ຄໍາວ່າ “ເປີດ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ເປີດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ເປີດ” ໃນພາສາລາວແມ່ນມີຫຼາຍຄວາມໝາຍ ໜຶ່ງໃນນັ້ນແມ່ນໝາຍເຖິງການໄຂອອກ, ພືອອກ, ກາງອອກ, ງະອອກ, ງັດ ຊຶ່ງເຮົາມັກນິຍົມກັນໃຊ້ໃນຊີວິດປະຈໍາວັນເຊັ່ນ: ເປີດປະຕູປ່ອງຢ້ຽມ (ໄຂປະຕູ ປ່ອງຢ້ຽມ), ເປີດຟືນເປີດໄຟ, ເປີດໃຈເວົ້ານໍາກັນ, ໄປເປີດຫູເປີດຕາ.

ພ້ອມກັນນັ້ນ, ຍັງມັກໃຊ້ແທນຄໍາ ວ່າເບື່ອ, ໜີປະ ເຮົາສາມດເຫັນໄດ້ໃນຄໍາເວົ້າ ແລະ ຄໍາໂຕ່ງໂຕ້ຍເຊັ່ນ: ຈົ່ມຢູ່ໝົດມື້ ຈັ່ງເປີດຈັ່ງແມ່ນເບື່ອ ເດ, ພໍ່ຄ້າຄົນນັ້ນຕິດໜີ້ໝູ່ຫຼາຍລາວເປີດອາດລາດຕັ້ງແຕ່ດົນ (ໜີແລ້ວ). ເປີດແປນ ໝາຍວ່າວ່າໂລ່ງແຈ້ງ (ບໍມີຫຍັງ). ສະນັ້ນ, ການຈະນໍາໃຊ້ຄໍານີ້​ໃຫ້​ຖືກ​ຕ້ອງ​ຕາມຫຼັກ​ໄວ​ຍະກອນ​ຂອງ​ພາ​ສາ​ລາວ​ນັ້ນ​ເຮົາ​ຈະ​ມາ​ຮູ້​ຈັກ​ຄຳ​ນີ້​ນຳ​ກັນ.

SA Game
DooDiDo

ຄຳວ່າ “ເປີດ”.

“ເປີດ” (1. ຄໍາກິລິຍາ) ໄຂ, ໄຂອອກ, ພື, ພືອອກ, ງະ, ງະອອກ, ງັດ (2.ຄຳຄຸນນາມ) ເບື່ອ, ເບື່ອ ໜ່າຍ, ໜີປະ, ແປນ, ເປີດແປນ (ບໍ່ມີຫຍັງ)

ຕົວ­ຢ່າງ: 

  • ມື້ນີ້ອາການຂ້ອນຂ້າງຮ້ອນເປີດປະຕູປ່ອງຢ້ຽມ ໃຫ້ລົມລ່ວງຄືຊິແຄນຂຶ້ນ.
  • ວານນີ້ຂ້ອຍເຫັນອຸບັດຕິເຫດ ຊຶ່ງຄົນເຈັບຄົນນຶ່ງແຂນຖະຫຼອກ ດີແຕ່ຫົວເຂົ່າບໍ່ເປີດ ເຂົາເຈົ້າເວົ້າ ຄວາມກັນນ້ອຍນຶ່ງ ຫຼັງຈາກສາມາດຕົກລົງກັນໄດ້ກະແຍກຍ້າຍກັນໄປ.
  • ຕາເວັນຕົກດິນແລ້ວ ຄໍ່າມືດຈືດຕາ ກະລູນາເປີດໄຟຟ້າ ໃຫ້ມັນແຈ້ງສະຫວ່າງ, ຖ້າຫາກຂີ້ຄ້ານ ໃຫ້ໄປຊື້ເຄື່ອງເປີດໄຟຟ້າອັດໂຕໂນມັດມາໃສ່.
  • ຜ້າບັດປົກລົດກອງໄວ້ອາດເຮັດໃຫ້ມີກີ່ນແຮງ ຊ່ວຍເອົາໄປພືອອກ (ເປີດອອກ) ຕາກແດດໄວ້ແດ່.
  • ຜູ້ຍິງເກີດລູກຕ້ອງໄດ້ງະຂາອອກກວ້າງໆ (ເປີດຂາອອກກວ້າງໆ) ເພື່ອໃຫ້ທ່ານໝໍສາມາດປະຕິ ບັດການຄອດໄດ້.
  • ການໄຂແກ້ວເຫຼົ້າວາຍຕ້ອງມີເຫຼັກງັດສະເພາະຈິ່ງໄຂອອກງ່າຍ ຖ້າບໍ່ດັ່ງນັ້ນກໍບໍ່ໄດ້ດື່ມງ່າຍໆ.
  • ຊ່ວງໂຄວິດ-19 ບໍ່ສາມາດໄປທາງໃດ ເຮັດໃຫ້ກິນອາຫານແນວເກົ່າທຸກມື້ຈັ່ງແມ່ນເປີດ (ເບື່ອ) ຈັ່ງແມ່ນໜ່າຍ ຍາມໃດຊິກັບສູ່ສະພາບປົກກະຕິສາ ຊິອອກໄປກີນອາຫານແຊບໆ ໃຫ້ມັນສົມໃຈ.
  • ສອງສ່ຽວນັ້ນມາສ້າງກັບໝູ່ນໍາກັນ ແຕ່ພໍເມົາເຫຼົ້າແລ້ວຜູ້ໜຶ່ງເປີດອາດລາດ ໜີປະສ່ຽວລາວເຮັດ ໃຫ້ບໍ່ສາມາດກັບໄດ້ເອງ.
  • ການໄປທ່ຽວຕ່າງບ້ານຕ່າງເມືອງແມ່ນການໄປເປີດຫູເປີດຕາ ເພາະຈະເຫັນສີ່ງໃໝ່ທີ່ສາມາດນໍາ ມາຖອດຖອນບົດຮຽນ ເພື່ອນໍາໃຊ້.
  • ບ່າວສາວຄູ່ນັ້ນລົມກັນມາດົນ ແລະ ໄດ້ເປີດໃຈໃສ່ກັນ ໃນທີ່ສຸດກໍຕົກລົງປົງໃຈແຕ່ງງານນໍາກັນ.
  • ມື້ນີ້ຂີ່ຍົນດ້ວຍຄວາມສະບາຍໃຈເພາະທ້ອງຟ້າເປີດ (ໂລ່ງແຈ້ງ) ແລະ ບໍ່ມີພະຍຸ ສາມາດແນມ ເຫັນພື້ນດິນໄດ້ຢ່າງຊັດເຈນ.
  • ໃນທີ່ສຸດຕໍ່າຫຼວດກໍ່ສາມາດສືບໄດ້ ແລະ ເປີດແປນແຜນຮ້າຍ ລວມທັງຈັບກຸມກຸ່ມຄົນບໍ່ດີທີ່ຫວັງ ມ້າງເພລະບອບໃໝ່.

ສະຫຼຸບ.

ຄໍາວ່າ “ເປີດ”​ ມີຫຼາຍຄວາມໝາຍ ແລະ ການນໍາໃຊ້ ກໍແຕກຕ່າງກັນອອກໄປເຊັ່ນ: ໝາຍ ເຖິງໄຂ ຫຼື ງະອອກ, ເບື່ອໜ່າຍສິ່ງໃດນຶ່ງ ລວມທັງ ແປນ ຫຼື ໂລ່ງແຈ້ງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo