ການສະກົດຄຳ ແລະ ຫລັກການຂອງ “ໄວຍາກອນ” ພາສາລາວ

SA Game

DooDiDo

ຫລັກ​ການ “ໄວ​ຍາ​ກອນ” ຂອງພາ​ສາ​ລາວ ແລະ ການ​ສະ​ກົດ​ຄຳ.

ການ​ສະ​ກົດ​ຄຳ ໄວ​ຍາ​ກອນ ແລະ ໄວ​ຍະ​ກອນ ເຫັນ​ຫລາຍໆ​ຄົນ​ຍັງ​ສະ​ກົດ​ຜິດ​ກັນ​ຢູ​່, ແຕ່​ຖ້າ​ຈະ​ໃຫ້​ຖືກ​ແລ້ວ​ຕ້ອງ​ສະ​ກົດ​ແບບ​ນີ້  ໄວຍາກອນ ເປັນການສະກົດຖືກ ແລະ ການ​ສະ​ກົດ ໄວຍະກອນ ເປັນການສະກົດຜິດ.

ເວົ້າ​ລາວ​ກັນ

#ໄວຍາກອນ ມີເຄົ້າມາຈາກປາລີ-ສັນສະກິດວ່າ ວฺຍາກຣນ ແປວ່າ ລະບຽບຫຼັກການຂອງພາສາ.

ໃນວັດຈະນານຸກົມ ສະບັບສະຖາບັນຄົ້ນຄວ້າຯ2012:862 ອະທິບາຍວ່າ: ລະບຽບການພາຍໃນຂອງພາສາ ເຊິ່ງປະກອບຂຶ້ນດ້ວຍກົດເກນທີ່ສຳພັນກັນຢ່າງແໜ້ນ ໃຫ້ຜູ້ໃຊ້ຕ້ອງປະຕິບັດຕາມໃນເວລາໃຊ້ຕິດຕໍ່ສື່ສານ ດ້ວຍການເວົ້າ ຫຼື ຂຽນ ພາສາອັງກິດໃຊ້ຄຳວ່າ “Grammar”.

SA Game
DooDiDo

#ໄວຍາກອນລາວ ແບ່ງອອກເປັນ 4 ພາກ ຄື: ອັກຂະຫຼະວິທີ,​ ວະຈີວິພາກ, ວາກະຍະສຳພັນ ແລະສັນທະລັກສະນະ (ສັນທະກະວີ).

  1. ອັກຂະຫຼະວິທີ ໝາຍເຖິງຫຼັກການກ່ຽວກັບອັກສອນ ເຊັ່ນ: ພະຍັນຊະນະ,​ ສະຫຼະ ແລະວັນນະຍຸດ.​ ການປະກອບ ພະຍັນຊະນະ,​ ສະຫຼະ ແລະວັນນະຍຸດ ໃຫ້ເປັນສຽງ ເອີ້ນວ່າ#ພະຍາງ,​ ສຽງຂອງພະຍາງທີ່ມີຄວາມໝາຍ ເອີ້ນວ່າ#ຄຳ.​
  2. ວະຈີວິພາກ ໝາຍເຖິງຫຼັກການກ່ຽວກັບຄຳ ເຊັ່ນ: ຊະນິດຄຳ ແລະປະເພດຄຳ.
    -ຊະນິດມີ 2 ຄື ຄຳເຄົ້າ ແລະຄຳປະສົມ.​ ຄຳເຄົ້່າມີ ເຄົ້າລາວເດີມ ແລະເຄົ້າມາຈາກພາສາອື່ນ.​ ຄຳປະສົມ ມີປະສົມລາວເດີມແລະລາວເດີມປະສົມກັບມາຈາກພາສາອື່ນ.​ ປະສົມລາວລາວເດີມມີ ຄຳປະສົມແບບຊ້ອນ-ປະສົມແບບຊໍ້າ.​ ຄຳປະສົມໃນພາສາປາລີ-ສັນສະກິດເອີ້ນວ່າ ສະໝາດ ແລະສົນທິ.​
    -ປະເພດມີ 7 ຄື: ນາມ,​ ແທນນາມ,​ ກຳມະ,​ ຄຸນນາມ,​ ເຊື່ອມ,​ ຕໍ່ ແລະອຸທານ.​
  3. ວາກະຍະສຳພັນ ໝາຍເຖິງຫຼັກການກ່ຽວຂ້ອງກັນຂອງພາສາ ໂດຍທົ່ວໄປມີ ຄຳ,​ ວະລີ ແລະປະໂຫຍກ.​
    -ຄຳ ຫົວໜ່ວຍພື້ນຖານຂອງປະໂຫຍກ ເຮັດໜ້າທີ່ເປັນ ຕົວຕັ້ງ,​ສະແດງ ແລະປະກອບ.
    -ວະລີ ກຸ່ມຄຳທີ່ໃຫຍ່ກວ່າຄຳ ນ້ອຍກວ່າປະໂຫຍກ ເຮັດໜ້າທີ່ຄ້າຍຄືຄຳ.​
    -ປະໂຫຍກ ຫົວໜ່ວຍ ຫຼື ລະບົບຂອງພາສາສື່ສານທີ່ສົມບູນ ປະກອບມີ ຕົວຕັ້ງ,​ ສະແດງ ແລະປະກອບ.

ຫຼັກວາກະຍະສຳພັນສາມາດອະທິບາຍໄດ້ຄື ການສຳພັນແບບໂຕຕົ້ນຕໍ ໂຕສຳຮອງ (ອະນຸພາກ),​ ສະເໝີກັນ (ພາຄານຸພາກ)​ ແລະໂຕຕັ້ງ ໂຕສຳແດງ (ສົງເຄາະພາກ).

  1. ສັນທະລັກສະ ຫຼື ສັນທະກະວີ ວ່າດ້ວຍຫຼັກການກ່ຽວເນື່ອງສຽງກັນ,​ ຄ້ອງຈ່ອງກັນຂອງພາສາ ຄືຫຼັກການແຕ່ງກາບ ແລະກອນ (ກະວີ).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: ປ່ອງຢ້ຽມພາສາລາວ