ການນຳໃຊ້ ຄຳວ່າ ຂຸ້ນ ແລະ ຄຸ້ນ ມີຄວາມໝາຍຕ່າງກັນແນວໃດ?

SA Game

DooDiDo

ອະ​ທິ​ບາຍຄວາມ​ໝາຍ​ຂອງ​ຄຳ​ວ່າ​ ຂຸ້ນ ແລະ ຄຸ້ນ ​ໃນ​ພາ​ສາ​ລາວ.

​​ໃນ​ພາ​ສາ​ລາວ ການນໍາໃຊ້, ​ການ​ສົນ​ທະ​ນາສື່ສານ ລວມທັງ​ການ​ສະ​ກົດ​ຄຳ ແລະ ຕ່າງໆມີ​ຄວາມ​ຫລາກ​ຫລາຍ​ໃນ​ການ​ນຳ​ໃຊ້​ບາງ​ສ່ວນ​ກໍ​ນຳ​ໃຊ້​ຖືກ​ຫລັກ​ໄວ​ຍາ​ກອນ​ບາງ​ສ່ວຍ​ກໍ​ຍັງ​ຄົງ​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ຜິດ​ພາດ​ຢູ່, ດັ່ງ​ທີ່​ຮູ້​ກັນ​ດີ ໃນ​ພາ​ສາ​ລາວ​ມີການ​ສະ​ກົດ​ຄຳຕ່າງໆ​ແຕກ​ຕ່າງ​ກັນ​ເລັກ​ນ້ອຍ​ການ​ອອກ​ສຽງ​ທີ່​ຄ້າຍ​ຄື​ກັນ,ຄວາມ​ໝາຍ​ອື່ນ​ໄປ​​ໄດ້.

ພາສາລາວໃນ​ຕອນ​ນີ້ຈະເອົາຄໍາສັບທີ່ອອກ​ສຽງຄ້າຍຄືກັນ, ເປັນ​ຄຳ​ທີ່ຫລາຍ​ຄົນ​ຍັງໃຊ້​ຜິດ​ໃຊ້​ຖືກ​ຢູ່​ນັ້ນກໍ​ຄືຄໍາວ່າ: ຂຸ້ນ ແລະ ຄຸ້ນ ເຊິງສອງຄໍານີ້​ແມ່​ນ​ຖ້າ​ຈະ​ເວົ້າ​ເຖິງ​​ການ​ອອກ​ສຽງ​ແມ່ນ​ຄ້າຍ​ຄື​ກັນ ຕ່າງ​ແຕ່​ສຽງ​ສູງ ແລະ ສຽງ​ຕ່ຳ ​ອາດ​ຍ້ອນ​ວ່າ​ແຕ່​ລະ​ເຂດ​ຈະ​ໃຊ້​ຄຳ​ເວົ້າສຳ​ນຽງ​ບໍ່​ຄື​ກັນ​ເລີຍ​ເຮັດ​ໃຫ້​ບາງ​ຄົນ​ຍັງ​ໃຊ້​ຜິດ​ພາດ​ກັນ​ຢູ່, ໃນ​ບົດ​ນີ້​ຈະ​ອີງຕາມ​ວັດ​ຈະ​ນາ​ນຸ​ກົມມາ​ອະ​ທິ​ບາຍ ແລະ ໃຫ້​ຄວາມ​ໝາຍ​ຂອງ​ແຕ່​ລະ​ຄຳ​ດັ່ງ​ນີ້.

SA Game
DooDiDo
ຄຳ​ວ່າ ຂຸ້ນ

ມີຄວາມໝາຍວ່າ ວຸ່ນ​ວາຍ, ຂ້ຽວ​ເຂັນ, ຄົນ​ທີ່​ຖືກ​ຜູ້​ມີ​ອຳ​ນາດ​ຂົ່ມ​ຂູ່​ຂ້ຽວ​ເຂັນໃຫ້​ເກີດ​ມີ​ຄວາມ​ວຸ້ນ​ວາຍ​ເອີ້ນ​ວ່າ​ໃຈ​ຂຸ້ນ, ຂຸ້ນ​ຂ້ອງ, ເກືອບ​ແຫ້ງ, ໃກ້​ຈະ​ແຫ້ງ, ນ້ຳ​ມັນ​ໝູ​ຖືກ​ຄວາມ​ເຢັນ​ມັນ​ຈະ​ຂຸ້ນ​ເຂົ້າ ເອີ້ນ​ວ່າ​ນ້ຳ​ມັນ​ຂຸ້ນ, …

ຕົວຢ່າງ:

ເຈົ້າ​ຕົ້ມ​ນ້ຳ​ກະ​ທິ​ຂຸ້ນ​ໝົດ​ແລ້ວ​ຕີ໋?

ຂ້ອຍກ່ຳ​ລັງ​ຂຸ້ນ​ຂ້ຽວເຮັດ​ວຽກ, ​ຫົວ​ຫນ້າ​ເລັ່ງ​ສົ່ງ​ລາຍ​ງານມື້​ນີ້.

ໃກ້​ຊິ​ໝົດ​ເວ​ລາ​ໃນ​ການ​ສອບ​ເສັງ​ແລ້ວ, ຂ້ອຍ​ຂຸ້ນ​ຂ້ຽວ​ເຮັດ​ບົດ​ເສັງ​ໃຫ້​ແລ້ວ.

ຄໍາວ່າ ຄຸ້ນ.

​ມີ​ຄວາມ​ໝາຍ​ວ່າ ບໍ່​ແຄະ, ຮູ້, ບໍ່​ແຫ, ງົວ​ຄວາຍ​ທີ່​ເຮົາ​ຝຶກ​ແອບ​ຈົນ​ຮູ້​ຄວາມ, ເຊື້ອງ

ຕົວຢ່າງ:

​ໂອ​ຄວາຍ​ຂ້ອຍ​ຈັງ​ແມ່ນ​ແຫ, ບາດ​ຄວາຍ​ເຈົ້າ​ແລ້ວ​ຄຸ້ນ​ແທ້​ເນາະ.

ໄກ່​ໂຕ​ນີ້​ໄລ່​ຈັ່ງ​ໃດ​ກໍ​ບໍ່​ໜີ​ຈັງ​ແມ່ນ​ຄຸ້ນ​ແທ້.

ສະຫຼຸບ.

ຄໍາວ່າ: ຂຸ້ນ ມີຄວາມໝາຍວ່າ ວຸ່ນ​ວາຍ, ຂ້ຽວ​ເຂັນ, ຄົນ​ທີ່​ຖືກ​ຜູ້​ມີ​ອຳ​ນາດ​ຂົ່ມ​ຂູ່​ຂ້ຽວ​ເຂັນໃຫ້​ເກີດ​ມີ​ຄວາມ​ວຸ້ນ​ວາຍ​ເອີ້ນ​ວ່າ​ໃຈ​ຂຸ້ນ, ຂຸ້ນ​ຂ້ອງ, ເກືອບ​ແຫ້ງ, ໃກ້​ຈະ​ແຫ້ງ.

ສ່ວນຄໍາວ່າ ຄຸ້ນ ​ມີ​ຄວາມ​ໝາຍ​ວ່າ ບໍ່​ແຄະ, ຮູ້, ບໍ່​ແຫ, ງົວ​ຄວາຍ​ທີ່​ເຮົາ​ຝຶກ​ແອບ​ຈົນ​ຮູ້​ຄວາມ, ເຊື້ອງ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo