ຄຳວ່າ ໂສມ ແລະ ໂຊມ ຄວາມໝາຍຄືກັນ ຫຼື ຕ່າງກັນ?

SA Game

DooDiDo

ອະທິບາຍຄຳວ່າ ໂສມ ແລະ ໂຊມ ຄວາມໝາຍຄືກັນ ຫຼື ຕ່າງກັນ?

ພາສາລາວຫຼາຍຄໍາສັບຂຽນຕ່າງກັນ, ອ່ານຕ່າງກັນ ແຕ່ຄວາມໝາຍຄືກັນສາມາດໃຊ້ແທນກັນໄດ້ ແລະ ມີຫຼາຍຄໍາທີ່ອ່ານຄ້າຍຄືກັນ, ຂຽນຄ້າຍຄືກັນ ແຕ່ມີຄວາມໝາຍແຕກຕ່າງກັນໃຊ້ແທນກັນບໍ່ໄດ້ ຖ້າໃຊ້ບໍ່ຖືກຄວາມໝາຍກໍ່ປ່ຽນ ແລະ ຫຼາຍຄັ້ງເຮົາກໍ່ມັກເຫັນການໃຊ້ຄໍາສັບທີ່ບໍ່ຖືກຕ້ອງໃນບົດຂຽນຕ່າງໆ.

ດ້ວຍເຫດນັ້ນ ເຮົາຈຶ່ງນໍາເອົາບົດຄວາມທີ່ເປັນການອະທິບາຍຄວາມໝາຍສັບໃນພາສາລາວມາແບ່ງປັນ ເພື່ອຮຽນຮູ້ພາສາລາວໄປນໍາກັນ, ເຊິ່ງຕອນນີ້ເຮົາຈະມາເວົ້າກ່ຽວກັບຄວາມໝາຍຂອງຄໍາວ່າ ໂສມ ແລະ ໂຊມ ຟັງແບບຜິວເຜີນ ສອງຄໍານີ້ອອກສຽງຄ້າຍຄືກັນ, ແຕ່ໃນຄວາມເປັນຈິງແລ້ວ ມັນມີຄວາມໝາຍທີ່ແຕກຕ່າງກັນ. ມັນແຕກຕ່າງກັນຄືແນວໃດ ເຮົາມາຮຽນຮູ້ໄປນໍາກັນ. ອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

SA Game
DooDiDo
ຄຳວ່າ ໂສມ:

ເປັນຄໍານາມສາມາດແປໄດ້ຫຼາຍຄວາມໝາຍເຊັ່ນ:

ຄວາມໝາຍທີ່ 1.  ມີຄວາມໝາຍວ່າ ຮູບ, ຮູບຮ່າງ, ຮ່າງຄີງ

ຕົວຢ່າງ:

ຄົນທີ່ຈະໄດ້ຮັບຕໍາແໜ່ງນາງສາວລາວ ຕ້ອງເປັນຄົນທີ່ງົດງາມທັງຮູບໂສມ ແລະ ຈິດໃຈ.

ຄວາມໝາຍທີ່ 2. ມີຄວາມໝາຍວ່າ ພະຈັນ, ດວງເດືອນ

ຕົວຢ່າງ:

ໂສມທີ່ຢູ່ເທິງຟ້າສ່ອງແສງລົງມາຍາມຄໍ່າຄືນ ມັນງົດງາມເຫຼືອຄໍາບັນຍາຍ.

ຄວາມໝາຍທີ່ 3. ເປັນຊື່ເອີ້ນໄມ້ທີ່ເປັນເຄືອສະນິດໜຶ່ງ ມີຫົວຄືກັບຫົວຜັກກາດຂາວ ໃຊ້ເຮັດຢາອາຍຸວັດທະນະ ເຊິ່ງໃນຄໍາພີພາມບູຮານເລົ່າລືກັນວ່າ ເທວະດາເອົາໂສມນີ້ມາເຮັດນໍ້າເມົາ ສະນັ້ນ ນໍ້າເຫຼົ້າຈຶ່ງເອີ້ນວ່ານໍ້າໂສມ.

ຄຳວ່າ ໂຊມ:

ເປັນຄໍາກໍາມະ ມີຄວາມໝາຍວ່າ ໂຈມໄວ້, ຊວ້ານແລ້ວຍົກຂຶ້ນໃຫ້ພົ້ນຈາກພື້ນ.
ຕົ້ນໄມ້ໃຫຍ່ຖືກລົມພະຍຸພັດແຮງຈົນເນີ້ງ ໃຫ້ຫາແນວມາໂຊມໄວ້ເພື່ອປ້ອງກັນບໍ່ໃຫ້ມັນລົ້ມ.
ໂຊມໂຊ່ ແມ່ນການເນີ້ງໂຕໄປທາງໜ້າ ແລະ ກົ້ມຫົວໃສ່ ເຊັ່ນຢືນເຮັດໂຕໂຊມໂຊ່.

ຕົວຢ່າງ:

ນັກຮ້ອງຢູ່ເທິງເວທີ ໂຊມໂຊ່ລົງເພື່ອໃຫ້ຜູ້ຊົມຄ້ອງພວງມະໄລ.

ເສື່ອມໂຊມ ໝາຍເຖິງເສຍກໍາລັງກາຍ ແລະ ກໍາລັງໃຈ, ກໍາລັງກາຍ ແລະ ກໍາລັງໃຈຫຼຸດຜ່ອນ.

ຕົວຢ່າງ:

ຖ້າເຮົາດື່ມເຫຼົ້າຫຼາຍມັນຈະເຮັດໃຫ້ສຸຂະພາບຮ່າງກາຍຂອງເຮົາເສື່ອມໂຊມລົງຢ່າງໄວວາ.

ສະຫຼຸບ:

ຄໍາວ່າ ໂສມ ໝາຍເຖິງຮູບຮ່າງຄວາມງາມພາຍນອກຂອງຄົນ; ສ່ວນຄໍາວ່າ ໂຊມ ແມ່ນການໂຈມໄວ້, ຊວ້ານໄວ້ ບໍ່ໃຫ້ລົ້ມລົງ. ສອງຄໍານີມີຄວາມໝາຍທີ່ແຕກຕ່າງກັນ ແລະ ໃຊ້ກັບໂຄງສ້າງປະໂຫຍກທີ່ແຕກຕ່າງກັນ. ສະນັ້ນ ເພື່ອຫຼີິີກລ່ຽງ ຄວາມຜິດພາດໃນການໃຊ້ພາສາເຮົາຄວນສຶກສາເບິ່ງຄວາມໝາຍຂອງຄຳນັ້ນໆໃຫ້ລະອຽດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo