ການນຳໃຊ້ ຄຳວ່າ ເສື່ອມ ແລະ ເຊື່ອມ ຄວາມໝາຍຂອງມັນ.

SA Game

DooDiDo

ຄວາມ​ໝາຍ​ຂອງ​ຄຳ​ວ່າ ເສື່ອມ ແລະ ເຊື່ອມ ແຕກ​ຕ່າງ​ກັນ​ແນວ​ໃດ?

​ຫາກ​ຈະ​ເຈາະ​ຈິ້ມຄວາມ​ໝາຍ​ຕ່າງໆ​ຂອງພາສາແລ້ວ​ແຕ່​ລະ​ພາ​ສາ​ມີ​ລາຍ​ລະ​ອຽດ​ຂອງ​ມັນ​ທັງໃນການນໍາໃຊ້ ​ໃນ​ການ​ສົນ​ທະ​ນາສື່ສານທັງ​ການ​ສະ​ກົດ​ຄຳ ແລະ ມີຄວາມເປັນເອກະລັກສະເພາະຕົວຂອງພາສານັ້ນໆ, ໃນ​ພາ​ສາ​ລາວ​ເອງກໍ​ເປັນ​ພາ​ສາ​ໜຶ່ງ​ທີ່​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ, ແຕ່​ຄວາມ​ໝາຍ​ຂອງ​ຄຳ​ແມ່ນ​ແຕກ​ຕ່າງ​ກັນ, ການ​ສະ​ກົດ​ຜິດ​ອາດ​ເຮັດ​ໃຫ້​ໄດ້​ຄວາມ​ໝາຍ​ອື່ນ​ໄປ​ເລີຍ.

ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍ​ທີ່​ແຕກ​ຕ່າງ ແລະ ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ໃນ​ບົດ​ນີ້​ຈະ​ຍົກ​ເອົາຄໍາວ່າ: ​​ເສື່ອມ ແລະ ເຊື່ອມ ມາ​ອະ​ທິ​ບາຍ ເຊິງສອງຄໍາຫຼາຍຄົນ​ອາດ​ຈະ​ຫລົງ​ກັນ, ສອງຄຳນີ້ມີສຽງອັນດຽວກັນ ຕ່າງແຕ່ສຽງສູງ ກັບສຽງຕໍ່າ ແລະເທົ່ານັ້ນຍັງບໍ່ພໍ ຄວາມໝາຍຂອງທັງສອງຄຳຍັງມີລັກສະນະຄ້າຍຄື ແລະ ໃກ້​ຄຽງ​ກັນ​ຫລາຍ​ເຕີບ…

SA Game
DooDiDo
ຄຳ​ວ່າ ເສື່ອມ.

ມີຄວາມໝາຍວ່າ ຫຼຸດໜ້ອຍຖອຍລົງ, ສູນເສຍໄປ, ບໍ່ຄົງສະພາບເດີມ.

ຕົວຢ່າງ:

ເວ​ລາ​ເຮັດ​ຫຍັງ​ບໍ່​ຄິດເຮັດ​ໃຫ້​ຜິດ​ຈົນ​ໄດ້, ເສື່ອມ​ເສຍ​ກຽດ​ສັກ​ສີ​ໝົດ.

ລຸງ​ອັນ​ນັ້ນ​ຂອງ​ສັດ​ທາ​ລາວ​ສຸດ​ບາດ​ສຸດ​ທ້າຍ​ໄດ້​ລົມ​ເວົ້າ​ເປິ​ເປື້ອນ​ສຸດ, ຂ້ອຍ​ໝົດ​ຄວາມ​ເສື່ອມ​ສັດ​ທາ​ເລີຍ.

ຄໍາວ່າ ເຊື່ອມ.

ມີ​ 2 ລັກສະນະ

  1. ​ຮູບ​ປະທຳ ເຊັ່ນ: ໃຊ້​ເຄື່ອງ​ຈອດເຊື່ອມເຫລັກເຂົ້າກັນ, ຂີ້ກົ່ວເຊື່ອມ
  2. ນາມ​ມະທຳ ເຊັ່ນ: ເຊື່ອມ​ຊຶມ​ໃນ​ພະ​ທຳ​, ເຊື່ອມສາຍສຳພັນ, ເຊື່ອມຊຶມມະຕິຂອງພັກ.

ຕົວຢ່າງ:

ຊາງ​ເຮັດ​ໂຄງ​ເຫລັກ​ລາວ​ໄດ້​ເຊື່ອມ​ເຫລັກ​ເພື່ອ​ເຮັດ​ໂຄງ​ຫລັງ​ຄາ.

ພໍ່​ຂ້ອຍ​ລາວ​ເຂົ້າ​ວັດ​ຟັງ​ທຳ​ທຸກ​ມື້​ເລີຍ, ລາວ​ກ່ຳ​ລັງ​ເຊື່ອມ​ຊຶມ​ໃນ​ພະ​ທຳ.

ສະຫຼຸບ.

ຄໍາວ່າ: ເສື່ອມ ແລະ ເຊື່ອມ ສຳ​ນຽງ​ອາດ​ຈະ​ຄ້າຍ​ຄື​ກັນຕ່າງ​ແຕ່​ສຽງ​ສູງ​ສຽງ​ຕ່ຳ​ເທົ່າ​ນັ້ນ​ແຕ່​ວ່າ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ​ຄື: ເສື່ອມ ເນັ້ນໃສ່ລັກສະນະຂອງຄວາມເສຍຫາຍ ຫຼຸດໜ້ອຍຖອຍລົງ, ສູນເສຍໄປ, ບໍ່ຄົງສະພາບເດີມ. ສ່ວນ ເຊື່ອມ ແມ່ນເນັ້ນໃສ່ລັກສະນະທີ່ໄດ້ ໂດຍສະເພາະເຮັດໃຫ້ເປັນໜຶ່ງດຽວ, ການ​ຮ່ວມ​ຕົວ​ເຂົ້າ​ກັນ, ການ​ເຊື່ອມ​ຄວາມ​ສຳ​ພັນ​ເຂົ້າ​ກັນ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo