ຄໍາວ່າ “ພາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ພາກ” ໝາຍເຖິງພື້ນທີ່ສ່ວນໃດສ່ວນນຶ່ງ ຫຼື ສ່ວນໃດສ່ວນນຶ່ງຕາມການກໍານົດຂອງຄົນເຮົາແລ້ວ ແຕ່ຈຸດພິເສດ ເຊັ່ນ: ພາກພື້ນອາຊີອາຄະເນ, ພາກພື້ນຢູ່ໂລບ, ພາກພື້ນອາເມລິກາ, ພາກພື້ນອາຟາລິກາ, ພາກ ເໜືອ, ພາກກາງ, ພາກໃຕ້, ພາກຕາເວັນຕົກ, ພາກຕາເວັນອອກ, ພາກທົ່ງພຽງ, ພາກເທິງພູ, ບົດ ພາກທີ່ 1, ບົດພາກທີ 2, ໜັງເລື່ອງພາກທໍາອິດ, ໜັງເລື່ອງພາກທີ່ 2, ໜັງພາກສຸດທ້າຍ, ພາກຄໍ່າ, ພາກບ່າຍ, ພາກເຊົ້າ ເປັນຕົ້ນ. “ພາກ” ຍັງໝາຍເຖິງຂ້າງໃດຂ້າງນຶ່ງ ດັ່ງ ພາກຝັ່ງຊ້າຍ, ພາກຝັ່ງຂວາ, ພາກພູເບື້ອງນັ້ນ, ພາກພູເບື້ອງນີ້ ແລະ ອື່ນໆ. “ພາກ” ຍັງແມ່ນຝ່າຍຕ່າງໆ ຊຶ່ງແບ່ງກັນອອກໄປ ເຊັ່ນ: ພາກຝ່າຍຂວາຈັດ, ພາກຝ່າຍ ຊ້າຍຈັດ, ພາກເອກະຊົນ, ພາກວິສາຫະກິດ, ພາກລັດ, ພາກທິດສະດີ, ພາກປະຕິບັດ.

ນອກຈາກນີ້, “ພາກ” ຍັງໝາຍເຖິງການໄດ້ຈາກກັນໄປ ຫຼື ແຍກຈາກອອກກັນຂອງສິ່ງຕ່າງໆ ດັ່ງ ພາກ ຈາກກັນ ຫຼື ພາກກັນ, ຫ້ອງການແບ່ງອອກເປັນ 5 ພາກສ່ວນ, ປະເທດລາວແບ່ງອອກເປັນ 3 ພາກ ຄື: ພາກເໜືອ, ພາກກາງ, ພາກໃຕ້. ປະເທດຈີນແບ່ງອອກເປັນຫຼາຍພາກ ແລະ ຕັ້ງເປັນມົນທົນ ບໍ່ແມ່ນ ແຂວງຄືກັບລາວໃຊ້ ຫຼື ຈັ່ງຫວັດແບບປະເທດໄທ. “ພາກ” ຍັງແມ່ນຊື່ພະຍາດ ຫຼື ໂລກລະບາດແນວນຶ່ງ ມັກເກີດເລື້ອຍໆກັບສັດລ້ຽງ ທັງນ້ອຍ ແລະ ໃຫຍ່ ເຊັ່ນ: ງົວ, ຄວາຍ, ເປັດ, ໄກ່ ຊຶ່ງສະແດງອາການ ດ້ວຍການມີອາການໃຄ່. “ພາກ” ຍັງແມ່ນການເວົ້າ ຫຼື ປາກ ຫຼື ແປ ໃສ່ບົດເລື່ອງ ຫຼື ຈາກພາສາ ເຊັ່ນ: ພາກໜັງເລື່ອງ, ພາກລະຄອນ, ພາກບົດ, ພາກພາສາລາວ, ພາກພາສາອັງກິດ ແລະ ອື່ນໆ. ແຕ່ຖ້າເປັນ ພາກພຽນແມ່ນອົດທົນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພາກ”.

“ພາກ” (1. ຄໍານາມ) ສ່ວນ, ຂ້າງ, ຝ່າຍ, ເທື່ອ. (2. ຄໍາກິລິຍາ) ແຍກຈາກອອກກັນ, ຈາກກັນ. ໂລກ ລະບາດແນວນຶ່ງມັກເກີດກັບສັດຈໍາພວກງົວ, ຄວາຍ, ເປັດ, ໄກ່ ແລ້ວມີອາການໃຄ່. ເວົ້າ, ປາກ “ສອງກໍ ພິພາກຕ້ານ ມາແຕ່ແດນໃດ” (ສິນໄຊ).

ຕົວຢ່າງ:

  • ພາກພື້ນອາຊີ ຕາເວັນອອກຊ່ຽງໃຕ້ ເປັນເຂດພື້ນທີ່ສີຂຽວ ແລະ ມີທະເລບໍລິເວນກວ້າງ ອຸດົມສົມ ບູນໄປດ້ວຍຊັບໃນດິນສິນໃນນໍ້າ ແລະ ສັດນາໆຊະນິດ.
  • ແມ່ນໍ້າຂອງຂັ້ນປະເທດລາວ ແລະ ໄທ ຄື ພາກເບື້ອງຊ້າຍແມ່ນປະເທດລາວ ແລະ ພາກເບື້ອງ ຂວາແມ່ນປະເທດໄທ.
  • ປະເທດພະມ້າເກີດຈາກການເມືອງງມີຫຼາຍຝ່າຍ, ລວມທັງກອງທະຫານຕ່າງໆ ຊຶ່ງບໍ່ເຂົ້າໃຈກັນ ຈຶ່ງເກີດຄວາມວຸ້ນວາຍພາຍໃນຂຶ້ນ.
  • ສົງຄາມກາງເມືອງຮ້າຍແຮງ ແລະ ຫຼາຍປີ ຈິ່ງເຮັດໃຫ້ພີ່ນ້ອງໄດ້ພາກຈາກກັນເປັນເວລາຫຼາຍສິບ ປີ.
  • ນັກພາກລະຄອນແມ່ນມີຄວາມສາມາດຫຼາຍ ເພາະສາມາດພາກໄດ້ທັງສຽງຍິງສຽງຊາຍ ແລະ ພາກເປັນພະເອກ ແລະ ໂຈນກໍໄດ້.

ສະຫຼຸບ.

ຄໍາວ່າ “ພາກ” ພື້ນທີ່ສ່ວນໃດສ່ວນນຶ່ງ ຫຼື ສ່ວນໃດສ່ວນນຶ່ງຕາມການກໍານົດ, ພ້ອມນັ້ນ, ຍັງແມ່ນພາກທີ ຕ່າງໆໃນບົດເລື່ອງ, ລະຄອນ, ບົດກອນ, ບົດແຕ່ງຕ່າງໆ. “ພາກ” ຍັງໝາຍເຖິງຂ້າງ ຫຼື ໃດຂ້າງນຶ່ງ “ພາກ” ຍັງແມ່ນຝ່າຍ ຫຼື ຝ່າຍໃດຝ່າຍນຶ່ງ ຫຼື ຝ່າຍຕ່າງໆ. ນອກຈາກນີ້, “ພາກ” ຍັງໝາຍເຖິງການຈາກ ກັນ ຫຼື ແຍກຈາກອອກກັນ ລວມທັງສິ່ງຂອງ, ຄົນ ແລະ ສິ່ງຕ່າງໆ ທີ່ແຍກກັນ. “ພາກ” ແມ່ນຊື່ພະຍາດ  ຊຶ່ງແມ່ນໂລກລະບາດແນວນຶ່ງ ເກີດຂຶ້ນກັບ ງົວ, ຄວາຍ, ເປັດ, ໄກ່ ຖ້າເປັນແມ່ນມີອາການໃຄ່. “ພາກ” ຍັງແມ່ນການພາກພາສາ ຫຼື ເວົ້າ ຫຼື ປາກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo