ງານຜະລິດຕະພັນລາວ ປີ 2022 (Made in Laos 2021)

SA Game

TARGET Magazine

“Made in Laos 2021” ພິທີຖະແຫຼງຂ່າວງານ ຜະລິດຕະພັນລາວ ປີ 2022

ວັນທີ 07 ກຸມພາ 2022, ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດງານພິທີ ຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ 2021 “Made in Laos 2021”. ໃຫ້ກຽດການເປັນປະທານໂດຍ: ທ່ານ ໄຊສົມເພັດ ນໍລະສິງ ຫົວຫນ້າກົມສົ່ງເສີມການຄ້າ,ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ), ທ່ານ ແວວມະນີ ດວງດາລາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຫຼວງພະບາງ, ທ່ານ ຈັນສະຫມອນ ຜອງຈັນທາ ອໍານວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ, ທ່ານ ຄໍາພຸດ ສົມບູນ ຜູ້ຈັດການຝ່າຍ ຈັດຊື້ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫານຊົນທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຜູ້ຈັດການທົ່ວໄປ ສູນການຄ້າລາວ-ໄອເຕັກ ມໍ ແລະ ສູນວາງສະແດງສິນຄ້າລາວ-ໄອເຕັກ.

ໃນງານ ແມ່ນເອົາໃຈໃສ່ ໃນການຮັກສາມາດຕະການປ້ອງກັນ ໂຄວິດ ຢ່າງເອົາຈິງເອົາຈັງ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ຜູ້ຊີ້ນໍາວຽກງານວາງສະແດງ ໄດ້ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ຫຼວງພະບາງ ແລະ ສຄອ ແຂວງທົ່ວປະເທດ ຈະໄດ້ຈັດງານຜະລິດຕະພັນລາວ 2021 (Made in Laos 2021) ຂຶ້ນໃນລະຫວ່າງວັນທີ 19 – 28 ກຸມພາ 2022 ທີ່ສູນວາງສະແດງສິນຄ້າລາວ – ໄອເຕັກ.

SA Game
TARGET Magazine

ງານວາງສະແດງຜະລິດຕະພັນລາວໄດ້ຈັດຂື້ນຄັ້ງທໍາອິດ ໃນປີ 2011, ໃນຄັ້ງນີ້ແມ່ນເປັນ ຄັ້ງທີ 9, ແລະ ປີນີ້ ສຄອ ແຂວງຫລວງ ພະບາງ ເປັນເຈົ້າພາບຮ່ວມຫຼັກໃນການຈັດງານ, ເຊິ່ງສຄອ ແຂວງ ຫຼວງພະບາງ ຈະໄດ້ມີການອອກແບບຕົບແຕ່ງ Booth pavilion ເປັນ ພິເສດ ແລະ ສວຍງາມເພື່ອສື່ໃຫ້ເຫັນ ວິທີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທໍາທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານ ວັດທະນະທໍາ ແລະ ທໍາມະຊາດ ທີ່ຕິດພັນກັບການດໍາລົງຊີວິດ ຂອງຊາວເມືອງຫລວງພະບາງ ນອກຈາກນັ້ນຍັງໄດ້ເຫັນ ເຖິງການຂະຫຍາຍຕົວທາງດ້ານເສດກິດ ບໍ່ວ່າຈະເປັນເຄື່ອນໄຟຟ້າ ແລະ ບໍ່ເຫັລກ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ຫຼວງພະບາງ.

ງານວາງສະແດງໃນຄັ້ງນີ້ ໄດ້ຮັບການສະຫນັບສະຫນູນຈາກຄູ່ຮ່ວມຍຸດທະສາດ ຈາກ 2 ບໍລິສັດຄື:

ບໍລິສັດ ປີໂຕຣລ້ຽມເທຣດດີ້ງ ລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ,
ນອກຈາກນັ້ນກໍ່ມີບັນບໍລິສັດ ແລະ ໂຄງການ ທີ່ໃຫ້ການສະຫນັບສະຫນູນ ງານອີກ15 ຫົວໜ່ວຍ.

ຈຸດປະສົງຕົ້ນຕໍເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ຄົນລາວ ຫັນມານໍາໃຊ້ຜະລິດຕະພັນລາວຫຼາຍຂຶ້ນ ຄຽງຄູ່ກັບການສົ່ງເສີມ ກາທ່ອງທ່ຽວ ລາວທ່ຽວລາວ ນໍາໃຊ້ຜະລິດຕະພັນລາວ, ພ້ອມດຽວກັນນັ້ນເພື່ອເປັນການ ຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກ ການລະບາດຂອງເຊື້ອພະຍາດ Covid-19, ພ້ອມທັງ ສົ່ງເສີມເສດຖະກິດໃນຍຸກໃຫມ່ໃນຮູບແບບ: “ວິຖີຊີວິດໃຫມ່” (New Normal) ໃຫ້ເກີດຄວາມຍືນຍົງ ແລະ ຫມູນວຽນກ້າວເຂົ້າສູ່ສະພາບປົກກະຕິ ໂດຍເນັ້ນໃສ່ກິດຈະກໍາພັດະນາເສດຖະກິດທ້ອງຖິ່ນພາຍໃນ.

ງານວາງສະແດງໃນຄັ້ງນີ້ໄດ້ປຸກລະດົມຂົນຂວາຍຜູ້ປະກອບການ ຜູ້ຜະລິດສິນຄ້າໃນທຸກຂະແຫນງການໃນທົ່ວປະເທດ ລວມ ທັງຂະຫນາດນ້ອຍ, ຂະຫນາດກາງ ແລະ ຂະຫນາດໃຫຍ່ ໃຫ້ໄດ້ມີເວທີພົບປະເພືອແລກປ່ຽນປະສົບການຄວາມຮູ້ ແລະ ທັກສະເຕັກນິກ
ການຜະລິດເຊິ່ງກັນ ແລະ ກັນ.

ປະຈຸບັນນີ້ມີບໍລິສັດທີ່ມາຈອງບູດມີຫຼາຍກ່ວາ 107 ບໍລິສັດ, 182 ຫ້ອງວາງສະແດງ, ຈາກຫຼາຍຂະແຫນງການເຊັ່ນ:
-ຂະແຫນງ ອຸດສາຫະກໍາ,
-ຂະແຫນງອຸດສາຫະກໍາປຸງແຕ່ງ,
-ຂະແຫນງ ຫັດຖະກໍາຜ້າໃຫມ-ຜ້າຝ້າຍ,
-ຂະແຫນງ ເຟີນີເຈີ,
-ຂະແຫນງ ຫັດຖະກໍາຈັກສານ, ໄມ້ປ່ອງ,
-ຂະແຫນງ ອາຫານ ແລະ ເຄື່ອງດື່ມ,
-ຂະແຫນງ ຫັດຖະກໍາເຄື່ອງເງີນ,
-ຂະແຫນງ ໂຄງການ ແລະ ຂະແຫນງອື່ນໆ

ພາຍໃນງານຍັງມີ ຫຼາກຫລາຍກິດຈະກໍາເຊັ່ນ :
-ການວາງສະແດງສິນຄ້າ,
-ງານປະຊຸມສໍາມະນາຕ່າງໆ ໃຫ້ຄວາມຮູ້,
-ງານພົບປະທຸລະກິດ,
-ກິດຈະກໍາແຈກຂອງລາງວັນ ແລະ ກິດຈະກໍາບັນເທີງອື່ນໆ ຕະຫລອດໄລຍະການຈັດງານ.

ຄາດຄະເນວ່າ:

-ມູນຄ່າຂອງເຄື່ອງທີ່ນໍາມາວາງສະແດງ ແມ່ນຫລາຍກວ່າ 12,000,000,000 ກີບ (ສິບສອງຕື້ກີບ)

-ຄາດຄະເນເງິນຫນູນວຽນຕະຫລອດໄລຍະການຈັດງານ ຫລາຍກວ່າ 3,000,000,000 ກີບ (ສາມຕື້ກີບ)

-ແຂກທີ່ເຂົ້າມາທ່ຽວຊົມພາຍໃນງານແຕ່ລະມື້ ສະເລ່ຍ 200-300 ຄົນຕໍ່ມື້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: TARGET Magazine