ລົດ​ໄຟ ຂະບວນດ່ວນລ້ານຊ້າງ ​ພ້ອມຮັບ​ໃຊ້​ການ​ຂົນ​ສົ່ງ​ແລ້ວ

SA Game

Lao National Radio

ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ຈະແລ່ນຕາມເສັ້ນທາງລົດໄຟລາວ-ຈີນເປັນຄັ້ງທຳອິດ.

ກຽມ​ຕົວ​ສົ່ງ​ສິນ​ຄ້າ​ໄດ້​ເລີຍ, ຖື​ວ່າ​ເປັນ​ຂ່າວ​ດີ​ຕໍ່​ກັບ​ພໍ່​ຄ້າ​ຊາວ​ຂາຍ ແລະ ຜູ້​ທີ່​ເຮັດ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ລະ​ຫວ່າງ​ແຂວງ​ຫາ​ແຂວງ ແລະ ລາວ​ສູ່​ປະ​ເທດ​ຈີນ, ຈາກ​ທີ່​ລໍ​ຄອຍ​ມາ​ດົນໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ລົດ​ໄຟຂະບວນດ່ວນລ້ານຊ້າງ, ຫລັງ​ຈາກ​ລົດ​ໄຟ​ທີ່​ນຳ​ໃຊ້​ປະ​ຈຸ​ບັນ​ຍັງ​ຄົງ​ເປັນ​ພຽງ​ການ​ເດີນ​ທາງ​ເທົ່າ​ນັ້ນ​ເຊິງ​ຍັງ​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ບໍ່​ທັນ​ໄດ້​ຫລາຍ​ເທືອ.

ຕາມຂ່າວ CRI ເວລາ 10 ໂມງ 30 ນາທີຂອງວັນທີ 10 ມັງກອນ 2022ນີ້ ຕາມເວລາວຽງຈັນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຂະບວນທຳອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກເດີນທາງຈາກນະຄອນຄຸນຫມິງ ປະເທດຈີນ ແລະຈະເດີນທາງໄປຮອດນະຄອນຫຼວງວຽງຈັນໃນວັນທີ 11 ມັງກອນ 2022ນີ້.

Lao National Radio

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ: ໃນໄລຍະເບື້ອງຕົ້ນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະແລ່ນ 2 ຖ້ຽວເປັນປະຈຳ, ຫຼັງຈາກນັ້ນຈະອີງຕາມສະພາບຕົວຈິງຂອງຕະຫຼາດ ແລ້ວຈະເພີ່ມຂະບວນລົດໄຟເປັນກ້າວໆ ເຊິ່ງຈະສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າທີ່ມີເວລາຈຳກັດ ເຊັ່ນ: ໝາກໄມ້, ຜັກ, ພະລິດຕະພັນເອເລັກໂຕຼນິກ, ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະອື່ນໆ.

SA Game
Lao National Radio

ປັດຈຸບັນ, ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງຈາກຢາງພາລາ, ປຸຍ ແລະເຄື່ອງຂອງຕ່າງໆ ໄດ້ຂະຫຍາຍໄປສູ່ ຜະລິດຕະພັນເອເລັກໂຕຼນິກ, ລົດ, ຜັກ, ໝາກໄມ້ ແລະອື່ນໆ. ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງຈະສົ່ງໄປເຖິງ 10 ກວ່າປະເທດແລະເຂດແຄ້ວນ ເປັນຕົ້ນແມ່ນ ລາວ, ໄທ, ມຽນມາ ແລະບັງກລາເດັດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຕ່ອງໂສ້ການຈໍລະຈອນສິນຄ້າຢູ່ລະຫວ່າງແມ່ນ້ຳລ້ານຊ້າງຂອງຈີນແລະອະນຸພາກພື້ນແມ່ນ້ຳຂອງ ແລະຈະຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນແລະຕ່ອງໂສ້ການຄ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao National Radio