ຄໍາວ່າ “ກ່ຽວ”ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກ່ຽວ” ມີຄວາມໝາຍແນວໃດ?

ຄໍາວ່າ “ກ່ຽວ” ແມ່ນຊື່ມີດຮູບໂຄ້ງແນວນຶ່ງເອີ້ນວ່າ ກ່ຽວ ຫຼື ຂໍກ່ຽວ ຊຶ່ງອອກແບບມາໄວ້ກ່ຽວຫຍ້າ ຫຼື ກ່ຽວ ເຂົ້າ (ກ່ຽວເຟືອງ) ສະເພາະ ຫົວໜ່ວຍທີ່ໃຊ້ນັບແມ່ນຄືກັນກັບມີດ ໂດຍທົ່ວໄປແມ່ນນັບເປັນ “ດວງ” ບາງເຂດກໍເອີ້ນ “ມາກ” ດັ່ງ ກ່ຽວດວງນຶ່ງ ຫຼື ກ່ຽວມາກນຶ່ງ, ກ່ຽວສອງດວງ ຫຼື ກ່ຽວສອງມາກ, ກ່ຽວຈັກ ດວງ, ກ່ຽວຫຼາຍດວງ ເປັນຕົ້ນ.

ໃນສະໄໝກ່ອນການເຮັດກ່ຽວ ປະກອບມີສ່ວນປະກອບຫຼັກຄື: ດ້າມກ່ຽວ ເຮັດດ້ວຍໄມ້, ປອກດ້າມກ່ຽວ ເຮັດດ້ວຍເຫຼັກບາງໆຂົດ ຫຼື ຈອດເປັນປອກມົນໆ ເພື່ອຕາມດ້າມກ່ຽວເຂົ້າ ກັບມາກກ່ຽວ ແລະ ມາກກ່ຽວ ເອົາຂີ້ຊີ ຫຼື ຢາງໜຽວຈອດໃຫ້ຍືດຕິດກັນ, ມາກກ່ຽວ ຫຼື ດວງກ່ຽວ ຫຼື ກ່ຽວ ແມ່ນເຮັດດ້ວຍເຫຼັກແຜ່ນບາງຄືກັບມີດ ແຕ່ຕີໃຫ້ໂຄ້ງ ແລະ ມີຄົມດ້ານໃນ ເພື່ອໃຫ້ສາມາດເກາະ ແລະ ຕັດກໍເຂົ້າ ຫຼື ຕົ້ນເຂົ້າ ຫຼື ເຟືອງ, ຮວງເຂົ້າ, ຫຍ້າ ໃຫ້ຂາດ ຄືກັນກັບເອົາມາດຖາງຫຍ້າ.

ກ່ຽວ ແມ່ນຍັງນິຍົມກັນໃຊ້ໃນຫຼາຍປະເທດທົ່ວໂລກ ແລະ ປະຈຸບັນໃນປະເທດທີ່ບໍ່ທັນສະໄໝ ຫຼື ເຂດຊົນນະ ບົດທີ່ຂາດຄວາມຈະເລີນແມ່ນຍັງນໍາໃຊ້ຢູ່ ແຕ່ກໍມີຫຼາຍປະເທດໃຊ້ກົນຈັກເຂົ້າມາຊ່ວຍ ຊຶ່ງເຮົາມັກເຫັນ ແລະ ເອີ້ນວ່າ “ລົດກ່ຽວເຂົ້າ”.

SA Game
DooDiDo

ນອກຈາກນີ້, “ກ່ຽວ” ຍັງແມ່ນຊື່ພະຍາດ ຫຼື ໂລກແນວນຶ່ງ ຊຶ່ງເຮັດໃຫ້ມີອາການມຶນຊາ. ຄົນເຮົາມັກເປັນ ເລື້ອຍໆ ດັ່ງອາການສັ້ນປະສາດຢູ່ກົກຂາ, ກົກແຂນໄດ້ຮັບຜົນກະທົບ ແລ້ວມີອາການມີນຊາ ແລະ ລ່ອຍ ແຂນຂາ ບາງເຂດເອີ້ນເໜັບກິນແຂນກິນຂາ ຊຶ່ງມີຄວາມໝາຍວ່າກ່ຽວຂາເຊັ່ນກັນ. “ກ່ຽວ” ຍັງໝາຍເຖິງ ການໄປມາຫາສູ່ຕິດຕໍ່ຫາກັນ ແລະ ກັນ ຫຼື ຂ້ອງຄາກັນ, ໝາຍເຖິງກ່ຽວເນື່ອງເຖິງກັນ ແລະ ພົວພັນ ຫຼື

ກຽວພັນ ຫຼື ກ່ຽວຂ້ອງ ຊຶ່ງມີຄວາມຜູກພັນກັນດ້ານໃດດ້ານນຶ່ງ ເຊັ່ນ: ກ່ຽວດອງກັນ ແມ່ນຕິດຕໍ່ກັນໃນທາງ ແຕ່ງດອງ ຫຼື ແຕ່ງງານ ເປັນພີ່ເປັນນ້ອງກັນໃນທາງດອງ, ກ່ຽວພັນທາງຍາດພີ່ນ້ອງ, ກ່ຽວພັນທາງສາຍ ເລືອດ, ກ່ຽວພັນທາງການທູດ, ກ່ຽວພັນທາງການເມືອງ, ກ່ຽວພັນທາງການຄ້າ, ກ່ຽວພັນທາງການເງິນ. ນອກນັ້ນ, ຍັງມີ ກ່ຽວກັບ ຫຼື ກ່ຽວກັບເລື່ອງ ແມ່ນເລື່ອງນຶ່ງໆ, ກ່ຽວເນື່ອງ ແມ່ນມີເຫດມາຈາກ, ກ່ຽວກ້ອຍ ຫຼື ເກາະກ້ອຍ ແມ່ນສັນຍາລັກແຫ່ງການຄືນດີກັນ ຫຼື ສັນຍາກັນຢ່າງໃດຢ່າງນຶ່ງ. “ກ່ຽວ” ຍັງມີຄວາມ ໝາຍວ່າ ຂົດເຂົ້າ ຫຼື ງໍເຂົ້າ ເອີ້ນຢ່າງນຶ່ງວ່າ ຈັງເຂົ້າ ເຊັ່ນ: ຄົນເຈັບກ່ຽວງໍເຂົ້າ, ເຄືອໄມ້ກ່ຽວພັນຂຶ້ນຕົ້ນ ໄມ້ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກ່ຽວ”.

“ກ່ຽວ(1. ຄໍານາມ) ມີດຮູບໂຄ້ງໆ ສໍາລັບຕັດຕໍຫຍ້າ ຫຼື ເຂົ້າ. ພະຍາດແນວນຶ່ງທໍາໃຫ້ມຶນ (2. ຄໍາກິລິຍາ) ຕັດເຂົ້າ ຫຼື ຫຍ້າ ດ້ວຍ ມີດຢ່າງນຶ່ງ. ຕິດຕໍ່ຫາກັນ, ຂ້ອງຄາກັນ, ເນື່ອງເຖິງກັນ. ຈັງເຂົ້າ, ງໍເຂົ້າ.

ຕົວຢ່າງ:

  • ມື້ວານນີ້ໄປກ່ຽວເຂົ້າຢູ່ນາ, ເອົາກ່ຽວໄປສີບດວງ ແຕ່ພາຍຫຼັງທີ່ກ່ຽວເຂົ້າແລ້ວ ແລະ ລວບລວມ ກ່ຽວ ເພື່ອຈະເອົາກັບມາເຮືອນພັດມີແຕ່ເກົ້າດວງ ເສຍດວງນຶ່ງ.
  • ການກໍ່ສ້າງເຂື່ອນໄຟຟ້າແມ່ນກ່ຽວຂ້ອງກັບຫຼາຍພາກສ່ວນເປັນຕົ້ນ ນັກອອກແບບ, ນັກທໍລະນີວິ ທະຍາ, ຊ່ຽວຊານດ້ານໄຟຟ້າ, ສະຖາບັນການເງິນ ແລະ ທະນາຄານຜູ້ປ່ອຍກູ້, ລັດຖະບານ, ປະຊາຊົນຜູ້ຢູ່ພື້ນທີ່ໄດ້ຮັບຜົນກະທົບ ລວມທັງເຈົ້າຂອງໂຄງການ.
  • ຂ້ອຍປູກໝາກບວບ ຊຶ່ງເຄືອຂອງມັນໄດ້ກ່ຽວພັນຂຶ້ນຕົ້ນໝາກມ່ວງ ແລະ ລາມແຜ່ໄປຢ່າງໄວວາ ພ້ອມທັງອອກໝາກດົກຫຼາຍ.
  • ຍ້ອນອາການເຈັບ ແລະ ປວດທ້ອງຢ່າງແຮງຂອງຄົນໄຂ້ ເຮັດໃຫ້ລາວກ່ຽວງໍປ້ອມເຂົ້າ ແລະ ຄາງ ອ່ອຍໆ.

ສະຫຼຸບ.

ຄໍາວ່າ “ກ່ຽວ” ແມ່ນຊື່ຂອງກ່ຽວ ນັບເປັນ “ດວງ” ຫຼື “ມາກ” ກ່ຽວເປັນມີດຮູບໂຄ້ງແນວນຶ່ງ ຄົມທາງໃນ ເພື່ອໃຊ້ກ່ຽວເຂົ້າ, ກ່ຽວເຟືອງ, ກ່ຽວຫຍ້າ. ກ່ຽວມີສ່ວນປະກອບຫຼັກຄື: ດ້າມກ່ຽວ, ປອກດ້າມກ່ຽວ ແລະ ດວງກ່ຽວ. ກ່ຽວເຮັດເຫຼັກແຜ່ນບາງຄືກັບມີດ. “ກ່ຽວ” ຍັງແມ່ນຊື່ພະຍາດ ຫຼື ໂລກແນວນຶ່ງ. “ກ່ຽວ” ຍັງ ໝາຍເຖິງການກ່ຽວພັນກັນ, ກ່ຽວຂ້ອງ ຫຼື ກ່ຽວເນື່ອງເຖິງກັນແນວໃດແນວນຶ່ງ. ນອກຈາກນີ້, “ກ່ຽວ” ຍັງ ໝາຍເຖິງການຂົດເຂົ້າ, ຫົດເຂົ້າ, ງໍເຂົ້າ ຫຼື ຈັງເຂົ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo