ຄໍາວ່າ ກົດໄອຍະການເສິກ ມີຄວາມໝາຍແນວໃດ?

SA Game

DooDiDo

ຄວາມໝາຍພາສາລາວຂອງຄໍາວ່າ: ກົດໄອຍະການເສິກ.

ພາສາລາວມີຫຼາຍຄໍາສັບທີ່ຂຽນຄ້າຍຄືກັນ ແຕ່ຄວາມໝາຍພັດຕ່າງກັນ, ບາງຄໍາສັບຂຽນຕ່າງກັບແຕ່ພັດມີຄວາມໝາຍອັນດຽວກັນ ຈຸດທີ່ຄວນລະວັງທີ່ສຸດໃນການນໍາໃຊ້ພາສາລາວ ກໍ່ຄືການສະກົດຄໍາ ເພາະຖ້າເວົ້າສຽງບໍ່ຖືກ ຫຼື ຂຽນບໍ່ຖືກຕ້ອງຕາມສະຫຼະ, ພະຍັນຊະນະ ຫຼື ຕົວສະກົດກໍ່ຕາມແຕ່  ມັນກໍ່ຈະກາຍເປັນຄໍາສັບອື່ນ ແລະ ມີຄວາມໝາຍປ່ຽນໄປ.

ສະນັ້ນ, ເພື່ອທໍາຄວາມເຂົ້າໃຈໃນການໃຊ້ພາສາຫຼາຍຂຶ້ນເຮົາຈຶ່ງຈະຍົກເອົາບາງຄໍາສັບໃນພາສາລາວມາອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້, ເຊິ່ງຄໍາສັບທີ່ເຮົາຈະຍົກຂຶ້ນມາເວົ້າໃນບົດຄວາມນີ້ແມ່ນຄໍາວ່າ: ກົດໄອຍະການເສິກ. ຄໍາດັ່ງກ່າວ ບໍ່ຄ່ອຍຖືກນໍາໃຊ້ໃນຊີວິດປະຈໍາວັນທົ່ວໄປ ເພາະເປັນສັບສະເພາະຂອງທາງການ. ໃນການອະທິບາຍຄວາມໝາຍຂອງຄໍາສັບດັ່ງກ່າວ ເຮົາໄດ້ນໍາເອົາຂໍ້ມູນບາງສ່ວນຈາກປຶ້ມວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນບົດຄວາມນີ້ ແລະ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ຄໍາສັບໄດ້ ດັ່ງນີ້:

SA Game
DooDiDo
ຄໍາວ່າ ກົດໄອຍະການເສິກ.

ປະກອບມີສາມຄໍາປະສົມກັນ ໄດ້ແກ່ຄໍາວ່າ: ກົດ-ໄອຍະການ-ເສິກ, ເຊິ່ງທັງສາມຄໍານີ້ກໍ່ລ້ວນແຕ່ມີຄວາມໝາຍໃນຕົວມັນເອງເຊັ່ນ:

ກົດ (ຄໍານາມ) ໝາຍເຖິງ ປະເພນີ, ລະບຽບ ຂໍ້ບັງຄັບ, ລະບຽບທີ່ຄົນຜູ້ໜຶ່ງ ຄະນະໜຶ່ງວາງໄວ້ ເພື່ອໃຫ້ຄົນໃນໝູ່ ໃນຄະນະເຮັດ ຫຼືທໍາສະເໝີກັນ.

ຕົວຢ່າງ:

ກົດຂອງການເປັນຂ້າລາດຊະການຄືຕ້ອງເຮັດວຽກເພື່ອປະຊາຊົນ.

ເປັນທະຫານຕ້ອງປະຕິບັດຕາມກົດລະບຽບຢ່າງເຄັ່ງຄັດ.

ໄອຍະການ (ຄໍານາມ) ໝາຍເຖິງ ຊື່ຕໍາແໜ່ງ ແລະ ເຈົ້າໜ້າທີ່ພວກໜຶ່ງໃນກະຊວງຍຸຕິທໍາ ມີໜ້າທີ່ຟ້ອງຄວາມຂອງແຜ່ນດິນ ຫຼືຂອງລັດຖະບານ, ຜູ້ຈັດການຟ້ອງແທນລັດຖະບານ.

ຕົວຢ່າງ:

ໄອຍະການສັ່ງຟ້ອງພະນັກງານລັດຈໍານວນໜຶ່ງໃນຂໍ້ຫາສໍ້ລາດບັງຫຼວງ.

ເສິກ (ຄໍານາມ) ໝາຍເຖິງ ສົງຄາມ, ການຂ້າຟັນກັນດ້ວຍອາວຸດຍຸດໂທປະກອນ ເພື່ອຜົນປະໂຫຍດທາງເສດຖະກິດການເມືອງ.

ຕົວຢ່າງ:

ອີຣັກເຮັດເສິກກັບອີຣານແກ່ຍາວມາເປັນເວລາຫຼາຍປີ.

ສະຫຼຸບ.

ຄໍາວ່າ ກົດໄອຍະການເສິກ ໃຊ້ເປັນຄໍານາມ ມີຄວາມໝາຍວ່າ ກົດໝາຍທີ່ເຮັດຂຶ້ນ ໃຊ້ໃນເວລາທີ່ຈໍາເປັນ ເຊັ່ນ ເມື່ອບ້ານເມືອງເກີດຂ້າເສິກສົງຄາມ ຫຼືຄວາມບໍ່ສະຫງົບ ຈະຕ້ອງບັນຍັດຂຶ້ນໃຊ້. ໃນພາວະເຊັ່ນນີ້ ກົດໝາຍນີ້ເອີ້ນວ່າກົດໄອຍະການເສິກ, ອໍານາດບໍລິຫານບ້ານເມືອງຕົກຢູ່ໃນກໍາມືທະຫານ, ທະຫານຈະໃຊ້ກົດນີ້ໄປຈົນກວ່າບ້ານເມືອງຈະສະຫງົບສຸກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo