ກະ​ຊວງ​ພາຍ​ໃນ​ຕ້ອງ​ສຸມ​ໃສ່​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ເປັນ​ຫລັກ.

SA Game

Lao National Radio

ຮອງນາຍົກ ເນັ້ນຢ້ຳໃຫ້ກະຊວງພາຍໃນເອົາໃຈໃສ່ວຽກງານການເມືອງ-ແນວຄິດ.

ວັນທີ 22 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງກະຊວງພາຍໃນ ໄດ້ຈັດກອງປະຊຸມພົບປະຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຄຸ້ມຄອງລັດຖະກອນຂົງເຂດປົກຄອງ ແລະ ວັດທະນະທໍາ-ສັງຄົມ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີບັນດາຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງກະຊວງພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງການລາຍງານຈາກ ທ່ານ ທອງຈັນ ມະນີໄຊ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ. ໃນ 6 ເດືອນຕົ້ນປີ 2021 ນີ້ ໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການປ່ຽນແປງສັນຊາດ ຈໍານວນ 29 ຄົນ ຍິງ 15 ຄົນ, ການເກີດ 88.681 ຄົນ ຍິງ 42.767 ຄົນ, ການແຕ່ງດອງລະຫວ່າງພົນລະເມືອງລາວດ້ວຍກັນ 21.820 ຄູ່, ການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ 221 ຄູ່.

SA Game
Lao National Radio

ໄດ້ສໍາເລັດການທາບທາມຄໍາຄິດເຫັນຢູ່ຂັ້ນທ້ອງຖິ່ນຕໍ່ກັບຮ່າງຍຸດທະສາດແຫ່ງຊາດ ເພື່ອພັດທະນາວຽກງານຊົນເຜົ່າ; ສໍາເລັດການແຈກຢາຍ ແລະ ຕິດຕາມການບັນຈຸໂກຕ້າລັດຖະກອນໃໝ່ ປີ 2021 ຈຳນວນ 1.600 ຄົນ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;

ຈັດພິມບັດພະນັກງານ-ລັດຖະກອນຢູ່ຂັ້ນສູນກາງໄດ້ 46 ພາກສ່ວນ, ຈຳນວນ 11.554 ບັດ, ແຈກຢາຍໄປແລ້ວ ຈຳນວນ 9.992 ບັດ; ຂັ້ນທ້ອງຖິ່ນໄດ້ 2 ພາກສ່ວນ, ຈໍານວນ 2,746 ບັດ; ແຈກຢາຍໄປແລ້ວ ຈຳນວນ 1.927 ບັດ.

ສຳເລັດການຄົ້ນຄວ້າ ແລະ ສະເໜີລັດຖະບານຮັບຮອງເອົາດຳລັດວ່າດ້ວຍນະໂຍບາຍຕໍ່ພະນັກງານ-ລັດຖະກອນ ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານສະບັບປັບປຸງ ເພື່ອເປັນບ່ອນອີງຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ;

ສືບຕໍ່ສ້າງຄູ່ມື ຫຼັກສູດການຄຸ້ມຄອງ ບໍລິຫານລັດ ແລະ ປັບປຸງເນື້ອໃນຫຼັກສູດຕ່າງໆທີ່ໄດ້ຮັບຮອງໄປແລ້ວເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ພ້ອມທັງລົງໄປຊ່ວຍຈັດຝຶກອົບຮົມວຽກງານຄຸ້ມຄອງ ແລະ ບໍລິຫານລັດໃຫ້ບັນດາກະຊວງຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ ແລະ ວຽກງານອື່ນໆ.

ພາຍຫຼັງໄດ້ຮັບຟັງການລາຍງານຈາກ ທ່ານ ທອງຈັນ ມະນີໄຊ, ທ່ານ ກິແກ້ວ ໄຂຄໍາພິທູນ ຕາງໜ້າໃຫ້ລັດຖະບານ ສະ​ແດງ​ຄວາມ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຜົນ​ງານຫຼາຍໆ​ດ້ານ​ທີ່​ກະຊວງພາຍໃນ​ຍາດ​ມາ​ໄດ້​ຕະຫຼອດໄລຍະຜ່ານມາ, ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ແຕ່ຖ້າອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນປັດຈຸບັນ ເລັ່ງທວງໃຫ້ຕ້ອງໄດ້ພ້ອມພາກັນເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລະບົບກົງຈັກການຈັດຕັ້ງຂອງລັດຖະບານ ຄື:

ຕ້ອງເພີ່ມ​ທະ​ວີ​​ຍົກ​ສູງ​ຄຸນ​ນະ​ພາບ ແລະ ຍົກ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານການ​ເມືອງ-ແນວ​ຄິດ​ ຂອງພະນັກງານສະມາຊິກພັກ ໃຫ້ສູງຂຶ້ນ ເປັນ​ຕົ້ນ​ໃນ​ການ​ຄົ້ນ​ຄວ້າ​ຮັບ​ຮູ້​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ລະບຽບກົດໝາຍຂອງລັດ ທັງຍົກສູງຄວາມຮັບຜິດຊອບ ຂອງພະນັກງານ-ລັດຖະກອນ ທີ່ເຮັດວຽກງານພາຍໃນ ໃນ​ແຕ່​ລະ​ໄລ​ຍະ​ໃຫ້ສູງຂຶ້ນກວ່າເກົ່າ;

ຕ້ອງຮີບຮ້ອນປັບປຸງກົງຈັກການຈັດຕັ້ງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 07/ກມສພ ໃຫ້ສຳເລັດໃນທ້າຍປີນີ້.

ນອກນັ້ນ, ຕ້ອງໄດ້ສືບຕໍ່ຄົ້ນຄວ້າ ເພື່ອມີທິດປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງໃຫ້ມີລັກຊະນະກະທັດຮັດ, ຍຸບເລີກກົງຈັກຂັ້ນຕ່າງໆຢ່າງເໝາະສົມແທດກັບຕົວຈິງໃນແຕ່ລະໄລຍະແລ້ວ ຫຼື ບໍ.

ສິ່ງສຳຄັນທີ່ສຸດໃຫ້ບັນດາສະຫາຍສ້າງແຜນລະອຽດໃນການປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ;

ລະບົບການປົກຄອງທ້ອງຖິ່ນ ກໍແມ່ນວຽກງານໜຶ່ງດໍາເນີນການຄ້າຍຄືກັນກັບລະບົບກົງຈັກລັດຖະບານ (ນ້ອຍ) ຊຶ່ງວຽກງານແມ່ນກວມທັງໝົດທຸກດ້ານ, ຖ້າບາງເຂດວຽກງານໃດບໍ່ຫຼາຍ ກໍສົມຄວນໃຫ້ລວມກັນກໍໄດ້ ດ້ານໜຶ່ງກໍເພື່ອຮັບປະກັນໃຫ້ພະນັກງານໃຫ້ມີພຽງພໍກັບຄວາມຕ້ອງການ ແລະ ພະນັກງານຜູ້ໜຶ່ງກໍສາມາດເຮັດໄດ້ຫຼາຍວຽກ ດ້ານສອງ ກໍແມ່ນສາມາດເຮັດໃຫ້ກົງຈັກໜ້ອຍລົງ ທັງຮັບປະກັນຄຸນນະພາບ (ຕົວຢ່າງ: ແຂວງ, ເມືອງໃດທີ່ມີສະຖານທີ່ທ່ອງທ່ຽວຫຼາຍ ຄວນເສີມກຳລັງລົງໃສ່ວຽກດັ່ງກ່າວໃຫ້ຫຼາຍ, ແຂວງ ຫຼື ເມືອງໃດມີການດຳເນີນດ້ານອຸດສາຫະກຳຫຼາຍກໍຄວນເພີ່ມພະນັກງານໃນຂົງເຂດດັ່ງກ່າວໃຫ້ຫຼາຍຂຶ້ນ ຫຼື ໂຮມພະແນກ ຫຼື ຫ້ອງການຂອງເມືອງເຂົ້າກັນ;

ວຽກງານຄຸ້ມຄອງລັດຖະກອນ ແມ່ນເປັນຂອດຕັດສິນຊີ້ຂາດຂອງວຽກງານທັງໝົດ ດັ່ງນັ້ນ, ໃຫ້ກະຊວງຄົ້ນຄວ້າລະອຽດ ມາຮອດປັດຈຸບັນຈໍານວນລັດຖະກອນພຽງພໍແລ້ວ ຫຼື ບໍ (ຕິດພັນກັບດ້ານງົບປະມານ ເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຂອງລັດ) ແລະ ຍັງມີຄວາມຈຳເປັນຕ້ອງຮັບລັດຖະກອນໃນທຸກໆປີຫຼືບໍ ສັບຊ້ອນຈັດສັນພະນັກງານຂົງເຂດທີ່ມີລັດຖະກອນຫຼາຍມາໃສ່ຂົງເຂດທີ່ຍັງຂາດຄວນເຮັດແນວໃດ ລວມທັງບັນຫາຄຸນນະພາບຂອງພະນັກງານ-ລັດຖະກອນພຽງພໍແລ້ວຫຼືບໍ ຈະມີການຄັດເລືອກ ເພື່ອໃຫ້ດຳລົງຕຳແໜ່ງບໍລິຫານແນວໃດ ຕາມທິດຫັນເປັນໜຸ່ມ (ຕ້ອງໄປຕາມທິດມີຂຶ້ນ ແລະ ມີລົງ);

ກະຊວງພາຍໃນແມ່ນຕ້ອງເຮັດບົດບາດດ້ານມະຫາພາກ ໂດຍການເກັບກຳສະຖິຕິພົນລະເມືອງທັງໝົດເຂົ້າໃນລະບົບ ທັງສົ່ງໃຫ້ ແລະ ເຊື່ອມກັບຂົງເຂດ ປກສ ໃນການຈັດຕັ້ງປະຕິບັດ ລວມທັງການເຄື່ອນຍ້າຍຂອງພົນລະເມືອງ ລາວ ແລະ ຕ່າງປະເທດຕ້ອງໄດ້ມີການ ເຊື່ອມກັນທາງລະບົບເອເລັກໂຕຣນິກ.

ສິ່ງສຳຄັນທີ່ສຸດ ກະຊວງ ຕ້ອງໄດ້ເປັນແບບຢ່າງ ໃນການສ້າງຕັ້ງລະບົບກົງຈັກການຈັດຕັ້ງ ແລະ ພະນັກງານໃຫ້ໜ້ອຍລົງ ແລະ ກະທັດຮັດທີ່ສຸດ ເພື່ອເປັນຕົ້ນແບບໃນການປັບປຸງກະຊວງ, ອົງການ ແລະ ທ້ອງຖິ່ນໃນທົ່ວປະເທດໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao National Radio