ຄໍາວ່າ “ງານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ງານ” ມີຄວາມໝາຍແນວໃດ?

ຄໍາວ່າ “ງານ” ໝາຍເຖິງວຽກ, ໜ້າວຽກ, ວຽກງານ ຫຼື ສິ່ງທີ່ເຮັດ ຊຶ່ງອາດຈະເປັນງານປະຕິບັດປະຈໍາວັນ, ງານປະຕິບັດເປັນຄັ້ງຄາວເຊັ່ນ: ງານລັດຖະການ, ງານພິເສດ, ງານບ້ານງານເມືອງ, ພ້ອມນັ້ນຍັງມີ ເຮັດ ວຽກເຮັດງານ, ງານສົກກະປົກ, ມີການມີງານ, ງານໜັກ ຫຼື ງານຫຼາຍ, ງານເບົາ ຫຼື ງານໜ້ອຍ ແຕ່ຖ້າ ງານເຂົ້າ ແມ່ນໝາຍເຖິງມີວຽກເຂົ້າມາ ຫຼື ອີກຄວາມໝາຍນຶ່ງແມ່ນໝາຍເຖິງມີສິ່ງເດືອດຮ້ອນເຂົ້າມາ.

“ງານ” ຍັງໝາຍ ເຖິງພາລະກິດ ຫຼື ກິດຈະການໃດນຶ່ງດັ່ງ ງານກິນດອງ ຫຼື ງານສົມລົດ ຫຼື ງານແຕ່ງ ຫຼື ງານວິວາຫະມົງຄົນ, ງານກິນລ້ຽງ, ງານກຸດສົງການ, ງານຂຶ້ນເຮືອນໃໝ່, ງານສ່ວນຕົວ, ງານສະຫຼອງ, ງານສະແດງ, ງານສົບ, ງານຊຸມນຸມ, ງານຍາກ, ງານດີເງິນດີ, ງານດື່ມ, ງານຕະຫຼາດນັດ, ງານຕິດຂັດ, ງານບ້ານ, ງານບຸນ, ງານບູຊາ, ງານປະຈຳປີ, ງານປີໃໝ່, ງານພິທີ, ງານມ່ວນຊື່ນ, ງານມະໂຫລານ, ງານລ້ຽງ, ງານລາຕີີ, ງານລື່ນເລີງ, ງານວັນເກີດ, ງານຫຼວງ, ງານອອກຮ້ານ, ງານອະດິເຫຼກ, ງານເຕັ້ນລຳ, ງານແຕ່ງງານ ເປັນຕົ້ນ.

SA Game
DooDiDo

ນອກຈາກນີ້, “ງານ” ຍັງໝາຍເຖິງນາໄຮ່ນ້ອຍໆ ແລະ ບໍ່ກວ້າງ ແລະ ຍັງແມ່ນຫົວໜ່ວຍວັດແທກເນື້ອທີ່ ດິນ ໂດຍ 1 ງານ ເທົ່າກັບ 400 ແມັດຕາ (ຫຼື ຕາລາງແມັດ) ເທົ່າກັບ 0,25 ໄລ່ ຫຼື 4 ງານ ເທົ່າກັບ 1 ໄລ່. ປະຈຸບັນການໃຊ້ຫົວໜ່ວຍ “ງານ” ເພື່ອວັດແທກເນື້ອທີ່ຢູ່ປະເທດລາວແມ່ນບໍ່ຄ່ອຍນິຍົມກັນ ແຕ່ນິ ຍົມໃຊ້ແມັດຕາ ຫຼື ຕາແມັດ (m2) ເປັນສ່ວນໃຫຍ່. “ງານ” ຍັງໝາຍເຖິງການທະເລາະວິວາດ ແລະ ພິຕິ ເຮັດໃຫ້ເຂົ້າໃຈຜິດ ດັ່ງທີ່ໄດ້ກ່າວມາຂ້າງເທິງວ່າ ງານເຂົ້າ ໝາຍເຖິງມີເລື່ອງເດືອດຮ້ອນເຂົ້າມາ ຫຼື ມີເຫດ ການບໍ່ດີເກີດຂຶ້ນ. ພ້ອມກັນນັ້ນ, ໃນລາວພາສາໄຕດໍາ, ໄຕແດງ, ໄຕຂາວ ຫຼື ໄຕດ່ອນ ໝາຍວ່າຄວາມ ຮ້າຍກາດ.

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າງານ”.

“ງານ” (1. ຄໍານາມ) ວຽກ, ໜ້າວຽກ, ກິດຈະການ, ພາລະກິດ. ນາໄຮ່ນ້ອຍໆ. ຫົວໜ່ວຍວັດແທກເນື້ອທີ່ ດິນ (2. ຄໍາກິລິຍາວິເສດ) ທະເລາະ, ວິວາດ, ພິຕິເຮັດໃຫ້ເຂົ້າໃຈຜິດ.

ຕົວຢ່າງ:

  • ໃນແຕ່ລະອາທິດງານປະຈໍາຂອງຂ້ອຍແມ່ນຈົດ ຫຼື ບັນທຶກການຂາຍສິນຄ້າອອກ ແລ້ວສະຫຼຸບລາຍ ງານໃຫ້ຫົວໜ້າ.
  • ງານລັດຖະການແມ່ນວຽກທີ່ສໍາຄັນ ແລະ ຫຼາຍຄົນໄດ້ປະຕິບັດ ແຕ່ໃນງານດັ່ງກ່າວແມ່ນແບ່ງ ອອກເປັນຫຼາຍຂະແໜງການຕາມພາລະບົດບາດຂອງໃຜມັນ.
  • ປີແລ້ວຂ້າພະເຈົ້າຊື້ນາງານ 4 ງານ ຫຼື ໄລ່ນຶ່ງ ເຮັດນາໄດ້ເຂົ້າຫຼາຍພໍສົມຄວນ ຄິດວ່າອີກ 10 ປີ ແມ່ນສາມາດຂາຍເຂົ້າໄດ້ເທົ່າກັບລາຄາດິນທີ່ຊື້.
  • ຊາຍສະກັນຫ້າມໝູ່ຄົນທີ່ກິນເຫຼົ້າເມົາແລ້ວອາລະວາດຕີກັບໝູ່ອີກຄົນ ພ້ອມທັງອຸທານອອກມາວ່າ “ຈັ່ງແມ່ນງານເອົາແທ້ເອົາວ່າ”.
  • ໃນວົງໄພ້ພໍແຕ່ໄດ້ຍີນຄົນເວົ້າວ່າ “ງານເຂົ້າແລ້ວສູ!” ຕໍາຫຼວດກໍປະກົດຕົວ ແລະ ຈັບບັນດາຊຽນ ພະນັນທັງຫຼາຍພ້ອມດ້ວຍຂອງກາງ.

ສະຫຼຸບ.

ຄໍາວ່າ “ງານ” ໝາຍເຖິງວຽກງານ ຫຼື ສິ່ງປະຕິບັດໃນຊີວິດປະຈໍາວັນ ຊຶ່ງທັງໃນງານສ່ວນຕົວ ແລະ ໃນ ງານລັດຖະການ. “ງານ” ຍັງໝາຍເຖິງກິດຈະການທີ່ສ້າງຂຶ້ນ ເປັນງານໃດນຶ່ງ ເຊັ່ນ: ງານກິນດອງ, ງານ ແຕ່ງ, ງານລ້ຽງ, ງານສະຫຼອງມ່ວນຊື່ນຕ່າງໆ ແລະ ງານໂສກເສົ້າອື່ນໆ. ນອກຈາກນີ້, “ງານ” ຍັງແມ່ນ ຫົວໜ່ວຍວັດແທກເນື້ອທີ່ດິນ ຊຶ່ງ 1 ງານ ເທົ່າກັບ 400 ແມັດຕາ ຫຼື ທຽບເທົ່າ 20 ແມັດ x 20 ແມັດ. “ງານ” ຍັງໝາຍເຖິງການທະເລາະວິວາດ ຫຼື ການເຂົ້າໃຈຜິດ ດັ່ງ ງານເຂົ້າ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo