ຄຳ​ວ່າ ຂອບ​ໃຈ ແລະ ຄອບ​ໃຈ ຖ້າ​ຈະ​ໃຫ້​ຖືກ​ຕ້ອງ​ຄວນ​ນຳ​ໃຊ້​ໂຕ​ໃດ?

SA Game

DooDiDo

ຄວາມ​ແຕກ​ຕ່າງ ແລະ ​ຄວາມ​ໝາຍ​ຂອງ ຂອບໃຈ ແລະ ຄອບໃຈ.

ການ​ຂອບ​ໃຈ ເວລາທີ່ພວກເຮົາເຮັດອັນໃດອັນໜຶ່ງ ແກ່ຜູ້ໃດຜູ້ໜຶ່ງດ້ວຍຄວາມເຕັມໃຈ ແລ້ວໄດ້ຍິນຄໍາວ່າ “ຂອບໃຈ” ເຮົາກໍຮູ້­ສຶກມີຄວາມມ່ວນຊື່ນໃນຈິດໃຈທັນ­ທີ ພ້ອມທັງມີຄໍາຕອບໄປວ່າ “ບໍ່ເປັນຫຍັງ” ບາງຄັ້ງເຮົາກໍຕື່ມຄໍາວ່າ “ດອກ” ເຂົ້າໄປ ເຮັດໃຫ້­ກາຍເປັນ “ບໍ່ເປັນຫຍັງດອກ”. ຄໍາເວົ້າດັ່ງກ່າວນັ້ນ ສາມາດເຮັດໃຫ້­ທັງຜູ້ກ່າວ “ຂອບໃຈ” ແລະ­ຜູ້ຮັບຄໍາຂອບໃຈ ຕ່າງກໍມີຄວາມຮູ້­ສຶກດີໆ­ຕໍ່ກັນ.

ສຳ​ລັບ​ການ​ນຳ​ມາ​ໃຊ້​ໃນ​ການ​ຂີດ​ຂຽນ​, ການ​ພິມ, ການ​ເວ​ົ້າ​ຕ່າງໆ ຍັງ​ຄົງ​ເຫັນ​ບາງ​ຄົນ​ຍັງ​ສະ​ກົດ​ຜິດ​ໃນ​ຄຳ​ນີ້ ອາດ​ເປັນ​ຍ້ອນ​ຫລາຍໆ​ຄົນ​ຍັງ​ບໍ່​ໄດ້​ສືກ​ສາ​ແທ້ ແລະ ຊອກ​ຫາ​ແຫລ່ງ​ຂໍ້​ມູນ​ມາ​ເພື່ອ​ນຳ​ມາ​ອ້າງ​ອີງ​ນຳ​ກັນ, ສຳ​ລັບ​ບົດ​ນີ້​ຈະ​ຂໍ​ອີງ​ຕາມ​ວັດ​ຈະ​ນາ​ນຸ​ກົມ​ມາ​ອະ​ທິ​ບາຍ​ໃຫ້​ຮູ້​ນຳ​ກັນ.

SA Game
DooDiDo

ຄໍາວ່າ ຂອບໃຈ.

ໝາຍ​ເຖິງສະ­ແດງຄວາມຮູ້ບຸນ­ຄຸນໃນນໍ້າໃຈທີ່ມີເມດຕາກະ­ລຸນາ, ກ່າວຕອບແທນບຸນ­ຄຸນຜູ້ອື່ນດ້ວຍຄວາມເວົ້າ­ທີ່ມາຈາກໃຈຈິງ.

ຂອບໃຈ ຄວາມ​ໝາຍອີກ​ແບບ​ໜຶ່ງກໍ່​ອາດ​ຈະ​ບົ່ງ​ບອກ​ເຖິງ​ການ​ຂອບ​ໃຈ​ທີ່​ບໍ່​ໄດ້​ມີ​ສິ່ງ​ຕອບ​ແທນ​ກັບ​ຄືນ​ມາ​ແຕ່​ຢ່າງ​ໃດ​ເຊັ່ນ, ເວ​ລາ​ເຮົາ​ໄປ​ຂໍ​ຮ້ອງ​ໃຫ້​ໃຜ​ຈັກ​ຄົນ​ໜື່ງ​ຊ່ວຍ​ເຫລືອ ຫລື ເຮັດ​ສິ່ງ​ໃດ​ສິງ​ໜື່ງ​ໃຫ້ ແຕ່​ຜູ້​ນັ້ນ​ຊ້ຳ​ພັດ​ຊ່ວຍ​ບໍ່​ໄດ້ດ້ວຍ​ເຫດ​ຜົນ​ໃດໆ​ກໍ່​ດີ, ເຮົາ​ກໍ່​ສາ​ມາດ​ໃຊ້​ຄຳ​ຂອບ​ໃຈ​ໃນ​ແບບ​ດຽວ​ກັນ​ໄດ້.

ຕົວ​ຢ່າງ:

ຂອບ​ໃຈ​ເດີ​ທີ່​ກະ​ລຸ​ນາ​ຫລີກ​ທາງ​ໃຫ້.

ຂອບ​ໃຈ​ເດີ​ສຳ​ລັບ​ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້.

ຄຳ​ວ່າ ຄອບ​ໃຈ.

ການ​ສະ​ກົດ​ແບບ​ນີ້​ເປັນ​ການ​ສະ​ກົດ​ທີ່​ຜິດ, ເວລາຂຽນ ປາກົດມີບາງຄົນສະກົດເປັນ ຄອບໃຈ ເຊິ່ງຜິດແຜກຈາກການສະກົດໃນວັດຈະນານຸກົມ ແລະ ຄວາມນິຍົມຂອງຄົນສ່ວນຫຼາຍ.

ສະ​ຫລຸບ.

ຄວາມ​ໝາຍ​ຂອງ​ຄຳ​ວ່າ ຂອບ​ໃຈ ໝາຍ​ເຖິງສະ­ແດງຄວາມຮູ້ບຸນ­ຄຸນໃນນໍ້າໃຈທີ່ມີເມດຕາກະ­ລຸນາ, ກ່າວຕອບແທນບຸນ­ຄຸນຜູ້ອື່ນດ້ວຍຄວາມເວົ້າ­ທີ່ມາຈາກໃຈຈິງ, ສ່ວນ​ຄຳ​ວ່າ ຄອບ​ໃຈ ​ເປັນ​ການ​ສະ​ກົດ​ທີ່​ຜິດ, ເຊິ່ງຜິດແຜກຈາກການສະກົດໃນວັດຈະນານຸກົມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo