ຄຳວ່າ ຄ່າ ແລະ ລາຄາ ມີຄວາມໝາຍແຕກຕ່າງກັນຄືແນວໃດ?

SA Game

DooDiDo

ຄວາມຄື​ກັນ​ ແລະ ແຕກຕ່າງກັນຂອງຄຳວ່າ ຄ່າ ແລະ ລາຄາ.

ທຸກໆຄຳເວົ້າໃນພາສາລາວຂອງເຮົາຍັງມີອີກຫຼາກຫຼາຍຄຳສັບທີ່ມີຄວາມໝາຍຄ້າຍຄືກັນ ແຕ່ບໍ່ແມ່ນອັນດຽວກັນ ຈື່ງອາດພາໃຫ້ເກີດເປັນຈຸດອ່ອນໃນການໃຊ້ຄຳສັບ ຫຼື ການໃຊ້ສື່ສານກັນໃນຊີວິດປະຈຳວັນ ເພາະຖ້າຫາກເຮົາສື່ສານກັນໂດຍການນຳໃຊ້ຄຳສັບ ຫຼື ຖ້ອຍຄຳທີ່ບໍ່ຖືກຕ້ອງຕາມຈຸດປະສົງທີ່ເຮົາຕ້ອງການກໍ່ສາມາດເຮັດໃຫ້ຄູ່ສົນທະນາເຂົ້າໃຈໄປໃນຄວາມໝາຍທີ່ແຕກຕ່າງກັນອອກໄປ.

ບົດນີ້​ຈື່ງຈະຍົກເອົາ ຄຳວ່າ  ຄ່າ ແລະ ລາຄາ ມາ​ອະ​ທິ​ບາຍ, ເພາະ​ສອງ​ຄຳ​ນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ ​ໂດຍສະເພາະແມ່ນຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວທີ່ອາດຍັງບໍ່ເຂົ້າໃຈໃນຄຳເວົ້າ ແລະ ຄວາມໝາຍຂອງທັງສອງຄຳນີ້, ດັ່ງນັ້ນມື້ນີ້ເຮົາຈະມາລົງລຶກເຖິງສອງຄຳນີ້ວ່າມັນມີຄວາມໝາຍທີ່ຄ້າຍຄືກັນ ແລະ ແຕກຕ່າງກັນຄືແນວໃດ.

SA Game
DooDiDo

ຄຳວ່າ ຄ່າ.

ເປັນຄຳນາມ : ໝາຍເຖິງການປຽບທຽບລະຫວ່າງວັດຖຸສິ່ງຂອງກັບຊັບສິນ ຫຼື ເງິນເພື່ອໃຫ້ໄດ້ຕາມຄວາມຕ້ອງການ ແລະ ຄວາມເໝາະສົມໃນການປຽບທຽບ, ນອກຈາກນີ້ຍັງສາມາດໃຊ້ໄດ້ກັບການປຽບທຽບໃສ່ກັບຈິດໃຈຂອງຄົນເຮົາໄດ້ອີກດ້ວຍ.

ຕົວຢ່າງ :

  1. ຮູບໃບນີ້ມັນມີຄຸນຄ່າຫຼາຍກັບຈິດໃຈຂອງຂ້ອຍ
  2. ເຮືອນຫຼັງນີ້ ກັບ ດິນຕອນນັ້ນຈັ່ງໃດກະມີຄ່າຊ່ຳໆກັນນັ້ນລະ.
  3. ການທີ່ໄດ້ຮັບໂອກາດໃນການເຮັດວຽກຄັ້ງນີ້ມັນມີຄຸນຄ່່າຫຼາຍກັບຊີວິດຂ້ອຍ.

ຄຳວ່າ ລາຄາ.

ໝາຍເຖິງວັດຖຸສິ່ງຂອງ, ສິນຄ້າ ແລະ ບໍລິການທີ່ຄິດເປັນລາຄາ, ເພາະລາຄາເປັນສິ່ງທີ່ກຳນົດມູນຄ່າຂອງຜະລິດຕະພັນ ແລະ ຍັງກຳນົດຜົນຈາກການດຳເນີນທຸລະກິດຂອງເງິນຕາ ທີ່ໃຊ້ເຂົ້າໃນການແລກປ່ຽນຊື້-ຂາຍຜະລິດຕະພັນ ເຊີ່ງເປັນຈຳນວນເງິນທີ່ຜູ້ຊື້ເຕັມໃຈທີ່ຈະຊຳລະ ແລະ ຜູ້ຂາຍກໍເຕັມໃຈທີ່ຈະຂາຍໃນລາຄາດຽວກັນ.

ຕົວຢ່າງ:

  1. ລົດຄັນນີ້ຂ້ອຍຊື້ມາໃນລາຄາ 2,000,000 ກີບ.
  2. ຮ້ານເສີມສວຍຮ້ານນີ້ ບໍລິການສະຜົມຜູ້ຍິງລາຄາພຽງແຕ່ 10,000 ກີບຕໍ່ຄັ້ງ.
  3. ເສື້ອຜືນນີ້ລາຄາເທົ່າໃດ?

ສະຫຼຸບ.

     ຄຳວ່າ ຄ່າ ແລະ ລາຄາ  ນັ້ນມັນມີຄວາມກ່ຽວຂ້ອງ ຫຼື ຕໍ່ເນື່ອງກັນໃນການໃຊ້ຊັບພາສາລາວ ດັ່ງນັ້ນກ່ອນທີ່ເຮົາຈະໃຊ້ຄຳສັບໃນການສົນທະນາຈື່ງຄວນໄຈ້ແຍກກ່ອນວ່າຄວນນຳໃຊ້ຄຳໃດ, ໃນກໍລະນີໃດ ເພາະທັງສອງຄຳນີ້ຖ້າເຮົານຳມາໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ ມັນສາມາດເຮັດໃຫ້ຄວາມໝາຍແຕກຕ່າງອອກຈາກຈຸດປະສົງທີ່ເຮົາຕ້ອງການໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo