ຂ່າວ​ດີ! ທາງລົດໄຟລາວ-ຈີນ ໄດ້​ເປີດ​ນຳ​ໃຊ້ App ຂາຍປີ້ອອນລາຍ

SA Game

ຂປລ.

ສະ​ດວກ​ແລ້ວ! ທາງລົດໄຟລາວ-ຈີນ ຈະເລີ່ມນຳໃຊ້ App LCR Ticket ຂາຍປີ້ອອນລາຍ

ທາງລົດໄຟ ລາວ-ຈີນ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ, ຈະເປີດນຳໃຊ້ລະບົບຂາຍປີ້ອອນລາຍ(LCR Ticket) ຢ່າງເປັນທາງການໃນວັນທີ 15 ມີນານີ້, ເຊິ່ງຈະເປັນການຍົກລະດັບບາດກ້າວໃນການໃຫ້ຂໍ້ມູນຂ່າວສານຂອງການຂົນສົ່ງໂດຍສານທາງລົດໄຟລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ ໂດຍສານໃຫ້ສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ ອັນເປັນຂີດໝາຍວ່າ ທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ.

ຜູ້ຮັບຜິດຊອບຂອງບໍລິສັດທາງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ນັບແຕ່ເປີດດຳເນີນການທາງລົດໄຟລາວຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນ ການແລ່ນລົດໄຟ EMU “ຂະບວນລ້ານຊ້າງ” ແລະ ລົດໄຟທຳມະດາ ດ້ວຍຄວາມປອດໄພ ແລະ ມີຄຸນນະພາບ, ໃນມໍ່ໆມານີ້ຈຳນວນຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ກໍໄດ້ທະລຸເຖິງ 10.000 ເທື່ອຄົນ ສະແດງໃຫ້ເຫັນເຖິງປະລິມານ ການຂົນສົ່ງຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ຊ່ອງທາງການຊື້ປີ້ຂອງຜູ້ໂດຍສານແມ່ນສາມາດຊື້ຢູ່ປ່ອງ ບໍລິການຂາຍປີ້ທີ່ສະຖານີ ແລະ ຈຸດຂາຍປີ້ລົດໄຟໃນເມືອງ.

SA Game
ຂປລ.

ສະນັ້ນ, ເພື່ອຍົກລະດັບປະສົບການການຊື້ປີ້ຂອງຜູ້ ໂດຍສານຕື່ມອີກ ບໍລິສັດທາງລົດໄຟລາວ-ຈີນ ໄດ້ມອບໃຫ້ບໍລິສັດ CARS ທີ່ຂຶ້ນກັບກຸ່ມລັດວິສາຫະກິດລົດໄຟ ແຫ່ງຊາດຈີນ (China Railway) ພັດທະນາລະບົບ APP ຊື້ປີ້ອອນລາຍໃຫ້ແກ່ທາງລົດໄຟລາວ-ຈີນ. ຜ່ານການ ພັດທະນາລະບົບ, ທົດສອບການປະຕິບັດການ, ປະເມີນຄວາມປອດໄພ, ຝຶກອົບຮົມພະນັກງານ, ປັດຈຸບັນ, ລະບົບໄດ້ບັນລຸເງື່ອນໄຂພ້ອມທີ່ຈະໃຊ້ງານໄດ້ແລ້ວ.

ລາຍງານຍັງໄດ້ໃຫ້ຮູ້ວ່າ: ລະບົບ APP ຊື້ປີ້ອອນລາຍທາງລົດໄຟ ແມ່ນອີງໃສ່ເຕັກໂນໂລຊີທີ່ກ້າວໜ້າ ແລະ ຂັ້ນສູງຂອງລະບົບລົດໄຟຈີນ, ໃນການອອກແບບປະສົມປະສານກັບລັກສະນະວັດທະນະທຳ, ກົດໝາຍ ແລະ ລະ ບຽບການຂອງລາວ, ຄຳນຶງເຖິງຕົວເລືອກທີ່ຫລາກຫລາຍ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ໃຊ້, ຮອງຮັບ ໄດ້ສາມພາສາຄື: ລາວ, ຈີນ ແລະ ອັງກິດ, ເປັນ APP ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຊື່ແທ້, ກວດເບິ່ງປີ້ທີ່ຍັງ ເຫລືອ, ຄົ້ນຫາຖ້ຽວລົດ, ຈ່າຍເງິນອອນລາຍ, ເຮັດທຸລະກຳປ່ຽນແປງຂໍ້ມູນໜ້າປີ້, ຂໍ້ມູນຂ່າວສານ ແລະ ອື່ນໆ. ສຳລັບຜູ້ໂດຍສານທຸກທ່ານທີ່ເປັນຄົນລາວ ນໍາໃຊ້ບັດປະຈໍາໂຕ ຫລື ຖ້າເປັນຜູ້ໂດຍສານຕ່າງປະເທດໃຫ້ນຳໃຊ້ໜັງສື ຜ່ານແດນທີ່ຍັງມີຜົນບັງຄັບໃຊ້ ເພື່ອລົງທະບຽນໃຫ້ນຳໃຊ້ຊື່ແທ້, ຫລັງຈາກລົງທະບຽນຂໍ້ມູນແທ້ໃນລະບົບແລ້ວ, ທ່ານສາມາດກວດເບິ່ງຂໍ້ມູນປີ້ທີ່ຍັງເຫລືອ ຂອງທາງລົດໄຟລາວ-ຈີນ ໄດ້ຕະຫລອດເວລາ ແລະ ຊື້ປີ້ຜ່ານທາງລະບົບ ໄດ້ ໂດຍຮອງຮັບການຊຳລະຜ່ານ VISA, UnionPay, WeChat, Alipay ແລະ ວິທີການຊໍາລະອື່ນໆ ທັງພາຍໃນ ແລະ ຕ່າງປະເທດ. ເມື່ອເວລາຈະຂຶ້ນລົດໄຟ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ ຫລື ໜັງສືຜ່ານແດນ ທີ່ໃຊ້ໃນເວລາຊື້ປີ້ ເພື່ອແຈ້ງເຂົ້າສະຖານີໂດຍການສະແກນລະຫັດ QR ທີ່ສ້າງຂຶ້ນໂດຍລະບົບຂາຍປີ້ ຫລື ໄປທີ່ ປ່ອງບໍລິການຂາຍປີ້ຂອງສະຖານີ ເພື່ອແລກປ່ຽນເອົາປີ້ທີ່ເປັນແບບເຈ້ຍແລ້ວກວດປີ້ເຂົ້າສະຖານີ.

ພາຍຫລັງທີ່ APP ຂາຍປີ້ອອນລາຍຂອງ ທາງລົດໄຟລາວ-ຈີນ ໄດ້ຖືກນຳໃຊ້ແລ້ວ, ຜູ້ໂດຍສານສາມາດຊື້ປີ້ ຜ່ານທາງອອນລາຍ ໄດ້ໂດຍບໍ່ຕ້ອງອອກຈາກບ້ານ ກໍສາມາດດຳເນີນທຸລະກຳການຊື້ປີ້, ປ່ຽນແປງຂໍ້ມູນໜ້າປີ້ ແລະ ຈັດວາງແຜນການເດີນທາງໄດ້ຢ່າງສະດວກສະບາຍ.

SA Game
ຂປລ.

APP ຂາຍປີ້ລົດໄຟອອນລາຍນີ້, ແມ່ນການຍົກລະດັບຄຸນນະພາບການບໍລິການຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນ, ປັບປຸງປະສົບການການເດີນທາງຂອງຜູ້ໂດຍສານ, ຊຸກຍູ້ການພັດທະນາເສດຖະກິດການທ່ອງທ່ຽວຕາມເສັ້ນທາງລົດໄຟ. ໃນຕໍ່ໜ້າ, ບໍລິສັດລົດໄຟລາວ-ຈີນ ຍັງຈະສືບຕໍ່ເປີດກວ້າງຮັບຟັງຄຳແນະນຳຂອງປະຊາຊົນ ເພື່ອນຳມາປັບປຸງ ແລະ ພັດທະນາ APP ຕາມການສະເໜີຂອງຜູ້ໂດຍສານສ່ວນໃຫຍ່, ອັດເດດລະບົບຕ່າງໆ ໃຫ້ມີຄຸນນະພາບສູງ ແລະ ອຳນວຍຄວາມສະດວກໃນການນຳໃຊ້ຫລາຍຂຶ້ນ.

LCR Ticket APP ຈະເປີດນຳໃຊ້ຢ່າງເປັນທາງການໃນວັນທີ 15 ມີນານີ້, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດສາມາດດາວໂຫລດ APP ໄດ້ແລ້ວໃນລະບົບປະຕິບັດການ Apple Store ຫລື Android. ກ່ຽວກັບລາຍລະອຽດການນຳໃຊ້ LCR Ticket APP, ຜູ້ໂດຍສານສາມາດສອບຖາມກັບພະນັກງານທາງລົດໄຟ ແຕ່ລະສະຖານີ ຫລື ເບີ່ງຂັ້ນຕອນການໂຫລດ, ຕິດຕັ້ງ ແລະ ຂັ້ນຕອນການນຳຊັ້ນຕ່າງໆ ໄດ້ທີ່ Facebook page: Laos-China Railway Company Limited ຂອງບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ