ຄໍາວ່າ ດຸໝັ່ນ ມີ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ແນວ​ໃດ? 

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄໍາວ່າ ດຸໝັ່ນ ມີ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ​.

​      ການເຮັດວຽກງານ ຫຼື ໃນການຮໍ່າຮຽນຢ່າງສະໝໍ່າເໝີມີຄວາມຕັດສິນໃຈສູງ ເຖີງວ່າຈະພົບຄວາມຫຍຸ້ງຍາກບາງປະການກໍຈະໄດ້ຮັບຜົນສຳເລັດໃນດ້ານວຽກງານ. ການງານ ແລະ ການດຳລົງຊີວິດຄວາມດຸໝັ່ນ ແມ່ນແນວຄິດຂອງຄົນໜື່ງທີສະແດງອອກດ້ວຍຄວາມພາກພຽນຕື່ນຕົວ ແລະ ຕັ້ງໜ້າເຮັດວຽກງານຢ່າງສະໝໍ່າ ສະເໝີ ມີຄວາມຕັດສິນໄຈສູງເຖິງວ່າຈະພົບປະກ່ນໃດກໍ່ຕາມຕ້ອງມີຈຸດມຸ້ງໝາຍເຮັດຈົນສຳເລັດຈົນອອກໝາກອອກຜົນ.

ແມ່ນຄວາມດຸໝັ່ນພາກພຽນມັນສະແດງອອກໃນການຕື່ນຕົວ ແລະ ຕັ້ງອົກຕັ້ງໄຈເຮັດວຽກດ້ວຍຄວາມດຸໝັ່ນຂະຫຍັນຫ້າວຫັນບໍ່ຂີ້ຄ້ານການເຮັດວຽກເຮັດວຽກ ຫຼື ປະພຶດຕົນໃນທາງທີດີທີ່ມີຈຸດປະສົງ ຫຼື ເປົ້າໝາຍເພື່ອໃຫ້ຮູ້ວ່າຕ້ອງການຜົນສຳເລັດໃນດ້ານຕ່າງຕາມຄວາມມຸ້ງຫນ້າໃນການດຳລົງຊີວິດ.

SA Game
DooDiDo

ຄໍາວ່າ ດຸໝັ່ນ.

ເປັນຄຳກຳມະແປວ່າ: ຄວາມ​ມຸ້ງ​ໝັ້ນເຮັດ​ຢ່າງ​ຕໍ່​ເນືອງ​ເພື່ອ​ໄປ​ສູ່​ຄວາມ​ສຳ​ເລັດ, ຄວາມດຸໝັ່ນຫ້າວຫັນມີຄວາມຕັ້ງອົກຕັ້ງໄຈໃນການເຮັດວຽກອັນໃດໜຶ່ງຈົນສຳເລັດອອກໝາກອອກຜົນມາໃຫ້ເຫັນໄດ້.

ຕົວຢ່າງ:

– ພໍ່ ແມ່ ເຄີຍສອນໃຫ້ລູກທຸກຄົນໃຫ້ມີຄວາມອົດທົນ ແລະ ດຸໝັ່ນ

– ອາຈານ ເຄີຍສອນນັກຮຽນໃຫ້ມີຄວາມດຸໝັ່ນຮຽນຫນັງສື

– ທຸກຄົນຕ້ອງມີຄວາມດຸຫມັ່ນຈື່ງເຮັດໃຫ້ມີທຸກຢ່າງ

– ຄົນທີ່ດຸຫມັ່ນໃນວັນນີ້ມີອານາຄົດດີໃນວັນຫນ້າ

– ຕ້ອງດຸຫມັ່ນຮຽນຫນັງສືຈື່ງເຮັດໃຫ້ຕົນເອງມີຄວາມສະຫລາດ

– ເກີດເປັນຄົນຕ້ອງມີຄວາມດຸຫມັ່ນຂະຫຍັນພຽນ

ສະຫຼຸບ.

ຄວາມ​ມຸ້ງ​ໝັ້ນເຮັດ​ຢ່າງ​ຕໍ່​ເນືອງ​ເພື່ອ​ໄປ​ສູ່​ຄວາມ​ສຳ​ເລັດ, ຄວາມດຸໝັ່ນຫ້າວຫັນມີຄວາມຕັ້ງອົກຕັ້ງໄຈໃນການເຮັດວຽກອັນໃດໜຶ່ງຈົນສຳເລັດອອກໝາກອອກຜົນມາໃຫ້ເຫັນໄດ້, ເຊິງດຸຫມັ່ນຍັງຫມາຍເຖີງແນວຄິດຂອງຄົນໆຫນື່ງ ທີ່ສະແດງອອກດ້ວຍຄວາມພາກພຽນດຸຫມັ່ນອົດທົນ ແລະ ມີສະຕິໃນການຕັດສິນໃຈຢ່າງ ສະໝໍ່າ ສະເໝີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo