ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຕືກ​ຫລັງ​ໃໝ່​ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ ສ​ປ​ປ ລາວ

SA Game

ພາບ: CRI-FM93

ໂຮງໝໍມະໂຫສົດຫຼັງໃໝ່ ແລະ ປະ​ຫວັດ​ຄວາມ​ເປັນ​ມາອັນ​ໜ້າ​ສົນ​ໃຈ​ຫລາຍ​ຢ່າງ.

ຕາມປະຫວັດຫຍໍ້ຂອງຄວາມເປັນມາໂຮງຫມໍມະໂຫສົດ ແມ່ນມີອາຄານທີສ້າງມາແຕ່ສະໄໝຝຣັ່ງເສດ , ສະໄໝອາເມລິກາ ເປັນຕຶກອາຄານເປັນເອກະລັກສະເພາະຕົວ

ໃນອະດິດນັ້ນ ດິນຂອງສະຖານທີ່ແຫ່ງນີ້ ແມ່ນມີ ຊື່ວ່າ : ວັດມະໂຫສົດ ເປັນວັດ ເປັນສະຖານທີບ່ອນປຸງຍາພື້ນເມືອງ ທີ່ມີການປິ່ນປົວຜູ້ຄົນ ໂດຍມີຄູບາອາຈານພຣະສົງ-ສາມະເນນ ເຮັດຢາລູກກອນ ຢາທາ ຢາຕົ້ມ ຢາຮົມ ເພື່ອປິ່ນປົວຊາວບ້ານ-ຊາວເມືອງ ທັງຫລາຍ …

ຫລັງຈາກວຽງຈັນຖືກຮຸກຮານ ຈູດເຜົາຈົນຮາບກ້ຽງ ພຣະຣາຊວັງ ວັດວາອາຮາມ ແລະອາຄານບ້ານເຮືອນ ກໍ່ຖືກທຳລາຍ ແລະວັດແຫ່ງນີ້ກໍ່ສູນສິ້ນ.

ຫລັງຈາກຝຣັ່ງເສດເຂົ້າມາປົກຄອງລາວແລ້ວ ໃນປີ 1893-1896 ແມ່ນໄດ້ນຳໃຊ້ດິນຂອງບໍລິເວນເຂດວັດແຫ່ງນີ້ ຕັ້ງເປັນຄຸກຊົ່ວຄາວ ຢູ່ຈຸດທິດຕາເວັນຕົກຂອງໂຮງຫມໍມະໂຫສົດ ດຽວນີ້.

ເມື່ອປີ 1903 ແມ່ນໄດ້ໂຮງຫມໍມະໂຫສົດຂຶ້ນ ແລະເມື່ອປີ 1904 ແມ່ນໄດ້ມີການສ້າງອາຄານ 1 ຫລັງຂຶ້ນ Infirmerie.

ຫລັງຈາກນັ້ນໃນໄລຍະປີ 1905-1912 ສ້າງຕຶກພະຍາບານ ອີກ 2-3 ຫລັງ Hopital Mahosot.

SA Game
ພາບ: CRI-FM93

ປະມານຍຸກປີ 1960s ໂຮງຫມໍແຫ່ງນີ້ ແມ່ນເປັນໂຮງຫມໍໃຫຍ່ ແລະສຳຄັນຫລາຍ ຄົນລາວທົ່ວປະເທດແມ່ນຕ້ອງມາໂຮງຫມໍແຫ່ງນີ້ ແມ່ນແຕ່ຄົນຝັ່ງຂວາ (ພາກອີ່ສານຂອງໄທ) ຍັງຕ້ອງຂ້າມມາປົວຢູ່ແຫ່ງນີ້ ເພາະມີຊ່ຽວຊານຈາກຕ່າງປະເທດມາປະຈຳຫລາຍຄົນ ໂດຍສະເພາະແພດຫມໍຄົນອາເມລິກັນ.

ໃນວັນທີ 11 ພະຈິກ 2021 ໃບຫນ້າໃຫມ່ຂອງໂຮງໝໍມະໂຫສົດ ໄດ້ເປີດສັກກະຣາຊໃຫມ່ ຄື ໄດ້ມີພິທີມອບ-ຮັບ ຢ່າງເປັນທາງການ, ຂອງອາຄານຕ່າງໆ ເພື່ອຮັບໃຊ້ຜູ້ເຈັບປ່ວຍທັງຫລາຍ ໂດຍການເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສ.ປ.ປ.ລາວ. ແຫ່ງນີ້ .

SA Game
ພາບ: CRI-FM93
ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ໃນເນື້ອທີ່ທັງໝົດ 5 ເຮັກຕາກ່ວາ, ສ່ວນເນື້ອທີ່ກໍ່ສ້າງກວມເອົາ 3 ເຮັກຕາກ່ວາ, ເຊິ່່ງໄລຍະທີໜຶ່ງ ປະກອບມີຕຶກອາຄານ 8 ຊັ້ນ ແລະ 4 ຊັ້ນ, ພາຍໃນຕຶກອາຄານ 8 ຊັ້ນ, ປະກອບມີຫ້ອງຮັບ-ຈ່າຍຢາ, ຫ້ອງອາຫານ, ຫ້ອງປະຊຸມ, ຮ້ານສະດວກຊື້ ແລະອື່ນໆ. ສະເພາະຊັ້ນທີ 2 ຫາຊັ້ນທີ 8 ແມ່ນຫ້ອງສໍາລັບຮອງຮັບປິ່ນປົວຄົນເຈັບ, ຊັ້ນທີ 8 ແມ່ນຫ້ອງປິ່ນປົວພິເສດ ( VIP ວີໄອພີ).
ສໍາລັບຕຶກອາຄານ 4 ຊັ້ນ ແມ່ນຮອງຮັບສໍາລັບຄົນເຈັບທີ່ເປັນພະຍາດຕິດຕໍ່, ພິເສດຊັ້ນດາດຟ້າຂອງຕຶກ ຍັງໄດ້ອອກແບບບ່ອນຈອດຍົນເອລີຄອບແຕ ທີ່ມາສົ່ງຄົນເຈັບສຸກເສີນໄດ້ຕື່ມອີກ.
ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ນີ້ແມ່ນໂຄງການຊ່ວຍເຫຼືອລ້າ ດ້ານສາທາລະນະສຸກ ທີ່ໃຫຍ່ທີ່ສຸຸດຂອງ ສ.ປ ຈີນ ທີ່ມີຕໍ່ຕ່າງປະເທດ ມີທັງໝົດ 600 ຕຽງ ແລະຄາດວ່າຈະໃຫ້ສໍາເລັດກ່ອນທ້າຍປີ 2022 ເພື່ອມອບເປັນຂອງຂວັນໃຫ້ແກ່ປະເທດລາວ.
SA Game
ພາບ: CRI-FM93
ພາຍຫຼັງກໍ່ສ້າງຕຶກອາຄານສໍາເລັດຢ່າງສົມບູນແລ້ວ, ຝ່າຍຈີນຍັງຈະປະກອບອຸປະກອນດ້ານການແພດທີ່ທັນສະໄໝຄົບຊຸດ ແລະຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ແພດລາວ ເປັນໄລຍະ 3 ປີ ເຊິ່ງຈະເປັນສິ່ງທີ່ຄໍ້າປະກັນວ່າ, ໂຮງໝໍແຫ່ງນີ້ຈະກາຍເປັນໂຮງໝໍລັດທີ່ໃຫຍ່ທີ່ສຸດ, ທັນສະໄໝທີ່ສຸດ ແລະຈະເປັນໂຮງຫມໍຕົວແບບ ທີປະຍັດພະລັງງານທີ່ສຸດ ຂອງ ສ.ປ.ປ.ລາວ, ທັງຈະກາຍເປັນສູນກາງ ແຫ່ງການຮຽນ, ການສອນ ທາງດ້ານການແພດ ແລະການປິ່ນປົວທີ່ດີທີ່ສຸດຂອງປະເທດລາວ, ເພື່ອຍົກສູງຄຸນນະພາບ ບຸກຄາລາກອນການແພດລາວ ໃຫ້ສູງຂຶ້ນກວ່າເກົ່າ , ກໍຄືຮັບປະກັນດ້ານການປິ່ນປົວ ໃຫ້ແກ່ປະຊາຊົນໄດ້ມີສຸຂະພາບພາລານະໄມ ທີ່ແຂງແຮງສົມບູນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Art and Culture of Laos