ແຂວງສາລະວັນ ຫວນຄືນວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ

SA Game

ຂປລ.

ຮັບຟັງ ມູນເຊື້ອວັນສຳຄັນຈາກປະຊາຊົນບ້ານໜອງບົວນ້ອຍ ເມືອງສາລະວັນ

ວັນສ້າງຕັ້ງພັກ ປະຊາຊົນລາວ ປະຕິວັດລາວ ຄົບຮອບ 68 ປີ, ຫວນຄືນວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ, ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນວັນທີ 14 ມີນາ 2023, ປະຊາຊົນບ້ານໜອງບົວນ້ອຍ ເມືອງສາລະວັນ ຮັບຟັງ ມູນເຊື້ອວັນສຳຄັນຕ່າງໆຂອງພັກຂອງຊາດ ຄື: ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ (21 /3/ 1946-21 /3/ 2023).

ເພື່ອລະນຶກເຖິງມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວຂອງວັນດັ່ງກ່າວ ໃນແຕ່ລະໄລຍະ ໃຫ້ປະຊາຊົນ ໄດ້ຮັບຮູ້ເຖິງເນື້ອໃນຈິດໃຈ, ປະຫວັດສາດທີ່ສຳຄັນຂອງຊາດ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະບັ້ນຮົບຕ້ານ ພວກລ່າເມືອງຂຶ້ນ ຢູ່ເມືອງທ່າແຂກ ເຊິ່ງເປັນການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນ ເມືອງທ່າ ແຂກ, ເປັນບັ້ນຮົບທີ່ສຳຄັນທີ່ສຸດໃນປະເທດລາວ

ເປັນບັ້ນຮົບທີ່ປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງ ປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮື້ຂຶ້ນຢ່າງອາດຫານ ທີ່ສະແດງໃຫ້ປະຊາຊົນລາວທັງຊາດ, ຊາວໂລກ ເຫັນເຖິງທາດແທ້ຄວາມປ່າເຖື່ອນໂຫດຫ້ຽມຂອງພວກລ່າເມືອງຂຶ້່ນທີ່ມີຕໍ່ປະຊາຊົນລາວ.

SA Game
ຂປລ.

ພ້ອມນີ້, ຍັງໃຫ້ຮູ້ເຖິງກຳ ເນີດຂຶ້ນ, ທາດແທ້ ແລະ ອຸດົມການຂອງພັກ ທີ່ໄດ້ນຳພາປວງຊົນລາວ ດຳເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງ ຂຶ້ນ ເພື່ອນຳເອົາຄວາມເປັນເອກະລາດ, ເອກະພາບ ມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ ສ້າງສາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ, ຮັບຮູ້ເຂົ້າໃຈເຖິງນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາ ຊົນລາວ, ຄວາມສາມັກຄີເປັນປຶກແຜ່ນ

ການມີສະຕິລະວັງຕົວ ຕ້ານຍຸດທະສາດ ການຫັນປ່ຽນຂອງສັດຕູ, ຄວາມ ເປັນເຈົ້າການນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດ ຄຸນງາມຄວາມດີ ຂອງບັນດາ ຜູ້ນຳຮຸ່ນກ່ອນມາໝູນໃຊ້ເຂົ້າໃນໜ້າທີ່ ການເມືອງຂອງຕົນ ໃຫ້ເກີດຜົນສູງສຸດ.

ໃນພິທີຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະຂອງຫລານນ້ອຍເຍົາວະຊົນ ແລະ ມີກິດຈະກຳ ຖາມ-ຕອບເອົາລາງວັນຕ່າງໆ, ຈັດການແຂ່ງຂັນກິລາດຶງເຊືອກ ລະຫວ່າງບ້ານໜອງບົວ ກັບ ກອງກໍ່ສ້າງຮາກຖານ ການເມືອງຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານບຶງຂາມ

SA Game
ຂປລ.

ເພື່ອສະເຫລີມສະຫລອງວັນແມ່ຍິງສາກົນ, ສ້າງຄວາມສາມັກ ຄີປອງດອງກັບພໍ່ແມ່ປະຊາຊົນ, ອຳນາດການປົກຄອງບ້ານ, ເມືອງ, ແຂວງ ແລະ ບັນດາພະນັກງານທີ່ຫັນລົງກໍ່ສ້າງ ຮາກຖານການເມືອງ ຢູ່ບ້ານໜອງບົວນ້ອຍ ໃຫ້ມີຄວາມແໜ້ນແຟ້ນ, ມີຄວາມເປັນເອກະພາບຕາມແນວທາງ ຂອງພັກ ແລະ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດວຽກງານຂະບວນການສ້າງບ້ານໜອງບົວນ້ອຍ ໃຫ້ກາຍເປັນບ້ານພັດ ທະນາ, ບັນລຸໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ ມີຜົນສຳເລັດເປັນກ້າວໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ