ຄໍາວ່າ “ໝື່ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝື່ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝື່ນ” ແມ່ນຊັ້ນຕໍ່າແໜ່ງນຶ່ງຂອງບັນດາຂຸນນາງ ຫຼື ບັນດາສັກຂອງຂ້າລັດສະການບູຮານ ຊຶ່ງໃຊ້ ກັນໃນລະບອບສັກດີນາ ຫຼື ລະບົບມີເຈົ້າຊີວິດປົກຄອງໃນຂົງເຂດອາຊີຕາເວັນອອກຊ່ຽງໃຕ້ ເຊັ່ນ: ອານາ ຈັກລ້ານຊ້າງ (ປະເທດລາວ ແລະ ອີ່ສານຂອງໄທ ປະຈຸບັນ), ອານາຈັກລ້ານນາ (ປະເທດໄທ ປະຈຸບັນ), ອານາຈັກສຸໂຂໄທ (ປະເທດໄທ ປະຈຸບັນ), ອານາຈັກອາຍຸດທະຍາ (ປະເທດໄທ ປະຈຸບັນ), ອານາຈັກ ຂອມ (ປະເທດກໍາປູເຈຍ ປະຈຸບັນ), ອານາຈັກມອນ (ປະເທດພະມ້າ ປະຈຸບັນ), ອານາຈັກ 12 ປັນນາ ລື້ (ປະເທດຈີນຕອນໃຕ້ ປະຈຸບັນ), ອານາຈັກຊຽງຕູງ (ລັດຊານປະເທດພະມ້າ ປະຈຸບັນ) ຊຶ່ງເປັນຕໍ່າ ແໜ່ງທີ່ຕໍ່າກວ່າແສນລົງມາ ດັ່ງ ໝື່ນໜ້າ ແມ່ນຕໍ່າແໜ່ງຂ້າລັດສະການຊັ້ນຜູ້ໃຫຍ່ໃນຖ້ານອັດຖະສະດົມ ຕາມແບບບູຮານ ເອີ້ນ ພະຍາໝື່ນໜ້າ.

ນອກຈາກນີ້, “ໝື່ນ” ໃນວິຊາຄະນິດສາດ ຫຼື ເລກ ໝາຍເຖິງເລກສີບພັນ ຫຼື 10 ພັນ ຂຽນ 10.000 ຊຶ່ງໃຊ້ເພື່ອຂຽນ ແລະ ຄິດໄລ່ໃນຊີວິດປະຈໍາວັນ ເປັນຈໍານວນນັບໃຫຍ່ກວ່າຫຼັກພັນ (1.000) ແລະ ນ້ອຍກວ່າຫຼັກແສນ (100.000). ໃນປະຈຸບັນປະກົດເຫັນໃນທະນາບັດຂອງເງິນຫຼາຍສະກຸນທີ່ນໍາໃຊ້ຫົວໜ່ວຍ ດັ່ງກ່າວ ເຊັ່ນ: ເງິນດົງຂອງປະເທດຫວຽດນາມ, ເງິນກີບຂອງປະເທດລາວ ດັ່ງ ຫົວໜ່ວຍ 10.000 ກີບ, 20.000 ກີບ, 50.000 ກີບ ເປັນຕົ້ນ.

SA Game
DooDiDo

ສ່ວນທະນາບັດເງິນບາດຂອງໄທ, ເງິນຢວນຂອງຈີນ ແລະ ເງິນ ໂດລາສະຫະລັດອາເມລິກາ ແມ່ນຍັງບໍ່ທັນໄດ້ນໍາໃຊ້ໃບ 10.000 ເທື່ອ. “ໝື່ນ” ຍັງແມ່ນຫົວໜ່ວຍໃນການ ຊັ່ງນໍ້າໜັກ ຊຶ່ງໄດ້ນໍາໃຊ້ມາແຕ່ບູຮານກ່່ອນຈະນໍາໃຊ້ກິໂລກະລາມຕາມສາກົນ ໂດຍນຶ່ງໝື່ນມີມາດຕາຊັ່ງມີ 10 ຊັ່ງ ຫຼື ທໍ່ກັບ 12 ກິໂລກະລາມ ນັ້ນເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝື່ນ”.

“ໝື່ນ” (1. ຄໍານາມ) ຕໍ່າແໜ່ງບັນດາສັກຂອງຂ້າລັດສະການບູຮານຕໍ່າແໜ່ງຕໍ່າກວ່າແສນລົງມາ. ຈໍານວນ 10 ພັນ, ເລກ 10.000. ນໍ້າໜັກມາດຕາຊັ່ງມີ 10 ຊັ່ງ ຫຼື ທໍ່ກັບ 12 ກິໂລກະລາມ.

ຕົວຢ່າງ:

  • ໃນສະໄໝສັກດີນາ ຫຼື 100 ປີ ກ່ອນໜ້ານີ້ ພະຍາໝື່ນໜ້າ ເປັນແໜ່ງນຶ່ງທີ່ຫຼາຍໆ ຄົນໄຝ່ຝັນ ຢາກເປັນ ເພາະເຮັດໃຫ້ມີອໍານາດ ແລະ ມີໜ້າມຕາ ໃນສັງຄົມ.
  • ເສື້ອກັນໜາວ 1 ໂຕ ລາຄາແປດໝື່ນຫ້າພັນກີບ ຫຼື ແປດສີບຫ້າພັນກີບ (85.000 ກີບ).
  • ຢູ່ນະຄອນຫຼວງວຽງຈັນ ປະຈຸບັນເຂົ້າໄກ່ນ້ອຍໃໝ່ຫອມໆງາມໆ ລາຄາສູງສຸດນຶ່ງໝື່ນ (ເທົ່າກັບ 12 ກິໂລກະລາມ) ແມ່ນ 130.000 ກີບ.

ສະຫຼຸບ.

ຄໍາວ່າ “ໝື່ນ” ແມ່ນຍົດຖາບັນດາສັກ, ຊັ້ນຕໍ່າແໜ່ງນຶ່ງຂອງຂຸນນາງ ຫຼື ບັນດາສັກຂອງຂ້າລັດສະການໃນ ສະໄໝສັກດີນາ ເອີ້ນພະຍາໝື່ນ, ຊຶ່ງເປັນຕໍ່າແໜ່ງທີ່ນ້ອຍກວ່າແສນລົງມາ ເພາະນຶ່ງແສນແມ່ນເທົ່າກັບ ສີບໝື່ນ ແຕ່ປະຈຸ ບັນ ຢູ່ລາວ ແລະ ຫຼາຍປະເທດແມ່ນລົບລ້າງລະບົບດັ່ງກ່າວແລ້ວ. ນອກຈາກນີ້, “ໝື່ນ” ໃນວິຊາຄະນິດສາດ ຍັງໃຊ້ເພື່ອຂຽນ ແລະ ຄິດໄລ່ເປັນຈໍານວນນັບໃຫຍ່ກວ່າຫຼັກພັນ (1.000) ແລະ ນ້ອຍກວ່າຫຼັກແສນ (100.000). “ໝື່ນ” ຍັງແມ່ນຫົວໜ່ວຍວັດແທກນໍ້າໜັກ ຊຶ່ງໃຊ້ມາແຕ່ບູຮານ ມີມາດຕາຊັ່ງມີ 10 ຊັ່ງ ຫຼື ທໍ່ກັບ 12 ກິໂລກະລາມ ໃນປະຈຸບັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo