ເວົ້າຄວາມໝາຍຄ້າຍຄືທີ່ແຕກຕ່າງ ສັບຊ້ອນ ແລ​ະ ຊັບຊ້ອນ.

SA Game

DooDiDo

​ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ສັບຊ້ອນ ແລ​ະ ຊັບຊ້ອນ.

ອິງຕາມມການຄົ້ນຄວ້າຂອງ ທ່ານ ​ຮສ ແສງຟ້າ ໂຫລານຸພາບ ໃຫ້ຄຳເຫັນວ່າ: ໃນຊຸມປີ 70 ຈົນຮອດ ປີ 1992 ບໍ່ປາກົດມີການສະກົດເປັນ “ສັບຊ້ອນ”
ມີແຕ່ “ຊັບຊ້ອນ” ເຊິ່ງໄດ້ໃຫ້ຄວາມໝາຍທາງໄວຍາກອນ 2 ປະເພດ ຄືເປັນໄດ້ທັງຄຳກິລິຍາ ແລະຄຳວິເສດ.
ໂດຍອ້າງອີງເຖິງວັດຈະນານຸກົມວ່າ:
ໃນວັດຈະນານຸກກົມລາວ-ຝຣັ່ງ ປີ 1970 ໄດ້ມີບັນທຶກຄຳວ່າ “ຊັບຊ້ອນ” ແລະແປເປັນຄຳຝຣັ່ງວ່າ “s’entasser, se serrer, s’encombrer”.
ໃນວັດຈະນານຸກົມລາວ-ອັງກິດ ໄດ້ບັນທຶກຄຳວ່າ “ຊັບຊ້ອນ” ແລະແປເປັນຄຳອັງກິດວ່າ “1. adj. complex, complicated, intricate. 2. adv. in alternate layers. 3. v. mix”.
SA Game
DooDiDo
ໃນວັດຈະນານຸກົມພາສາລາວ ສະບັບ ດຣ. ທອງຄຳ ອ່ອນມະນີສອນ ປີ 1992 ກໍໄດ້ບັນທຶກຄຳວ່າ “ຊັບຊ້ອນ” ແລະໃຫ້ນິຍາມວ່າ “ກ. ສັບກັນ, ປົນກັນຢູ່, ສັບກັນຂຶ້ນເປັນຊັ້ນໆ”.
ມາຮອດປີ 1982 ໃນວັດຈະນານຸກົມລາວ-ລັດເຊຍ ໄດ້ບັນທຶກຄຳວ່າ “ສັບຊ້ອນ” ເຊິ່ງແປເປັນຄຳລັດເຊຍວ່າ: перемешивать; производить перестановку; перетасовывать (ປະສົມ; ຈັດໃໝ່; ສັບປ່ຽນ). ແລະກໍມີຄຳວ່າ “ຊັບຊ້ອນ” ເຊິ່ງແປເປັນຄຳລັດເຊຍວ່າ 1) быть сложным 2) перетасовывать карты 3) производить перестановку в правительстве (1 ຍາກ, 2 ສັບກັນ, 3 ທຳການສັບປ່ຽນພະນັກງານ).
ໃນວັດຈະນານຸກົມພາສາລາວ ສະບັບກົມພິມຈຳໜ່າຍ ປີ 2005 ໄດ້ບັນທຶກຄຳວ່າ “ສັບຊ້ອນ” ເຊິ່ງໃຫ້ນິຍາມວ່າ “ກ. ຈັັັດວາງ, ການເຮັດໃຫ້ເປັນລະບຽບ”, ພ້ອມກັນນັ້ນ ກໍໄດ້ບັນທຶກຄຳວ່າ “ຊັບຊ້ອນ” ແລະໃຫ້ນິຍາມວ່າ “ກ. ສັບກັນ, ປົນກັນຢູ່, ສັບກັນຂຶ້ນເປັນຊັ້ນໆ, ຈັດວາງ”.
ມາຮອດປີ 2008 ວັດຈະນານຸກົມພາສາລາວ ສະບັບປັບປຸງຂອງ ດຣ. ທອງຄຳ ອ່ອນມະນີສອນ​ ໜ້າ337 ກໍປາກົດມີແຕ່ຄຳວ່າ “ຊັບຊ້ອນ” ທີ່ໃຫ້ຄວາມໝາຍວ່າ “ສັບກັນ, ປົນກັນຢູ່, ສັບກັນຂຶ້ນເປັນຊັ້ນໆ”. ແຕ່ບໍ່ມີ “ສັບຊ້ອນ”.
ຈົນມາຮອດປີ 2012 ວັດຈະນານຸກົມພາສາລາວ ສະບັບສະຖາບັນວິທະຍາສາດສັງຄົມແຫ່ງຊາດ ກໍໄດ້ບັນທຶກຄຳວ່າ “ສັບຊ້ອນ” ແລະໃຫ້ຄວາມໝາຍວ່າ “ສັບກັນ, ປົນກັນຢູ່, ສັບກັນຂຶ້ນເປັນຊັ້ນໆ, ຈັດວາງໃຫ້ເປັນລະບຽບ”. ແຕ່ບໍ່ປາກົດມີ “ຊັບຊ້ອນ”.
ເຖິງແມ່ນວ່າວັດຈະນານຸກົມບໍ່ໄດ້ບັນທຶກ ຄຳວ່າ​ ສັບຊ້ອນ​ ກ່ອນ​ປີ​ 1970 ຄືນຫຼັງກໍຕາມ ແຕ່ກໍມີການບັນທຶກວ່າ ສັບ​ ແລະ​ ຊ້ອນແຍກກັນໄວ້ ໂດຍຄຳວ່າ “ສັບ”​ເປັນຄຳ​ແຜງ​ມາຈາກຄຳວ່າ​ “ສະຫຼັບ” ເຊິ່ງມີຄຳເວົ້າວ່າ ສະຫຼັບສັບຊ້ອນ.
“ຊັບຊ້ອນ” ແລະ “ສັບຊ້ອນ” ສາມາດສະຫຼຸບຄວາມໄດ້ວ່າ, ການສະກົດເປັນ “ຊັບຊ້ອນ” ແມ່ນມີມາກ່ອນ ຈົນຮອດປີ 1975 ເປັນຕົ້ນມາ ຈຶ່ງປາກົດມີ “ສັບຊ້ອນ” ເຊິ່ງໃຊ້ໃນຄວາມໝາຍ “ຈັດວາງໜ້າທີ່ໃຫ້ພະນັກງານ” ພ້ອມດຽວກັນນັ້ນ ກໍມີຄວາມໝາຍວ່າ “ຈັດວາງສິ່ງຂອງໃຫ້ເປັນລະບຽບ”.
ຖ້າອີງຕາມວັດຈະນານຸກົມລາວແຕ່ລະສະບັບ, ເຫັນວ່າການໃຫ້ນິຍາມທັງສອງຄຳນີ້ແມ່ນອ່າວສັບສົນກັນ. ແຕ່ສັງເກດເຫັນໄດ້ວ່າ ຄວາມໝາຍເດີມຂອງ “ຊັບຊ້ອນ” ນັ້ນ ອີງຕາມວັດຈະນານຸກົມລາວ-ອັງກິດແລ້ວ ແມ່ນໝາຍເຖິງ “ຫຍຸ້ງຍາກສັບສົນ, ປະປົນກັນຢູ່ຫຼາຍສິ່ງຫຼາຍຢ່າງ”.
ແຕ່ມາຮອດປັດຈຸບັນປາກົດມີການຂຽນ​ ຫຼື​ ພິມຄຳທີ່ມີຄວາມໝາຍວ່າ “ຈັດວາງໜ້າທີ່ໃຫ້ພະນັກງານ” ມີທັງ “ສັບຊ້ອນ” ແລະ “ຊັບຊ້ອນ” ແລະຄຳທີ່ມີຄວາມໝາຍວ່າ “ຫຍຸ້ງຍາກສັບສົນ” ກໍມີທັງສອງຄຳນີ້ເຊັ່ນກັນ.

ສະຫຼຸບ.

ສັບຊ້ອນ​ ໃຊ້ໃນເຫດການສະຫຼັບສັບປ່ຽນສິ່ງໃດໜຶ່ງ ໃຫ້ເຂົາທີ່ເຂົ້າທາງ.​
ຊັບຊ້ອນ ໃຊ້ໃນເຫດການ ສິ່ງທີ່ເປັນບັນຫາຫຍຸ້ງຍາກ ທີ່ເກີດຈາກການສະຫຼັບກັນຈົນຫຍຸ້ງເຫຍີງ ແລະ​ຊຶມຊັບເຂົ້າກັນຈົນແຍກບໍ່ອອກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: ປ່ອງ​ຢ້ຽມ​ພາ​ສາ​ລາວ.