ຄຳວ່າ “ເສື້ອ” ແລະ “ເຊື້ອ” ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ເສື້ອ” ແລະ “ເຊື້ອ”.

ຄຳ​ວ່າ “ເສື້ອ” ແລະ “ເຊື້ອ” ມີຄວາມໝາຍແຕກຕ່າງກັນ ແຕ່ການອອກສຽງແມ່ນໃກ້ຄຽງກັນ ເພາະວ່າຄວາມແຕກຕ່າງ ຂອງສຽງສູງ ກັບສຽງຕໍ່າ ແມ່ນຕ່າງກັນເລັກນ້ອຍເທົ່ານັ້ນ.

​“ເສື້ອ” ແມ່ນເຄື່ອງນຸ່ງຫົ່ມປະເພດໜຶ່ງ ແຕ່ມີຫຼາຍຊະນິດ ໂດຍລວມຂອງການເອີ້ນແມ່ນ ແບ່ງໄປຕາມລັກ ສະນະຮູບຮ່າງ ແລະ ລະດູການ ເຊັ່ນ: ເສື້ອແຂນຍາວ, ເສື້ອແຂນສັ້ນ, ເສື້ອສາຍດຽວ, ເສື້ອກັນໜາວ, ເສື້ອຂົນສັດ, ເສື້ອໜັງສັດເປັນຕົ້ນ.

ໃນສະໄໝບູຮານ ​“ເສື້ອ” ມີໄວ້ເພື່ອນຸ່ງຫຸ້ມຫໍ່ຮ່າງກາຍໃຫ້ອົບອຸ່ນຮ່າງ ກາຍ, ນຸ່ງເພື່ອກັນການກັດຂອງແມງໄມ້ ແລະ ຍຸງ, ແຕ່ໃນປັດຈຸບັນ ນອກຈາກທີ່ໄດ້ກ່າວມານັ້ນ ການນຸ່ງ ເສື້ອຍັງແມ່ນໂຊແຟຊັນ ເພື່ອຄວາມຈົບຄວາມງາມ, ເປັນເອກະລັກ. ​ໃນຫຼາຍປະເທດ ຫຼາຍຍຸກ ຫຼາຍສະ ໄໝ “ເສື້ອ” ຍັງບົງບອກເຖິງຊົນຊັ້ນ ແລະ ຖານະຂອງຜູ້ນຸ່ງ ໃນສັງຄົມອີກດ້ວຍ ຕົວຢ່າງເຊັ່ນໃນປະເທດ ຈີນ ການນຸ່ງເສື້ອຂອງຈັກກະພັດຈະແຕກຕ່າງຈາກຂຸນນາງ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນທົ່ວໄປ.

SA Game
DooDiDo

ສ່ວນຄໍາວ່າ “ເຊື້ອ” ແມ່ນມີຄວາມໝາຍວ່າເກີດຈາກສາຍເລືອດດຽວກັນ, ມີບັນພະບູລຸດອັນດຽວກັນ ເປັນຄອບຄົວດຽວກັນ ໃນໂລກນີ້ມີຄົນຫຼາກຫຼາຍເຊື້ອຊາດ ແຕ່ສາມາດແບ່ງອອກເປັນ 3 ກຸ່ມໃຫຍ່ຄື: ຄົນ ຜິວຂາວ (ເຊື້ອສາຍຄົນຢູໂລບ), ຄົນຜິວດໍາ (ເຊື້ອສາຍຄົນອາຟາລິກາ) ແລະ ຄົນຜິວເຫຼືອງ (ເຊື້ອສາຍ ຄົນອາຊີ) ໃນແຕ່ລະກຸ່ມກໍ່ຈະແຕກຍ່ອຍອອກໄປອີກ ເຖິງຢ່າງໃດກໍ່ຕາມໃນຊ່ວງສອງສາມຮ້ອຍປີມີການ ອົບພະຍົບຂອງປະຊາກອນໂລກຢ່າງຕໍ່ເນື່ອງແຕ່ກະຍັງສາມາດຈໍາແນກເຊື້ອຊາດໄດ້ເຊັ່ນ: ຄົນອາເມລິກາ ເຊື້ອຊາດລາວ ໝາຍວ່າມີສາຍເລືອດ ຫຼື ບັນພະບູລຸດ ເປັນຄົນລາວ, ຄົນອົດສະຕາລີ ເຊື້ອຊາດຈີນ. ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມ ນີ້:

ຄວາມໝາຍຄຳ​ວ່າ “ເສື້ອ”.

“ເສື້ອ” (1.ຄໍານາມ) ເຄື່ອງນຸ່ງ ສູບໃສ່ຕົນຕົວສ່ວນເທິງ ມີຫຼາຍຢ່າງ. (2.ຄໍານາມ) ເທວະດາ. ຍັກ. ຜີ: “ຈັກກ່າວເຖິງກຸມພັນເຖົ້າ ເນົາໃນອະໂນຣາດ ເປັນອາດໃຕ້ລຸ່ມຟ້າສວງເສື້ອສ່ວຍສິນ” (ສິນໄຊ).

ຕົວ​ຢ່າງ:

  • ພໍຍ່າງເຂົ້າເດືອນຕຸລາ ອາກາດເລີ່ມໜາວ ໃຫ້ຊື້ເສື້ອກັນໜາວມານຸ່ງໃຫ້ຮ່າງກາຍອົບອຸ່ນຈິງບໍ່ເປັນ ຫວັດ.
  • ຊຸດນັກຮຽນປະກອບມີເສື້ອແຂນຍາວ ແລະ ເສື້ອແຂນສັ້ນ ສ່ວນການນຸ່ງຂຶ້ນຫ້ອງແມ່ນບໍ່ຫ້າມ ແລ້ວແຕ່ຄວາມສະດວກຂອງແຕ່ລະບຸກຄົນ.
  • ໃນບຸນປີໃໝ່ລາວ (ສົງການ) ຈະເຫັນຄົນຫຼາຍກຸ່ມນິຍົມໄປໃສເສື້ອຢືດທີ່ມີລາຍເປັນເອກະລັກຂອງ ກຸ່ມໃດກຸ່ມນັ້ນມານຸ່ງ ແລະ ຫຼິ້ນນໍ້າຢ່າງມ່ວນຊື່ນ.
  • ຜູ້ຍີ່ງສະໄໝນີ້ມັກນຸ່ງເສື້ອບາງໆ ແລະ ບາງເທື່ອກໍ່ນຸ່ງເສື້ອສາຍດ່ຽວ ຕ່າງຈາກຜູ້ຍີງສະໄໝກ່ອນ ທີ່ນຸ່ງເສື້ອຫຸ້ມຮອດປາຍແຂນ.
  • ການນຸ່ງເສື້ອຂອງຈັກກະພັດແມ່ນເຫັນວ່າມີສະຫງ່າລາສີ ແລະ ງົດງາມຫຼາຍປະດັບໄປດ້ວຍສີຄໍາ ແຕກຕ່າງຈາກເສື້ອຂອງຂຸນນາງທີ່ເປັນພຽງແພທໍາມະດາ.
  • ນາງຍັກຜີເສື້ອສະມຸດ ເປັນຍັກທີ່ມີໜ້າຕາຂີ້ຮ້າຍ ຊຶ່ງປະກົດໃນຫຼາຍໆນິທານ ແຕ່ໃນຄວາມເປັນຈິງ ແລ້ວແມ່ນບໍ່ມີຕົວຕົນ.

ຄວາມໝາຍຄຳ​ວ່າ “ເຊື້ອ”.

“ເຊື້ອ” (1. ຄໍານາມ) ເຊື້ອຊາດ, ເຊື້ອສາຍ, ເຊື້ອພົງພັນ, ສາຍຕະກຸນ, ໂຄດ, ເຫງົ້າ, ຈຸ້ມ, ວົງ, ສະກຸນ, ສາຍເລືອດ ດຽວກັນ, ກໍາມະພັນດຽວກັນ, ສາຍພັນດຽວກັນ, ແນວ, ແຖວ.

ຕົວ​ຢ່າງ:

  • ເຊື້ອສາຍລາຍລ່ອງຂອງຄົນຕະກຸນລາວ-ໄທ ແມ່ນປະກົດມີມາໄດ້ຫຼາຍພັນປີ ຊຶ່ງເຊື່ອກັນວ່າມີຖີ່ນ ກໍາເນີດໃນເບື້ອງຕົ້ນຢູ່ຕອນໃຕ້ຂອງປະເທດຈີນ ແລ້ວຄ່ອຍໆອົບພະຍົບໜີສົງຄາມລົງປັກລັກຢູ່ດີນ ແດນສຸວັນນະພູມ. ປະຈຸບັນ ເຊື້ອຕະກຸນດຽວກັນຍັງພົບເຫັນໄດ້ຢູ່ພາກໃຕ້ຂອງຈີນ ຢູ່ລັດອັດສໍາ ຂອງປະເທດອິນເດຍ ແລະ ຕິດກັບຊາຍແດນພະມ້າ ລວມທັງຢູ່ຕອນເໜືອຂອງປະເທດຫວຽດ ນາມ.
  • ຢູ່ປະເທດສະຫະລັດອາເມລິກາ ແມ່ນປະກອບມີຫຼາກຫຼາຍວັດທະນາທໍາ ແລະ ຫຼາຍເຊື້ອຊາດ.
  • ໝາກມ່ວງກົກນີ້ໜ່ວຍໃຫຍ່ດີ, ສຸກແລ້ວທັງຫວານ ທັງຫອມ ບໍ່ເລະ ເປັນຕາເອົາໄປເຮັດແນວປູກ ຂາຍຄືຊິມີຄົນມາຍາດກັນຊື້.

ສະ​ຫຼຸບ.

ຄຳ​ວ່າ “ເສື້ອ” ແລະ “ເຊື້ອ” ແມ່ນອອກສຽງໃກ້ຄຽງກັນຫຼາຍແຕ່ ມີຄວາມໝາຍຕ່າງຄົນລະແນວ “ເສື້ອ” ແມ່ນເຄື່ອງນຸ່ງຫົ່ມ ຫຼື ອາພອນແນວນຶ່ງ ໃສ່ເພື່ອຄວາມອົບອຸ່ນ ຫຼື ສວຍງາມ. ສໍາລັບຄຳ​ວ່າ “ເຊື້ອ” ໝາຍ ເຖິງສິ່ງທີ່ມີບັນພະບູລຸດອັນດຽວກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo