ຄໍາວ່າ ດັງ ແລະ ດັ່ງ ຄືກັນ ຫລື ຕ່າງກັນແນວໃດໃນພາສາລາວ?

SA Game

DooDiDo

ພາສາລາວຄໍາວ່າ ດັງ ແລະ ດັ່ງ ມີຄວາມໝາຍແນວໃດ?

ການຈໍາແນກບາງຄໍາສັບໃນພາສາລາວມີຄວາມສັບສົນຫຼາຍ ທັງນີ້ກໍ່ຍ້ອນຄວາມຫຼາກຫຼາຍຂອງພາສາລາວ ທີ່ບາງເທື່ອກໍ່ເຮັດໃຫ້ສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍ. ຄໍາສັບໜຶ່ງກໍ່ແປຄວາມໝາຍໄດ້ຫຼາຍຢ່າງ ຈົນເຮັດໃຫ້ຈໍາແນກບໍ່ໄດ້ວ່າຄວນໃຊ້ຄໍາໃດຈຶ່ງຈະຖືກຕ້ອງ ເຊິ່ງມັນມີ​ຫລາຍໆ​ຄຳ​ທີ່​ອອກ​ສຽງ​ຄ້າຍ​ຄື​ກັນ ລວມ​ທັງ​ຄວາມ​ໝາຍ​ກໍ​ໃກ້​ຄຽງ​ກັນ ແລະ ເວ​ລາ​ນຳ​ໄປ​ໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ​.

ບົດຄວາມນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ດັງ ແລະ ດັ່ງ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ຫຼົງ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຈະອະທິບາຍວິທີການນໍາໃຊ້ ແລະ ຄວາມໝາຍຂອງມັນ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ສາມາດອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ຄື:

SA Game
DooDiDo
ຄຳວ່າ ດັງ.

ດັງ ໃຊ້ເປັນທັງຄໍາກໍາມະ ແລະ ຄໍານາມ ມີຄວາມໝາຍທີ່ແຕກຕ່າງກັນອອກໄປເຊັ່ນ:

ດັງ (ຄໍານາມ) ໝາຍເຖິງ ອະໄວຍະວະຂອງຄົນ ແລະ ສັດ ບ່ອນສໍາລັບຫາຍໃຈ ເອີ້ນວ່າ ດັງ.

ດັງແປ ເອີ້ນ ດັງແໝບ; ດັງບານ ຫຼື ຮູດັງກວ້າງ ເອີ້ນ ດັງປື່ງ; ດັງໂດ່ງ ຫຼື ດັງໃຫຍ່ ເອີ້ນດັງໂມ; ດັງແວ່ງຫຼາຍເອີ້ນ ດັງວືກ; ດັງແວ່ງປານກາງ ເອີ້ນ ດັງວາກ…

ດັງ (ຄໍາກໍາມະ1) ໝາຍເຖິງ ບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ.

ຕົວຢ່າງ:

ສຽງຟ້າຮ້ອງດັງສະນັ່ນຫວັ່ນໄຫວ.

ເຮົາມັກໄດ້ຍິນສຽງກະໂພກດັງກຶກກ້ອງທົ່ວເມືອງຍາມປີໃໝ່ຈີນ ຫຼື ກຸດຈີນ.

ດັງ (ຄໍາກໍາມ2) ໝາຍເຖິງ ຕິດ, ກໍ່, ຈູດ.

ຕົວຢ່າງ:

ນ້ອງຂອງຂ້ອຍດັງໄຟນຶ້ງເຂົ້າທຸກເຊົ້າແລງ.

ຄຳວ່າ ດັ່ງ.

ດັ່ງ ເປັນຄໍາຄຸນນາມ ມີຄວາມໝາຍວ່າ ປະດຸດ, ຄ້າຍ, ເໝືອນ ເຊັ່ນ: ເປັນດັ່ງ, ປະດຸດດັ່ງ, ຄືດັ່ງ, ເໝືອນດັ່ງ ເປັນຕົ້ນ. ນອກນັ້ນ ຍັງມີຄໍາວ່າ ດັ່ງໃດ ແປວ່າ: ຢ່າງໃດ, ເປັນແນວໃດ; ດັ່ງນີ້ ແປວ່າ ເປັນຢ່າງນີ້, ເປັນແນວນີ້; ດັ່ງນັ້ນ ແປວ່າ ເປັນຢ່າງນັ້ນ, ເປັນແນວນັ້ນ…

ຕົວຢ່າງ:

ອ້າຍເປັນດັ່ງພໍ່ຄົນທີ່ສອງຂອງຂ້ອຍ.

ສາວຄູຂອງຂ້ອຍໃຈດີເໝືອນດັ່ງນາງຟ້າ.

ສະຫຼຸບ.

ທັງສອງຄໍາສັບນີ້ມີຄວາມໝາຍແຕກຕ່າງກັນ ແລະ ນໍາໃຊ້ໃນຮູບແບບຂອງປະໂຫຍກກໍ່ບໍ່ຄືກັນ, ຄໍາວ່າ ດັງ ໃນຮູບແບບຂອງຄໍານາມໝາຍເຖິງອະໄວຍະວະໜຶ່ງຂອງຄົນ ແລະ ສັດ ໃຊ້ສໍາລັບຫາຍໃຈ ແລະ ດົມກິ່ນ, ດັງ ໃນຮູບແບຂອງຄໍາຄຸນນາມໝາຍເຖິງການບັງເກີດສຽງຂຶ້ນ, ກົງກັນຂ້າມກັບມິດ ເອີ້ນວ່າ ດັງ,  ສ່ວນວ່າ ດັ່ງ  ໝາຍເຖິງ ປະດຸດ,  ເໝືອນ ເຊິ່ງໃຊ້ກັບສິ່ງໃດທີ່ເຮົາເອົາມາປຽບທຽບວ່າເໝືອນກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo