ການ​ທ່ອງ​ທ່ຽວ​ພາຍ​ໃນ ສ​ປ​ປ ລາວ ​ເລີມ​ຄືກ​ຄື້ນ​ຫລັງ​ຈາກ​ປີ 2021

SA Game

Lao Youth Radio

​ນັກ​ທ່ອງ​ທ່ຽວ​ເລີມ​ມີ​ການ​ເຄືອນ​ໄຫວ ແລະ ການ​ທ່ອງ​ທ່ຽວ​ພາຍ​ໃນ​ນະ​ຄອນ​ຫລວງວຽ​ງ​ຈັນ​ເລີມ​ດີ​ຂື້ນ​ເລຶຶ້ອຍໆ

ດັ່ງ​ທີ່​ທຸກ​ຄົນ​ໄດ້​ປະ​ເຊີນ​ນຳ​ກັນ​ໃນ​ໄລ​ຍະ​ຜ່ານ​ມາ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຂະ​ແໜງ​ການ​ທ່ອງ​ທ່ຽວ​ຖື​ວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ, ປັດຈຸບັນ ສະພາບການທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ​ (ນວ)​ ເລີ່ມມີບັນຍາກາດຄຶກຄື້ນ ເຖິງແມ່ນວ່ານັກທ່ອງທ່ຽວຕ່າງປະເທດຍັງບໍ່ທັນເຂົ້າມາຫຼາຍກໍຕາມ ແຕ່ນັກທ່ອງທ່ຽວພາຍໃນກໍໄດ້ໄປມາຫາສູ່ເຊິ່ງກັນ ແລະ ກັນຫຼາຍຂຶ້ນ ໂດຍສະເພາະ ການເດີນທາງດ້ວຍເສັ້ນທາງລົດໄຟລາວ-ຈີນ.

ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ.​ ນວ) ໃຫ້ສຳພາດບໍ່ດົນມານີ້ວ່າ ພາຍຫຼັງລັດຖະບານໄດ້ມີມາດຕະການຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ໂດຍປະກາດເປີດຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວໃນ ສປປ ລາວ ໃນຕົ້ນເດືອນມັງກອນ 2022 ໂດຍໄດ້ກຳນົດເຂດທ່ອງທ່ຽວສີຂຽວ ໃນນັ້ນ ນວ ໄດ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາ 3 ກຸ່ມ ເຊິ່ງເປັນນັກທ່ອງທ່ຽວຈາກປະເທດ ສ.​ ເກົາຫຼີ ທີ່ເຂົ້າມາໃນລາຍການກີລາຕີກ໊ອຟ
SA Game
ປະເທດລາວ Pathedlao

ເຊິ່ງເປັນກຸ່ມທຳອິດຂອງ ນວ ແລະ ຍັງມີນັກທ່ອງທ່ຽວຈຳນວນໜຶ່ງທີ່ເຂົ້າມາ ນອກຈາກນີ້ກໍມີນັກທ່ອງທ່ຽວພາຍໃນທີ່ເດີນທາງມາຈາກບັນດາແຂວງຕ່າງໆ ໂດຍໄດ້ມີການໄປມາຫາສູ່ກັນດ້ວຍເສັ້ນທາງລົດໄຟລາວ-ຈີນ ທີ່ສະດວກສະບາຍ.​ ສະນັ້ນ,​ ບັນຍາກາດການທ່ອງທ່ຽວຢູ່ໃນ ນວ ເລີ່ມດີຂຶ້ນເປັນກ້າວໆ.

ສຳລັບສະຖານທີ່ທ່ອງທ່ຽວທີ່ກຳນົດໃນເສັ້ນທາງທ່ອງທ່ຽວສີຂຽວໄລຍະທຳອິດມີຄື ພະທາດຫຼວງ,​ ຫໍພະແກ້ວ,​ ວັດສີສະເກດ,​ ວັດສີເມືອງ,​ ສວນວັດທະນະທຳຊຽງຄວນ,​ ພິພິທະພັນໄມ້ແກະສະຫຼັກ,​ ສວນພຶກສາ,​ ນໍ້າປຽນຢໍລະປາ, ຮ້ານຄ້າປອດພາສີຢູ່ດ່ານຂົວມິດຕະພາບລາວ-ໄທ ບັນດາສະຖານທີ່ທ່ອງທ່ຽວເຫຼົານີ້ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດສາມາເຂົ້າໄປທ່ຽວຊົມໄດ້
SA Game
ເສດຖະກິດ-ສັງຄົມ

ພ້ອມກັນນັ້ນ,​ ສະຖານທີ່ທ່ອງທ່ຽວດັ່ງກ່າວກໍຈະໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ແລະ ມາດຕະຖານຂອງລາວເຊບ ທີ່ກຳນົດໄວ້ໃນການປ້ອງກັນພະຍາດໂຄວິດ-19 ໂດຍສະເພາະມາດຕະຖານສຳລັບແຫຼ່ງທ່ອງທ່ຽວ​ ເພື່ອເນັ້ນໃສ່ວຽກງານສຸຂານາໄມ ຄວາມປອດໄພໃນວຽກງານທ່ອງທ່ຽວ ເຊິ່ງເປັນມາດຕະຖານສຳຄັນທີ່ນຳໃຊ້ຢູ່ໃນເຂດທ່ອງທ່ຽວສີຂຽວ ສຳລັບນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວ ນວ ຕ້ອງເຂົ້າມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ. ທັງນີ້,​ ກໍເພື່ອຄວາມປອດໄພຂອງນັກທ່ອງທ່ຽວ ໂດຍຈະໄດ້ຮັບການບໍລິການຢ່າງຄົບຊຸດຈາກບໍລິສັດທ່ອງທ່ຽວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  Vientiane​ Mai