ກອງປະຊຸມ “EUROPE-ASIA” ການສົນທະນາຄວາມຮຸ່ງເຮືອງສີວິໄລ

SA Game

ຂປລ

ຄຕພ ຮ່ວມສໍາມະນາ ກອງປະຊຸມ ເອີຣົບ-ອາຊີ ຫົວຂໍ້ “ການສົນທະນາຄວາມຮຸ່ງເຮືອງສີວິໄລ”

ຄຕພ, ຄະນະຜູ້ເເທນ ພັກປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາຜ່ານຮູບແບບວີດີໂອທາງໄກຂອງ ພັກຣັດເຊຍເອກະພາບ ໃນວັນທີ 27 ພຶດສະພາ 2022 ຜ່ານມານີ້, ເຊິ່ງຈັດຕັ້ງຂຶ້ນເປັນຄັ້ງທໍາອິດ ພາຍໃຕ້ກອບຂອງກອງປະຊຸມ “EUROPE-ASIA”, ໃນຫົວຂໍ້ “ການສົນທະນາຄວາມຮຸ່ງເຮືອງສີວິໄລ” ກ່ຽວກັບການປົກປັກຮັກສາຄຸນຄ່າທາງດ້ານຈິດໃຈ ເເລະ ຄຸນຄ່າຮີດ ຄອງຂອງຄອບຄົວໃນຍຸກສະໄໝໃໝ່.

ກອງປະຊຸມຄັ້ງນີ້, ພັກຣັດເຊຍເອກະພາບ ມີຄວາມປະສົງສະເໜີສ້າງຕັ້ງພັນທະມິດສາກົນ ກ່ຽວກັບການປົກປ້ອງສະຖາບັນຄອບຄົວ ເຊິ່ງມີຜູ້ຕາງໜ້າຈາກພັກການເມືອງ ເເລະ ອົງການຈັດຕັ້ງທາງສັງຄົມຂອງ 11 ປະເທດເຂົ້າຮ່ວມຄື:

ສ ອາກເມນີ, ສ ອາເເຊັກໄບຊານ, ບຸນກາຣີ, ສ ເບລາຣຸສຊີ, ສສ ຫວຽດນາມ, ສ ກາຊັກສະຖານ, ສ ຝຣັ່ງ, ສ ເເອັດສະປາຍ, ສ ຕັດຊິກກີສຖານ, ສ ໂມນໂດວາ ເເລະ ສປປ ລາວ. ໃນກອງປະຊຸມ ໄດ້ຮັບຟັງການບັນຍາຍຂອງ ຄະນະບໍລິຫານງານການຮ່ວມມືສາກົນ ແລະ ການສະໜັບສະໜູນຄົນເຊື້ອຊາດຣັດເຊຍຢູ່ຕ່າງປະເທດ ແລະ ຄະນະບໍລິຫານງານການປົກປ້ອງແມ່, ເດັກນ້ອຍ ແລະ ຄອບຄົວ ຂອງພັກຣັດເຊຍເອກະພາບ

SA Game
ຂປລ

ໂດຍໄດ້ຍົກໃຫ້ເຫັນກ່ຽວກັບຄວາມຈະເລີນຮຸ່ງເຮືອງຂອງສັງຄົມໃນປັດຈຸບັນ ເເລະ ຄວາມສໍາຄັນຂອງການປົກປັກຮັກສາຄຸນຄ່າທາງດ້ານຮີດຄອງຂອງຄອບຄົວໃນຍຸກສະໄໝໃໝ່ ໃຫ້ຄົງຢູ່ຮ່ວມກັບຮຸ່ນລູກຫລານຕໍ່ໄປໃນອະ ນາຄົດ.

ທ່ານນາງ AnnaKuznetsova ປະທານຄະນະກໍາມາທິການການປົກປ້ອງແມ່ຍິງ, ເດັກນ້ອຍ ແລະ ຄອບຄົວ ຂອງພັກຣັດເຊຍເອກະພາບ, ຮອງປະທານສະພາດູມາຂອງພັກຣັດເຊຍເອກະພາບ ໄດ້ກ່າວວ່າ:

ການປົກປ້ອງຄຸນຄ່າຮີດຄອງຂອງຄອບຄົວ ເປັນພື້ນຖານອັນສໍາຄັນຂອງຄວາມເປັນຢູ່ທີ່ດີຂອງລັດສະເພາະ ກໍຄືຄວາມເປັນຢູ່ທີ່ດີຂອງມວນມະນຸດໃນໂລກຮ່ວມກັນ, ຜູ້ທີ່ພະຍາຍາມທໍາລາຍພື້ນຖານວຽກງານດັ່ງກ່າວ ຖືວ່າເປັນການຂັດຂວາງການພັດທະນາຂອງມວນມະນຸດໂລກ.

ການສ້າງພັນທະມິດລະຫວ່າງປະເທດ ເພື່ອເຄື່ອນໄຫວວຽກງານການປົກປ້ອງສະຖາບັນຄອບຄົວ, ບັນຫາການຈະເລີນເຕີບໂຕ, ການລ້ຽງດູເດັກນ້ອຍ, ການປົກປ້ອງຄວາມເປັນຈິງຂອງປະຫວັດສາດ, ການປົກປັກຮັກສາເອກະລັກ ເເລະ ລັກສະນະສະເພາະຂອງເເຕ່ລະປະເທດ ຖືເປັນກິດຈະກໍາພື້ນຖານຂອງທຸກຄົນ ເພື່ອສ້າງອະນາຄົດທີ່ດີໃຫ້ເເກ່ຄົນຮຸ່ນຫລັງ.

SA Game
ຂປລ

ນອກນີ້, ໃນກອງປະຊຸມ, ຍັງໄດ້ປຶກສາຫາລື, ແລກປ່ຽນທັດສະນະຈາກບັນດາຜູ້ຕາງໜ້າບັນດາພັກການເມືອງ, ອົງການຈັດຕັ້ງຂອງປະເທດຕ່າງໆ ກ່ຽວກັບ ສະພາບ ແລະ ບັນຫາການປົກປ້ອງແມ່, ເດັກນ້ອຍ ແລະ ຄອບຄົວ ຢູ່ໃນປະເທດຂອງຕົນ; ລວມທັງບັນຫາສົງຄາມ, ການຂ້າລ້າງເຜົ່າພັນ, ກົດໝາຍ ເເລະ ລັດຖະທໍາມະນູນຂອງບາງປະເທດກ່ຽວກັບບັນຫາຄອບຄົວ, ການສົ່ງເສີມບົດບາດຂອງອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ເເມ່ຍິງ ເເລະ ເດັກ ນ້ອຍເຍົາວະຊົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ