ຕອນນີ້ຈະມາເວົ້າກ່ຽວກັບຄຳສັບທີ່ວ່າ ຫ່ວງ ແລະ ຮ່ວງ

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ພາ​ສາ​ລາວ​ຂອງ​ຄຳ​ວ່າ ຫ່ວງ ແລະ ຮ່ວງ.

ໃນ​ພາ​ສາ​ລາວ​ຫລາຍໆ​ຄຳ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ ແລະ ຫລາຍໆ​ຄຳ​ກໍ​ມີ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນສະ​ນັ້ນ​ການ​ທີ່​ຈະ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ແທ້​ກໍ​ຕ້ອງ​ໄດ້​ສືກ​ສາ​ລົງ​ເລີກ​ອີກກວ່າ​ປົກ​ກະ​ຕິ, ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ສະ​ກົດ​ຄຳ​ແບບ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ.

ໃນພາສາລາວຄຳ​ວ່າ​ ຫ່ວງ ແລະ ຮ່ວງ ມີ​ທັງ​ຄວາມ​ໝາຍ​ທີ່​ແຕກ​ຕ່າງ​ກັນ ແລະ ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ກັບ ພາສາໄທ. ແຕ່ໃນນີ້ຈະຕ້ອງເນັ້ນໜັກໃນການອອກສຽງ ຄໍາວ່າ: ຫ່ວງ ແລະ ຮ່ວງ ມັນມີຄວາມໝາຍໄປຄົນລະຢ່າງກັນ ແລະ ແຕ່ລະຄໍາກໍ່ມີຄວາມໝາຍໄປອີກຫຼາຍຢ່າງ..

SA Game
DooDiDo

ຄຳ​ວ່າ ຫ່ວງ ມີສອງ­ຄວາມ­ໝາຍ:

1) ເປັນ­ຄໍານາມ ໝາຍເຖິງເຄື່ອງຄ້ອງ, ຂອງເປັນບ້ວງເກາະ­ກັນ, ສາຍແນນ, ຂອງ­ທີ່ເປັນ­ວົງ ເຊັ່ນ ຫ່ວງສຸບ­ມືສຸບ­ຕີນ ດັ່ງໃນ­ບົດ­ວັນນະ­ຄະ­ດີ “ທ້າວຮຸ່ງທ້າວເຈືອງ” ຂຽນໃນ­ຕອນ­ໜຶ່ງວ່າ “ຊັກຫ່ວງຊີ້ ເຊີນ­ມິງແມນຫຼວງ”
2) ເປັນ­ຄໍາກິລິຍາ ໝາຍເຖິງ ຜູກ­ພັນ, ກັງ­ວົນ, ພະ­ວົງ, ອາໄລນໍາ.

ຕົວ​ຢ່າງ:

  • ຕອນ​ເປັນ​ເດັກ​ນ້ອຍ​ຂ້ອຍ​ເຄີຍ​ຫລິ້ນ​ຫ່ວງ​ຢາງ.
  • ເປັນ​ຫ່ວງ​ລູກ​ຊາຍ​ຫລ້າ​ເດ​ລາວ​ໄປ​ຮຽນ​ຕໍ່​ຕ່າງ​ປະ​ເທດ.

ຄຳ​ວ່າ ຮ່ວງ ມີສອງ­ຄວາມ­ໝາຍ:

1) ເປັນ­ຄໍາ­ຄຸນ­ນາມ ໝາຍເຖິງ ຫອມ ເຊັ່ນ “ກິ່ນຮ່ວງເຂົ້າ ຫອມ­ກົ້ວທົ່ວໄພ”
2) ເປັນ­ຄໍາກິລິຍາ ໝາຍເຖິງ ຫຼຸດ, ຫຼົ່ນ, ໃບໄມ້ຫຼືດອກໄມ້­ທີ່ຫ່ຽວແຫ້ງແລ້ວຫຼົ່ນ­ລົງ ເອີ້ນວ່າ ໃບໄມ້ຮ່ວງ ດອກໄມ້ຮ່ວງ. ມີນັກແປພາ­ສາ­ຫວຽດເປັນ­ພາ­ສາ­ລາວ ມັກຈະ­ປ່ຽນ­ຄໍາວ່າ “ລະ­ດູໃບໄມ້ຫຼົ່ນ” ເປັນ “ລະ­ດູຮ່ວງໂຮຍ”.

ຕົວ​ຢ່າງ:

  • ອາ​ຍຸ​ຂອງ​ຄົນ​ເຮົາ ແລະ ຮູບ​ຮ່າງ​ນັບ​ມື້​ນັບ​ຮ່ວງ​ໂຮຍ​ລົງ.
  • ​ຕົ້ນ​ໄມ້​ໜ້າ​ບ້ານ​ຂອງ​ຂ້ອຍ​ໃບ​ຂອງ​ມັນ​ຮ່ວງ​ຫລົ່ນ​ລົງ​ມາ​ເກືອບ​ໝົດ​ຕົ້ນ.

ສະ​ຫລຸບ.

ຄຳ​ວ່າ ຫ່ວງ  ເປັນ­ຄໍານາມ ໝາຍເຖິງເຄື່ອງຄ້ອງ, ຂອງເປັນບ້ວງເກາະ­ກັນ, ສາຍແນນ, ຂອງ­ທີ່ເປັນ­ວົງ, ຖ້າເປັນ­ຄໍາກິລິຍາ ໝາຍເຖິງ ຜູກ­ພັນ, ກັງ­ວົນ, ພະ­ວົງ, ອາໄລນໍາ. ສ່ວນ​ຄຳ​ວ່າ ຮ່ວງ ເປັນ­ຄໍາ­ຄຸນ­ນາມ ໝາຍເຖິງ ຫອມ, ຖ້າເປັນ­ຄໍາກິລິຍາ ໝາຍເຖິງ ຫຼຸດ, ຫຼົ່ນ, ໃບໄມ້ຫຼືດອກໄມ້­ທີ່ຫ່ຽວແຫ້ງແລ້ວຫຼົ່ນ­ລົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo