ພູຜາດ່າງ ທີ່ນັກທ່ອງທ່ຽວສາຍຜະຈົນໄພທັງຫຼາຍຕ້ອງ​ບໍ່​ພາດ

SA Game

ພາບຈາກ: Trail Laos ViChai

​ການຜະຈົນໄພທີ່ “ພູຜາດ່າງ” ອັດ​ທະ​ລົດ​ຈາກ​ທຳ​ມະ​ຊາດທີ່ນັກທ່ອງທ່ຽວສາຍຜະຈົນໄພທັງຫຼາຍຕ້ອງ​​ໄປ

​ຖ້າ​ຈະ​ເວົ້າ​ແລ້ວ, ພູຜາດ່າງ ຖືວ່າເປັນອີກສະຖານທີ່ໜຶ່ງ ທີ່ນັກທ່ອງທ່ຽວສາຍຜະຈົນໄພທັງຫຼາຍຢາກໄປສຳພັດ ເພາະເປັນຜາທີ່ສູງອັນດັບຕົ້ນໆ ຂອງ ປະເທດລາວ ເຊິ່ງຕັ້ງຢູ່ທີ່ ສາຍພູເຂົາຄວາຍ, ເມືອງ ທຸລະຄົມ, ແຂວງ ວຽງຈັນ ຫ່າງຈາກ ນະຄອນຫຼວງ ວຽງຈັນ ປະມານ 60 ກິໂລແມັດ ແລະ ຖືວ່າເປັນຜາສັກສິດ ເພາະມີພະພຸດທະຮູບເກົ່າແກ່ບູຮານ ຢູ່ເທິງຍອດພູຜາດ່າງນຳອີກ.

ສຳລັບການເດີນທາງຄັ້ງນີ້ ແມ່ນເປັນການການເດີນທາງຂອງທີມງານ Trail Laos ແລະ ໄດ້ບັນທຶກພາບຄວາມສວຍງາມລະຫວ່າງທາງໄວ້ນຳ ເຊິ່ງເລີ່ມຈາກຈອດລົດໄວ້ທີ່ ຣີສອດແດນສະຫວັນ ແລ້ວມີເຮືອຂອງຜູ້ນຳທ່ຽວມາຮັບ, ຈາກນັ້ນ ກໍຂີ່ເຮືອໄປປະມານ 25 ນາທີ ໄປບ້ານ ພູເກົ້ານາງ ເພື່ອເລີ່ມປີນພູ-ປີນຜາ. ໃນຕອນຕົ້ນ, ຕີນພູຈະເປັນສວນ, ໄຮ່ກ້ວຍ ແລະ ໄຮ່ເຂົ້າ ຂອງຊາວບ້ານ, ຈາກນັ້ນກໍຈະເປັນປ່າສູງ; ທາງທີມງານ Trail Laos ໄດ້ຍ່າງເຂົ້າໄປໃນປ່າ ເລາະໄປຕາມສາຍຫ້ວຍທີ່ແຫ້ງຈົນສຸດ, ເມື່ອພົ້ນປ່າແລ້ວຈະເປັນທົ່ງຫຍ້າຈົນຮອດ ຈອມຜາດ່າງ (ໂດຍໃຊ້ເວລາເດີນທາງທັງໝົດປະມານ 9 ຊົ່ວໂມງ).

SA Game
ພາບຈາກ: Trail Laos ViChai

ເທິງຈອມຜາດ່າງ, ຈະເຫັນທິວທັດທີ່ສວຍງາມຂອງ ສາຍພູເຂົາຄວາຍ, ຈອມພູຊ້າງ, ຜາໄດ, ອ່າງນໍ້າງື່ມ ແລະ ດອນນ້ອຍ-ໃຫຍ່ ສຸດສາຍຕາ. ໃນຕອນແລງ ຈະເຫັນແສງສຸດດວງຕາເວັນລັບຂອບຟ້າ ສີສົ້ມ ສຸດໂຣແມນຕິກ, ຕອນກາງຄືນ ຈະເຫັນແສງດາວ-ເດືອນ ທີ່ຮຸ່ງແຈ້ງ ແລະ ຕອນເຊົ້າ ຈະເຫັນແສງອາລຸນວັນໃໝ່ ສີເຫຼືອງສົ້ມ ສຸດອົບອຸ່ນ ຈົນລືມເຈັບກ້າມໜ້າຂາ.

SA Game
ພາບຈາກ: Trail Laos ViChai

ແຕ່ທີ່ເປັນໝາກຫົວໃຈຂອງຜາດ່າງ ກໍຄື ໜ້າຜາສັກສິດບູຮານ ທີ່ມີພຮະພຸດທະຮູບ ແກະສະຫຼັກຈາກຫິນ, ພຣະພຸດທະຮູບປາງບັນທົມ ຂວັດໃສ່ໂງ່ນຫິນໃຫຍ່ ຄາດວ່າຄົງຈະມີອາຍຸໄດ້ຫຼາຍຮ້ອຍປີ, ດ້ານລຸ່ມໂງ່ນຫິນເປັນຂຸມຖໍ້າ ຄາດວ່າໜ້າຈະເປັນບ່ອນລີ້ແດດຝົນ ແລະ ບ່ອນປະຕິບັດທໍາ ບໍາເພັນສິນຂອງຄູບາອາຈານຫຼາຍອົງ.

SA Game
ພາບຈາກ: Trail Laos ViChai

ສິ່ງທີ່ບັນຍາຍອອກມາຈາກທີມງານ Trail Laos ໃນຄັ້ງນີ້ ອາດເປັນພຽງເຫດການສ່ວນໜຶ່ງທີ່ເກີດຂຶ້ນໃນລະຫວ່າງການເດີນທາງ ແລະ ພາບທີ່ຖ່າຍອອກມາ ໄດ້ສະແດງໃຫ້ເຫັນແຕ່ສ່ວນໜຶ່ງຂອງພາບທີ່ໄດ້ເຫັນຈາກໂຕຈິງ; ສະນັ້ນ, ຖ້າທ່ານມີໂອກາດ ຈຶ່ງຢາກໃຫ້ທ່ານໄດ້ມາສໍາພັດ ແລະ ເຫັນດ້ວຍໂຕເອງ. ແຕ່ຢ່າລືມວ່າ! ມາທ່ຽວທໍາມະຊາດຕ້ອງບໍ່ທໍາລາຍທໍາມະຊາດ ເກັບຂີ້ເຫຍື້ອທີ່ເຮົາເອົາມາລົງໄປຖີ້ມໃຫ້ຖືກບ່ອນ.

SA Game
ພາບຈາກ: Trail Laos ViChai

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ