ຄໍາວ່າ “ສ້າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສ້າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ສ້າງ” ໝາຍເຖິງນໍ້າສ້າງ ຫຼື ນໍ້າບໍ່ ຫຼື ນໍ້າບາດານ ຊຶ່ງແມ່ນຄົນເຮົາຂຸດນໍ້າສ້າງ ເພື່ອເອົານໍ້າມາຮັບໃຊ້ໃນການບໍລິໂພກ, ສະລ້າງ, ເຮັດການກະເສດ ແລະ ອື່ນໆ ຊຶ່ງວິທີການຂຸດ, ເຈາະ ແລະ ຮູບແບບການກໍ່ສ້າງ ເພື່ອຮັກສາມີຫຼາຍຮູບແບບແຕກຕ່າງກັນໄປຕາມຈຸດພິເສດແຕ່ລະເຂດ, ປະເທດ ແລະ ວັດທະນາທໍາ ເຊັ່ນ: ສ້າງທໍາມະດາຂຸດດິນລົງ ເພື່ອໃຊ້ນໍ້າ, ສ້າງທີ່ຂຸດໃຊ້ນໍ້າ ແລະ ມີການກໍ່ດ້ວຍດິນຈີ່ຊີມັງ ເພືອສະດວກໃນການນໍາໃຊ້ ແລະ ຮັກສາ, ສ້າງທີ່ເຈາະດ້ວຍລົດຂຸດສະເພາະ ແລະ ໃສ່ທໍ່ (ແບບທັນສະ ໄໝທີ່ນິຍົມກັນທຸກວັນນີ້), ສ້າງຈັ້ນ ແມ່ນນໍ້າສ້າງນ້ອຍ ແລະ ຕື້ນທີ່ມີນໍ້າໄຫຼລິນລົງມາໃສ່ຢູ່ສະເໝີ. ສ້າງ ແຊ່ງ ແມ່ນສ້າງທີ່ເອົາໄມ້ ຫຼື ດິນຈີ່ກໍ່ຕັນໄວ້ທາງໃນ ເພື່ອບໍ່ໃຫ້ດິນພັງ.

ນອກຈາກນີ້, “ສ້າງ” ຍັງໝາຍເຖິງການປຸກສ້າງ, ການສ້າງສາ, ການປົວແປງບ້ານເມືອງ, ການສ້າງຕັ້ງ, ການສ້າງຂຶ້ນ ຫຼື ແຕ່ງໃຫ້ມີຂຶ້ນ ເຊັ່ນ: ສ້າງຕົນສ້າງຕົວ, ສ້າງຄອບຄົວ, ສ້າງເຮືອນສ້າງຊານ, ສ້າງຫ້ອງ ການ, ສ້າງໂຮງຮຽນ, ການສ້າງເສັ້ນທາງ, ສ້າງບ້ານແປງເມືອງ, ສ້າງຊາດ, ສ້າງສັງຄົມສີວິໄລ, ສ້າງຕັ້ງ ບໍລິສັດ, ການສ້າງເຄືອຂ່າຍ, ການສ້າງພັນທະມິດ, ການສ້າງເຮືອ, ການສ້າງລົດຍົນ, ການສ້າງອາວຸດ ທໍາລາຍລ້າງສູງ, ການສ້າງດາວທຽມ, ການສ້າງໂຮງງານໄຟຟ້າ. “ສ້າງ” ແມ່ນການປະດິດຄິດແຕ່ງຂຶ້ນມາ ດັ່ງ ສ້າງຄອມພິວເຕີ, ສ້າງເຄື່ອງຈັກຄິດໄລ່, ສ້າງຫຸ່ນຍົນ, ສ້າງສູດເຄມີ ແລະ ອື່ນໆ.

SA Game
DooDiDo

ພ້ອມນັ້ນ, “ສ້າງ” ຍັງແມ່ນການເຮັດ ດັ່ງ ການສ້າງຄວາມດີ, ການສ້າງບູນ ສ້າງກຸສົນ, ການສ້າງ ບາບ, ສ້າງເວນສ້າງກໍາ, ສ້າງສັດຕູ, ສ້າງຄວາມຂັດແຍ່ງ, ສ້າງຄວາມຊົ່ວຮ້າຍ, ສ້າງສິ່ງດ່າງພ້ອຍ, ສ້າງ ວິລະກໍາ, ສ້າງຜົນງານ, ສ້າງຊື່ສຽງ ແລະ ອື່ນໆ. “ສ້າງ” ເມື່ອນໍາໄປບວກກັບຄໍາອື່ນ ຍັງໃຫ້ຄວາມໝາຍຄ້າຍຄື ແລະ ແຕກຕ່າງ ກັນອອກໄປ ເຊັ່ນ: ສ້າງຄູ ແມ່ນໂຮງຮຽນສ້າງຄູອາຈານ ທີ່ເປັນແມ່ພີມ ຫຼື ຜູ້ໄປສິດສອນຕໍ່. ສ້າງສັນແມ່ນ ການເຮັດໃຫ້ມີຄວາມງາມ ແລະ ຫຼາກຫຼາຍຮູບແບບໃນທາງທີ່ດີຂຶ້ນ. ກໍ່ສ້າງ ແມ່ນການກໍ່ສ້າງ. ໂຄງສ້າງ ແມ່ນສ່ວນປະກອບສໍາຄັນຕ່າງໆ ລວມເຂົ້າກັນເປັນຮູບຮ່າງດຽວກັນ ເຊັ່ນ: ໂຄງສ້າງກະດູກ, ໂຄງສ້າງອົງກອນ, ໂຄງສ້າງເຮືອນ, ໂຄງສ້າງລະບົບການປົກຄອງ, ໂຄງສ້າງທໍລະນີສາດ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສ້າງ”.

“ສ້າງ” (1. ຄໍານາມ) ດິນບ່ອນກົ່ນໄວ້ໃຫ້ນໍ້າອອກ, ບໍ່ນໍ້າທີ່ຄົນກົ່ນ. ຂ້າງ, ຂ້າງກອງ (2. ຄໍາກິລິຍາ) ປຸກແປງ, ແຕ່ງໃຫ້ມີຂຶ້ນ, ການປະດິດ, ເຮັດ: ສ້າງສາ ແມ່ນການສ້າງແປງໃຫ້ຈະເລີນ.

ຕົວ­ຢ່າງ: 

  • ໃນສະໄໝກ່ອນ ບ້ານທີ່ຢູ່ໄກແມ່ນໍ້າ ຫຼື ຫ້ວຍ ມັກຂຸດນໍ້າສ້າງໄວ້ ເພື່ອກິນດື່ມ, ຊົມໃຊ້ ແລະ ສະ ລ້າງ ຮ່ວມກັນ ແລະ ຍັງພົບເຫັນທົ່ວໄປຢູ່ວັດໃນຫຼາຍໆຊຸມຊົນທີ່ຖືສາດສະໜາພຸດ.
  • ບໍ່ນໍ້າສ້າງ ທີ່ວັດສີສະເກດ ສ້າງຂຶ້ນຄູ່ກັບການສ້າງວັດດັ່ງກ່າວ ຊຶ່ງໃນເມື່ອກ່ອນຊາວບ້ານຊາວເມືອງ ໃຊ້ນໍ້າສ້າງບໍ່ນີ້ເພື່ອທໍາພິທີກໍາຕ່າງໆ ແລະ ໃຫ້ພຣະສົງນໍາໃຊ້ໃນຊີວິດປະຈໍາວັນ.
  • ການສ້າງຕຶກລໍ້າຟ້າຢູ່ດູໄບ ແມ່ນໃຊ້ເຕັກໂນໂລຊີທັນສະໄໝ, ມີວິສະສາກອນ, ນັກອອກແບບ, ກໍາ ມະກອນຜູ້ຊໍານານ ພ້ອມທັງມີວັດສະດຸການກໍ່ສ້າງທີ່ດີ.
  • ການສ້າງຫຸ່ນຍົນ ຫຼື AI ແມ່ນຕ້ອງໃຊ້ສະໝອງກົນທີ່ປະດິດຂຶ້ນແບບຊັບຊ້ອນ ແລະ ໃຊ້ເວລາພັດ ທະນາຫຼາຍປີ.
  • ຄົນສ່ວນໃຫຍ່ໄປເຂົ້າວັດຟັງທໍາ ແມ່ນເພື່ອຢາກສ້າງບູນກຸສົນໃຫ້ພົບພໍ້ແຕ່ສິ່ງດີໆເຂົ້າມາໃນຊີວິດ ແລະ ມີຜົນຕໍ່ຊາດຕໍ່ໆໄປອີກດ້ວຍ.

ສະຫຼຸບ.

ຄໍາວ່າ “ສ້າງ” ໝາຍເຖິງນໍ້າບໍ່, ນໍ້າສ້າງ, ນໍ້າບາດານ ຫຼື ແມ່ນການຂຸດ, ເຈາະດິນລົງໄປໃຫ້ມີນໍ້າອອກ ເພື່ອນໍາໄປໃຊ້ດື່ມ, ສະລ້າງ, ເຮັດການກະເສດ ແລະ ອື່ນໆ, “ສ້າງ” ຍັງໝາຍເຖິງການສ້າງສາ, ການ ເຮັດສິ່ງໃດສິ່ງນຶ່ງຂຶ້ນມາ ເຊັ່ນ: ການສ້າງຕັ້ງ ຫຼື ການກໍ່ຕັ້ງ, ການສ້າງສາ ຫຼື ການເຮັດໃຫ້ມີ. “ສ້າງ” ແມ່ນການປະດິດຄິດແຕ່ງຂຶ້ນມາ ດ້ວຍຄວາມສາມາດຂອງມະນຸດ. ພ້ອມນັ້ນ, “ສ້າງ” ຍັງແມ່ນເຮັດ ຊຶ່ງ ໝາຍເຖິງການກະທໍາ ຄື: ສ້າງຄວາມດີ, ສ້າງຜົນງານ, ສ້າງຊື່ສຽງ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo