ຄໍາວ່າ “ດູ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ດູ” ມີຄວາມໝາຍແນວໃດ?

ຄໍາວ່າ “ດູ” ແມ່ນໝາຍເຖິງການເບີ່ງ ຫຼື ມອງ ຫຼື ແລ ໂດຍໃຊ້ຕາເພື່ອແນມເບີ່ງວັດຖຸສິ່ງຂອງ ແລະ ແວດ ລ້ອມອ້ອມຂ້າງມີທັງການເຄື່ອນໄຫວ ແລະ ບໍ່ເຄື່ອນໄຫວ ເພື່ອໃຫ້ເຫັນ ຮັບຮູ້ວ່າເປັນແນວໃດ ຊຶ່ງເປັນນຶ່ງ ໃນປະສາດສໍາພັດທັງ 5 ຂອງຄົນເຮົາ. ສໍາລັບລາຊາສັບແມ່ນ ເອີ້ນວ່າ ທອດພະເນດ ແລະ ຫຼາຍແຂວງ ທາງພາກເໜືອຂອງລາວຍັງໃຊ້ຄໍາວ່າ “ຜໍ່” ໂດຍສະເພາະແມ່ນຄົນເຜົ່າຍວນ (ເວົ້າແບບລ້ານນາ). ຄໍາວ່າ “ດູ” ແມ່ນນິຍົມໃຊ້ກັນຫຼາຍໃນສະໄໝກ່ອນ ຊຶ່ງໄດ້ສະແດງອອກໃນບົດກອນ, ບົດເລື່ອງ ແລະ ບົດປະພັນ ຕ່າງໆ ແຕ່ປະຈຸບັນແມ່ນໄດ້ຮັບຄວາມນິຍົມນ້ອຍລົງຄືຄໍາວ່າ ມອງ, ແລ, ຫຼຽວແລ ແຕ່ນິຍົມໃຊ້ຄໍາວ່າ ເບີ່ງ, ແນມ ເປັນສ່ວນໃຫຍ່. “ດູ” ຍັງ ໃຊ້ບວກກັບຄໍາອື່ນເຊັ່ນ: ດູແຄນ ຫຼື ດູຖູກ ຫຼື ດູໝີ່ນແມ່ນຢາບຢາມ ແລະ ບໍ່ໃຫ້ກຽດຖືວ່າຜູ້ອື່ນດ້ອຍກວ່າ ຕົນເອງ ຫຼື ເວົ້າອີກຢ່າງນຶ່ງແມ່ນຖືກຫຸ່ມ, ດູດາຍ ແມ່ນການບໍ່ເອົາໃຈ ໃສ່ມີແຕ່ເບີ່ງລ້າໆ ບໍ່ເອົາຫົວໃສ່ໃຈ ຊາ ກົງກັນຂ້າມກັບຄໍາວ່າ ດູແລ ຊຶ່ງໝາຍເຖິງການເບີ່ງແຍງເອົາໃຈ ໃສ່ ຫຼື ການປົກປ້ອງ, ປົກປັກຮັກສາ.

ນອກຈາກນີ້, “ດູ” ຍັງໝາຍເຖິງການພະຍາກອນອະນາຄົດ ຫຼື ເບີ່ງໂຊກສັດຕາວາດສະໜາຂອງຊີວິດ ໂດຍ ໃຊ້ວິທີການຕ່າງໆ ເຊັ່ນ ຜ່ານທາງສາດສະໜາ, ເຫດການທາງທໍາມະຊາດ, ລັກສະນະສະເພາະໃດນຶ່ງ ທາງກາຍຍະພາບ ຫຼື ບຸກຄະລິກທ່າທາງ ຫຼື ວັນເວລາຂອງເຫດ ຫຼື ຄວາມສາມາດສະເພາະໂຕ. ເອີ້ນອີກ ອີກຢ່າງແມ່ນດູມໍ ຊຶ່ງແມ່ນການເດົາ ຫຼື ທວາຍ ຫຼື ທາຍ ຫຼື ຄາດຄະເນລ່ວງໜ້າວ່າຈະເປັນ ຊຶ່ງໃນຫຼາຍ ປະເທດ ໂດຍສະເພາະແມ່ນປະເທດດ້ອຍພັດທະນາ ຍັງມີຄົນນິຍົມກັນຢູ່ເຊັ່ນ: ດູລາຍມື, ດູດວງ, ດູໄພ້, ດູໂຊກສະຕາ, ດູອະນາຄົດ, ດູໜ້າທີ່ ການງານ, ດູຄູ່ຊີວິດ, ດູມື້ດູຍາມ ເພື່ອຫາເລີກງາມຍາມດີ. “ດູ” ຍັງ ໃຊ້ຮ່ວມກັບຫຼາຍຄໍາອີກ ດັ່ງ ດູກ່ອນ (ດູຣາ ຫຼື ດູລາ) ຊຶ່ງເປັນການເວົ້າເຕືອນ ເພື່ອໃຫ້ຜູ້ຟັງຕັ້ງໃຈຟັງ, ດູຕົນແມ່ນອີດູຕົນສົງສານ, ດູເໝືອນ ຫຼື ດູເໝືອນວ່າ ແມ່ນເບີ່ງຄື ຫຼື ເບີ່ງຄືວ່າ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າດູ”.

“ດູ” (1. ຄໍາກິລິຍາ) ເບີ່ງ, ໃຊ້ຕາເພື່ອໃຫ້ເຫັນ, ທອດພະເນດ, ຜໍ່, ມອງ, ແລດູ. ດູແຄນ ແມ່ນຖືກຫຸ່ມ. ດູດາຍ ແມ່ນເບີ່ງລ້າໆ, ບໍ່ເອົາໃຈ ໃສ່, ບໍ່ຫົວຊາ. ດູແລ ແມ່ນເບີ່ງແຍງ, ເອົາໃຈໃສ່, ປົກປັກຮັກສາ. ເດົາ, ທວາຍ, ທາຍ, ພະຍາກອນ, ຄາດຄະເນ.

ຕົວຢ່າງ:

  • ກ່ອນຈາກບ້ານລາວແລດູພີ່ນ້ອງປ້ອງປາຍ ແລະ ເຮືອນຊານບ້ານຊ່ອງທີ່ເຄີຍຢູ່ມາຫຼາຍປີ ຈິ່ງຈາກ ໄປດ້ວຍຄວາມຄິດຮອດ.
  • ກ່ອນຊື້ລົດໃຫຍ່ໃຫ້ດູໃຫ້ເບີ່ງລະອຽດກ່ອນເພາະມັນລາຄາແພງ ແລະ ບໍ່ສາມາດປ່ຽນໄດ້ທັນທີ.
  • ລາວຖືກພໍ່ແມ່ເມຍດູຖູກ ເພາະຫາເງິນບໍ່ໄດ້ຕາມທີ່ເພີ່ນຄາດຫວັງໃນຕອນເບີ່ງຕົ້ນ ເຫັນແລ້ວເປັນ ຕາອີຕົນຊາດ.
  • ພໍຮອດຍາມໜາມໃຫ້ດູແລຕົນເອງ ແລະ ຄົນເຖົ້າຄົນແກ່ໃຫ້ດີ ເພາະຢ້ານເປັນຫວັດເປັນໄອ.
  • ມື້ກ່ອນຕໍ່າຫຼວດໄດ້ຈັບໝໍດູຊື່ດັງ ຊຶ່ງເຊື່ອກັນວ່າເປັນໝໍດູເທວະດາ ແລະ ມີປະຊາຊົນໄປກາບ ໄຫວ້ຢ່າງຫຼວງຫຼາຍ ແຕ່ຕົວຈິງແລ້ວແມ່ນນັກຕົ້ມຕູນ.

ສະຫຼຸບ.

ຄໍາວ່າ “ດູ” ໝາຍເຖິງການໃຊ້ຕາເບີ່ງ ຫຼື ມອງ ຫຼື ແລດູ ເຫດການ ແລະ ສິ່ງທີ່ເກີດຂຶ້ນ ເພື່ອຮັບຮູ້, ຮຽນ ຮູ້, ແລະ ຈົດຈໍາ, ລະວັງ ແລະ ອື່ນໆ. “ດູ” ຍັງໃຊ້ກັບຄໍາອື່ນເປັນຕົ້ນ: ດູແຄນ, ດູດາຍ, ດູແລ, ດູຖູກ ເປັນຕົ້ນ. ນອກຈາກນັ້ນ, “ດູ” ຍັງໝາຍເຖິງການດູມໍ ຫຼື ການເດົາ, ທວາຍ, ທາຍ, ພະຍາກອນ, ຄາດຄະ ເນ ວ່າອະນາຄົດຊິເກີດສິ່ງໃດສິ່ງນຶ່ງຂຶ້ນ ແຕ່ຈິງແທ້ສໍາໃດນັ້ນແມ່ນຖ້າເບີ່ງຕົວຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo