ ບານ. “ສາວ” ຍັງໃຊ້ເປັນຄຳຮຽກຊື່ຂອງຜູ້ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ຊຶ່ງຍັງບໍ່ມີຜົວ ຊຶ່ງເປັນຄຳບອກເພດຂອງຜູ້ຍິງ ແລະ ໃຊ້ປະກອບໜ້າຊື່ ດັ່ງ ຜູ້ຊະນະເລິດການປະກວດນາງສາວລາວປະຈໍາປີ 2020 ແມ່ນ ນາງສາວ ບຸນພະສອນ ບຸດດາລາ, ຮອງແມ່ນນາງສາວ ພອນທິດາ ແກ້ວບຸນພັນ ເປັນຕົ້ນ. ພິເສດ ນອກຈາກສິ່ງທີ່ເວົ້າມາແລ້ວ ຍັງໃຊ້ເອີ້ນນ້ອງຍິງຂອງແມ່ວ່າ ນ້າສາວ ເຖິງວ່າຈະແຕ່ງງານ ຫຼື ບໍ່ ແຕ່ງງານກະເອີ້ນຄືກັນ.

ນອກຈາກນີ້, “ສາວ” ຍັງໝາຍເຖິງການດຶງເຂົ້າມາບາດຫ່າງໆ ຫຼື ບາດຍາວໆ ເອີ້ນສາວມາ ເຊັ່ນ: ສາວແຫ ທີ່ຫວ່ານ ແຄມ ໜອງຂຶ້ນມາ, ສາວມອງທີ່ກາງຢູ່ກາງວັງ. ສ່ວນການສາວໄປແມ່ນຈັບໄປນຳບາດຫ່າງໆໄປທາງໜ້າຊົ່ວລະຍະແຂນ ເຊັ່ນ ເວລາຂ້າມຂົວໃຫ້ສາວໄມ້ຮາວໄປເທື່ອລະກ້າວ, ຂ້າມນໍ້າຫ້ວຍໃຫ້ສາວ ເຊືອກທີ່ມັດໄວ້ໄປເທື່ອລະນ້ອຍ ເປັນຕົ້ນ. ພ້ອມນັ້ນ, ຍັງມີສາວຜົມ ຫຼື ຫວີຜົມ, ສາວໃສ້ ແມ່ນຄົ້ນຫາຄວາມ ຈິງ ແລ້ວເອົາມາເປີດເຜີຍ ແລະ ອື່ນໆ. ສາວຫາພີ່ຫານ້ອງ ແມ່ນຖາມ ຫຼື ສືບຫາພີ່ນ້ອງຜູ້ບໍ່ເຫັນກັນດົນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສາວ”.

“ສາວ” (1. ຄໍານາມ) ເດັກແມ່ຍິງ, ເດັກຜູ້ຍິງ, ຍິງສາວ, ແສ້ສາວ, ແມ່ນາງ. ເປັນຄຳຮຽກຊື່ຂອງຜູ້ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ຊຶ່ງຍັງບໍ່ມີຜົວ. ເປັນຄຳບອກເພດຂອງຜູ້ຍິງ ແລະ ໃຊ້ປະກອບໜ້າຊື່ ດັ່ງ ສາວສີ, ສາວຈອຍ, ສາວຄຳ ເປັນຕົ້ນ. (2. ຄໍາກິລິຍາ) ດຶງເຊືອກເຂົ້າມາ. ດຶງເຂົ້າມາບາດຫ່າງໆ ຫຼື ບາດຍາວໆ ເອີ້ນສາວມາ. ຈັບໄປນຳບາດຫ່າງໆໄປທາງໜ້າຊົ່ວລະຍະແຂນ ເອີ້ນ ສາວໄປ.

ຕົວຢ່າງ:

  • ຜູ້ສາວນັກຮຽນມະຫາວິທະຍາໄລມີແຕ່ຜູ້ງາມໆ ເປັນຕາຮັກ ຢາກໄດ້ເປັນແຟນຈັກຄົນເດ.
  • ສາວສີວຽງຈັນ ເຖິງວ່າລາວຈະງາມ ແຕ່ຍ້ອນນິດໃສຂອງລາວເປັນຄົນຫຍີ່ງ ແລະ ດັດຈະລິດ ຈຶ່ງ ເຮັດໃຫ້ບໍ່ມີຜູ້ບ່າວລົມ ແລະ ກາຍເປັນສາວແກ່ຄ້າງບ້ານ ຂຶ້ນຄານຢູ່ແນວນັ້ນ.
  • ສາວກຸ່ມນັ້ນຫຼີ້ນນໍາກັນແຕ່ນ້ອຍປະກອບມີ 6 ຄົນ ຄື: ສາວແດງ, ສາວຈອຍ, ສາວສ້ອຍ, ສາວ ແອ, ສາວຄໍາ, ສາວແພງ.
  • ພໍ່ຂອງຂ້ອຍຫວ່ານແຫລົງໜອງມົນງາມດີ ແລ້ວຄ່ອຍໆສາວມາ ເພື່ອບໍ່ໃຫ້ປາລອດອອກໄປໄດ້ ພໍແຕ່ຍົກຂຶ້ນໄດ້ປາເຕັມເລີຍ.
  • ຕອນຍັງນ້ອຍເວລາໄປໂຮງຮຽນຂ້ອຍຕ້ອງໄດ້ຂ້າມນໍ້າຫ້ວຍ, ເວລານໍ້ານອງຕອນໄປ ເພື່ອຄວາມ ປອດໄພ ຕ້ອງໄດ້ສາວເຊືອກທີ່ມັດໄວ້ເພື່ອຂ້າມໄປ ແລະ ຂາກັບຕ້ອງໄດ້ສາວເຊືອກ ເພື່ອຂ້າມກັບ ເຊັ່ນກັນ.
  • ນັກສືບໃຊ້ເວລາສືບສາວເລື່ອງລາວຄະດີຢາເສບຕິດເປັນປີຈິ່ງສາມາດຈັບຫົວໂປ່ຜູ້ຜະລິດໄດ້.

ສະຫຼຸບ.

ຄໍາວ່າ “ສາວ” ໝາຍເຖິງຍິງສາວ, ຜູ້ແສ້ຜູ້ສາວ, ແມ່ນາງ ກົງກັນຂ້າກັບບ່າວທີ່ເປັນຊາຍໜຸ່ມ. ພ້ອມນັ້ນ, ຍັງໃຊ້ເປັນຄຳນໍາໜ້າ ເພື່ອເອີ້ນຊື່ຂອງຜູ້ຍິງທີ່ເປັນສາວ ຫຼື ຍິງທີ່ບໍ່ມີຜົວ ໝາຍວ່າເປັນຄຳບອກເພດຂອງຜູ້ຍິງນັ້ນເອງ. “ສາວ” ຍັງໝາຍເຖິງການດຶງເຂົ້າມາ ໂດຍດຶງບາດຫ່າງໆ ຫຼື ບາດຍາວໆ ເອີ້ນສາວມາ ຫຼື ສາວເຂົ້າມາ. ໃນທາງກັບກັນ, ເວລາເຮົາຈັບ ຫຼື ທາວເຊືອກ ຫຼື ໄມ້ ຫຼື ສິ່ງຂອງຍາວໆ ໄປທາງໜ້າຊົ່ວລະຍະແຂນ ບາດຫ່າງໆ ເອີ້ນ ສາວໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo