ຕ້ອງ​ໄດ້​ແກ້​ໄຂ! ໄພແຫ້ງແລ້ງຈະເກີດຂຶ້ນເລື້ອຍໆຢູ່ລຸ່ມແມ່ນ້ຳຂອງ

SA Game

ຂ​ປ​ລ

ຕ້ອງ​ໄດ້ຮ່ວມມືກັນ​ແກ້​ໄຂດ້ານຊັບພະຍາກອນນ້ຳ ຢູ່ລຸ່ມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຈາກ ອຸນຫະພູມສູງແບບຜິດປົກກະຕິເຮັດໃຫ້ໂລກຮ້ອນຂຶ້ນຫລາຍໃນລະດູຮ້ອນປີນີ້, ພາຍ​ໃນ​ຕົວ​ເມືອງ​ໄດ້​ເກີດ​ມີ ໄພແຫ້ງແລ້ງ, ອັກຄີໄພຢູ່ເທິງພູ ແລະໄພທຳມະຊາດອື່ນໆ ທີ່ເກີດຂຶ້ນເນື່ອງຈາກອຸນຫະພູມສູງຂຶ້ນໄດ້ກາຍເປັນໄພຂົ່ມຂູ່ອັນຮ້າຍແຮງທີ່ກະທົບເຖິງການຜະລິດຂອງສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຫວ່າງບໍ່ດົນມານີ້, ນັກວິທະຍາສາດຈີນ ໄດ້ເຜີຍແພ່ບົດລາຍງານການຄົ້ນ ຄວ້າສະບັບຫລ້າສຸດ ໂດຍສະແດງໃຫ້ເຫັນວ່າ ນັບແຕ່ປີ 2020 ຫາ 2050, ໄພນ້ຳຖ້ວມ ແລະໄພແຫ້ງແລ້ງແບບຮ້າຍແຮງ ຢູ່ລຸ່ມແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະເທດຢູ່ລຸ່ມແມ່ນ້ຳຕ້ອງການເພີ່ມ ທະວີການຮ່ວມມືດ້ານຊັບພະຍາກອນນ້ຳ, ຮ່ວມກັນຮັບມືກັບໄພນ້ຳຖ້ວມ ແລະໄພແຫ້ງແລ້ງ.

SA Game
ຂ​ປ​ລ

ອີງຕາມຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ ເນື່ອງຈາກຜົນກະທົບ ຍ້ອນດິນຟ້າອາກາດຮ້ອນຂຶ້ນຢູ່ໃນໂລກ, ໃນຊຸມປີມໍ່ໆມານີ້ ຢູ່ລຸ່ມແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ໄດ້ເກີດມີໄພແຫ້ງແລ້ງເລື້ອຍໆ, ໃນຮອບ 30 ປີທີ່ ຜ່ານມາ, ໄພແຫ້ງແລ້ງໄດ້ສົ່ງຜົນກະທົບເຖິງປະຊາກອນຫລາຍກວ່າ 66 ລ້ານຄົນ ຢູ່ອາຊີຕາເວັນອອກສຽງໃຕ້, ໃນ 5 ປີທີ່ຜ່ານມາ ເນື້ອທີ່ດິນ 70% ແລະປະຊາກອນ 60% ຂອງອາຊີຕາເວັນອອກສຽງໃຕ້ ໄດ້ປະສົບຜົນກະທົບ ຢ່າງໜັກໜ່ວງຈາກໄພແຫ້ງແລ້ງ.

ຜົນການຄົ້ນຄວ້າຍັງຢືນຢັນວ່າ ອ່າງເກັບນ້ຳແບບຂັ້ນໄດ ຢູ່ຕາມສາຍ ຫລັກແມ່ນ້ຳລ້ານຊ້າງ ສາມາດຫລຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງ ຕາມລຳແມ່ນ້ຳຂອງ ຢ່າງມີປະສິດທິຜົນ, ຮັບປະກັນການຜະລິດກະສິກຳ ແລະຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳຂອງປະເທດຢູ່ຍ່ານໃຕ້. ພ້ອມກັນນັ້ນ, ການຈັດສັນນ້ຳ ຂອງອ່າງເກັບນ້ຳແບບຂັ້ນໄດ ກໍມີຜົນດີ ຕໍ່ການປ້ອງກັນໄພນ້ຳຖ້ວມຢູ່ຍ່ານໃຕ້, ເຊິ່ງມີປະສິດທິຜົນຢ່າງພົ້ນເດັ່ນ ຕໍ່ການປ້ອງກັນໄພນ້ຳຖ້ວມຢູ່ຈີນ ແລະພາກເໜືອຂອງປະເທດລາວ.

SA Game
ຂ​ປ​ລ

ປັດຈຸບັນນີ້, ອ່າງເກັບນ້ຳແບບຂັ້ນໄດ ຕາມສາຍຫລັກແມ່ນ້ຳລ້ານຊ້າງ ພຽງແຕ່ໄດ້ເສີມຂະຫຍາຍບົດບາດທີ່ຈັດສັນນ້ຳຕາມລະດູການເທົ່ານັ້ນ, ຍັງເປັນການຍາກທີ່ຈະສາມາດແກ້ໄຂໄພແຫ້ງແລ້ງຫລາຍປີຕິດຕໍ່ກັນທີ່ ອາດຈະເກີດຂຶ້ນຢູ່ລຸ່ມແມ່ນ້ຳໄດ້ຢ່າງມີປະສິດທິຜົນ, ດັ່ງນັ້ນຈຶ່ງຄອງຄອຍ ການເພີ່ມທະວີການຮ່ວມມືດ້ານຊັບພະຍາກອນນ້ຳຢູ່ລຸ່ມແມ່ນ້ຳລ້ານຊ້າງ- ແມ່ນ້ຳຂອງໃນອະນາຄົດ, ຊຸກຍູ້ຄວາມໝັ້ນຄົງດ້ານຊັບພະຍາກອນນ້ຳ ແລະການປ້ອງກັນບັນເທົາໄພນ້ຳຖ້ວມ ແລະໄພແຫ້ງແລ້ງຂອງປະເທດ ຕ່າງໆຢູ່ລຸ່ມແມ່ນ້ຳ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.