ຄໍາວ່າ ຄຸນນະພາບ ມີ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ແນວ​ໃດ? 

SA Game

DooDiDo

ອະ​ທິ​ບາຍຄວາມ​ໝາຍ​ຂອງຄໍາວ່າ ຄຸນນະພາບ ໃນ​ພາ​ສາ​ລາວ​.

​      ​ໃນ​ພາ​ສາ​ລາວຂໍ້ກຳນົດທີ່ຕ້ອງການໂດຍສິນຄ້າທີ່ໃຫ້ບໍລິການນັ້ນສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າແມ່ນຜະລິດຕະພັນທີ່ສອດຄອງກັບຄວາມພໍ​ໃຈຂອງລູກຄ້າ ຫລື ການດຳເນິນງານຂອງຂະບວນການໃດໜຶ່ງທີ່ມີປະສິດທິພາບເປັນໄປຕາມຂໍ້ກຳນົດທີ່ຕ້ອງການ ແລະ ຄາດຫວັງໄວ້ຂອງບຸກ​ຄົນ​ຕ່າງໆທີ່ນຳໃຊ້ໄດ້​ຕາມ​ເປົ້າ​ໝາຍ ຫລື ດີ​ເກີນ​ຄາດ, ​ເຫຼົ່ານີ້​​ຄືຄຸນ​ນະ​ພາບ.

ຄຸນນະພາບ ໃນ​ພາ​ສາ​ລາວ​ຈະ​ເວົ້າ​ໃຫ້​ເຂົ້າ​ໃຈ​ງາຍໆ​ດັ່ງ​ນີ້: ຫາກລູກຄ້າ​ຄົນ​ໃດຄົນໜຶ່ງສັ່ງສິນຄ້າຢ່າງໃດຢ່າງໜຶ່ງ ຫຼື ອາຫານການກິນກໍຕ້ອງໃຫ້ໄດ້ຕາມຄວາມຄາດຫວັງຂອງລູກຄ້າຖ້າຫາກລູກຄ້າສັ່ງເສື້ອຜ້າທີ່ເປັນຍີ້ຫໍ້ທີ່ດີແພດີແລ້ວໃນກໍລະນີສິນຄ້ານັ້ນໝົດເຮົາກໍ່ຕ້ອງຕອບຂໍໂທດລູກຄ້າເພາະສິນຄ້ານັ້ນໝົດບໍ່ແມ່ນວ່າຈະເອົາສິນຄ້າລາຄາຖືກມາປ່ຽນແທ່ນໃຫ້ລູກຄ້າຖ້າເຮັດແນວນີ້ສິນຄ້າກໍ່ຈະບໍ່ໄດ້ຕາມຄວາມຄາດໝາຍຂອງລູກຄ້າຈະເອີ້ນວ່າສິນຄ້າບໍ່ມີຄຸນນະພາບໄດ້.

SA Game
DooDiDo

 ຄຳ​ວ່າ ຄຸນນະພາບ.

ແມ່ນມາດຕະຖານຂອງບາງສິ່ງບາງຢ່າງທີ່ວັດແທກທຽບໃສ່ສິ່ງອື່ນໆທີ່ຄ້າຍຄືກັນ, ລະດັບຂອງຄວາມ ດີເລີດຂອງບາງສິ່ງບາງຢ່າງ, ການປັບປຸງຜະລິດຕະພັນ​ໃຫ້​ດີກວ່າ​ເກົ່າ, ເຊິງຄຳ​ວ່າຄຸນນະພາບ​ນີ້​ໃນ​ທາງ​ການ​ຄ້າ​ຂາຍ​ຈະເຫັນ​ວ່າ​ມີ​ການ​ນຳ​ໃຊ້​ຫລາຍ​ເຊັ່ນ ລູກຄ້າທີ່ຈະຊື້ສິນຄ້າ ຫຼື ບໍ່ລິການມັກຈະຄິດເຖິ່ງລັກສະນະຕ່າງໆທີ່ກ່ຽວກັບປະໂຫຍດຂອງສິນຄ້າທີ່ຈະສ້າງເຖິ່ງຄວາມເພິ່ງພໍ​ໃຈໃຫ້ແກ່ລູກຄ້າຜູ່ບໍລິໂພກ ຫຼື ຜູ່ໃຊ້ບໍລິການ ແລະ ຄຸນນະພາບມີຄວາມສຳຄັນຫຼາຍຕໍກັບເຈົ້າຂອງສິນຄ້າເພາະຈະເຮັດໃຫ້ບັນລຸເປົ້າໝາຍໄດ້ສຳເລັດຕາມທີ່ກຳນົດໄວ້.

ຕົວ­ຢ່າງ: 

  • ​ເສື້ອ​ຜືນ​ນີ້​ຂ້ອຍ​ນຸ່ງ​ມາ​ໄດ້​ຫລາຍ​ປີ​ແລ້ວ​ຍັງ​ນຸງ​ໄດ້​ດີ​ຢູ່​ຖື​ວ່າ​ເສື້ອ​ນີ້ຄຸນ​ນະ​ພາບ​ດີ.
  • ຮັບ​ປະ​ທານອາຫານທີ່​ມີຄຸນນະພາບ, ສະ​ອາດດີ ຈະ​ເຮັດ​ໃຫ້​ສຸ​ຂະ​ພາບ​ດີ ແລະ ແຂງ​ແຮງ.
  • ລົດ​ຈັກ​ຍີ​ຫໍ້​ນີ້​ຄຸນ​ນະ​ພາບ​ບໍ່​ດີ​ປານ​ໃດ​ບໍ່​ຄື​ຍີ​ຫໍ້​ຮອນ​ດາ
  • ການ​ສ້າງ​ເສັ້ນ​ທາງ​ນີ້​ບໍ່​ໄດ້​ຄຸນ​ນະ​ພາບ​ບໍ່​ທັນ​ໃຊ້​ຮອດ​ປີ​ກໍ​ເປ່​ເພ​ແລ້ວ.

ສະຫຼຸບ. 

ຄໍາວ່າ ຄຸນນະພາບ ແມ່ນມາດຕະຖານຂອງບາງສິ່ງບາງຢ່າງທີ່ວັດແທກທຽບໃສ່ສິ່ງອື່ນໆທີ່ຄ້າຍຄືກັນ, ລະດັບຂອງຄວາມ ດີເລີດຂອງບາງສິ່ງບາງຢ່າງ, ການປັບປຸງຜະລິດຕະພັນ​ໃຫ້​ດີກວ່າ​ເກົ່າ, ແລະ ຍັງ​ແມ່ນຄວາມເໝາະສົມໃນການໃຊ້ງານ, ສິນຄ້າທີ່ດີ, ຄວາມຊື່ສັດມີການກວດຄືນການຄວບຄຸ້ມມາດຕະຖານຂໍ້ກຳນົດຄວາມເພິງພໍໃຈທີ່ເຂົ້າມາໃຊ້ບໍລິການນັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo