ບັນດາລັດຖະມົນຕີຮ່ວມສະຫລອງວັນເດັກນ້ອຍສາກົນທີ່ນະຄອນຫລວງ

SA Game

ຂປລ

ງານສະເຫຼີມສະຫລອງວັນເດັກສາກົນ ໃນຫົວຂໍ້ ສ້າງອານາຄົດທີ່ດີກວ່າ ເພື່ອເດັກທຸກຄົນ

ໄດ້ມີພິທີສະເຫລີມສະຫລອງວັນເດັກນ້ອຍສາກົນຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ພາຍໃຕ້ຫົວຂໍ້ ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ ໃນວັນທີ 1 ມິຖຸນາ 2022 ທີ່ບ້ານໜອງຄຳແສນ ເມືອງຫາດຊາຍຟອງ ນະຄອຫລວງວຽງຈັນ

ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ອິມ ມູຮົງ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ, ມີ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານ ຮອງສະຫະພັນແມ່ຍິງ ນວ, ເຈົ້າເມືອງ, ຮອງເຈົ້ນເມືອງ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດດັ່ງກ່າວ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຄະນະກໍາມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ ນວ) ບາງຕອນວ່າ:

SA Game
ຂປລ

ຄຊກມດ ນະຄອນຫລວງວຽງ ໄດ້ເອົາໃຈໃສ່ ຫລາຍບັນຫາທີ່ຕິດພັນກັບ ຄຊກມດ ເຊັ່ນ: ຈະລົງທຶນໃສ່ວຽກກ່ຽວກັບເດັກ ໄວໜຸ່ມ ແລະ ຊາວໜຸ່ມ ໂດຍກຳນົດເປັນວຽກບູລີມະສິດໃນແຜນພັດທະນາເສດຖະກິດ-ສັງຄົມ ນວ ແລະ ເມືອງ ສ້າງຊັບພະຍາກອນມະນຸດໃນປີ 2030

ໂດຍການຫລຸດຜ່ອນຄວາມທຸກຍາກຂອງເດັກໃນຫລາຍມິຕິໃນ ນວ ຢ່າງໜ້ອຍໃຫ້ຫລຸດ 30% ຈາກຜົນຂອງການສໍາຫລວດດັດຊະນີໝາຍ, ຕັ້ງໜ້າປະກອບສ່ວນຢ່າງແຂງແຮງ ຕໍ່ການພັດທະນາເດັກດ້ວຍການປຸກລະດົມ ແລະ ຊຸກຍູ້ໃຫ້ເດັກບັນດາເຜົ່າ, ສ້າງໃຫ້ເຂົາເຈົ້າມີນໍ້າໃຈ ຮັກລະບອບໃໝ່ ແລະ ກາຍເປັນໜໍ່ແໜງຂອງປະເທດຊາດ, ສົ່ງເສີມໃຫ້ເດັກທຸກຄົນໂດຍບໍ່ຈໍາແນກໃຫ້ມີຖານະເທົ່າທຽມກັນໃນສັງຄົມ ຄອບຄົວ, ມອບຄວາມຮັບຜິດຊອບໃຫ້ໂອກາດເດັກໃນການສຶກສາຮໍ່າຮຽນ ການເບິ່ງແຍງສຸຂະພາບ ໃຫ້ເດັກໄດ້ມີສ່ວນຮ່ວມກັບຜູ້ໃຫຍ່ໃນກິດຈະກຳທີ່ສຳຄັນຂອງພັກ-ຂອງຊາດ ແລະ ໃຫ້ການຊ່ວຍເຫລືອປົກປ້ອງເດັກໃນເມື່ອເດັກຖືກເຄາະຮ້າຍ ຫລື ຖືກການໃຊ້ຄວາມຮຸນແຮງໃຫ້ມີຄວາມຍຸຕິທຳຫລາຍຂຶ້ນ ໃນຍະຜ່ານມາ ຄຊກມດ ນວ ໄດ້ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ອັດຕາການຕາຍຂອງເດັກຫລຸດ 1 ປີຫລຸດລົງ ສົ່ງເສີມເດັກກ່ອນໄວຮຽນ ການປົກປ້ອງເດັກດ້ວຍການຈັດຕັ້ງປະຕິບັດຫລາຍໂຄງການ ກິດຈະກໍາຕ່າງໆ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ: ເດັກນ້ອຍ ແມ່ນອະນາຄົດຂອງປະເທດ ຄືກັນກັບເບ້ຍໄມ້ທີ່ພວກເຮົາກໍາລັງປູກໃນມື້ນີ້ ການລົງທຶນໃສ່ປະຊາກອນໜຸ່ມນ້ອຍ ຈະນໍາເອົາຜົນໄດ້ຮັບທີ່ດີມາສູ່ປະເທດຊາດໃນອີກຫລາຍປີຕໍ່ໜ້າ ເພື່ອເຮັດໃຫ້ປະເທດຊາດມີຄວາມເຂັ້ມແຂງ, ບຸກຄະລາກອນມີຄວາມຮູ້, ຄວາມສາມາດ ສະນັ້ນຕ້ອງສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ເດັກ ແລະ ຊາວໜຸ່ມໃຫ້ເຂົາເຈົ້າເປັນສະມາຊິກທີ່ດີຂອງສັງຄົມ ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາປະເທດຊາດ.

SA Game
ຂປລ

ໂອກາດນີ້, ພາຍໃນງານໄດ້ປູກຕົ້ນໄມ້ 62 ຕົ້ນ (ໄມ້ອຸດສາຫະກຳ), ຮັບຊົມບູດວາງສະແດງຈາກໂຮງຮຽນ ມສ ນາຊາຍທອງ, ມສ ທົ່ງປົ່ງ, ມສ ນາຄາຍ ແລະ ມສ ຈັນສະຫວ່າງ ເຊິ່ງການຈັດງານຄັ້ງໄດ້ຮັບການສະໜັບສະໜູນຈາກອົງການ ອຸຍນີເຊບ, ອົງການ KOICA, ອົງການ ChildFund ແລະ ລັດຖະບານປະເທດອົດສະຕຣາລີ ຜ່ານກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດອົດສະຕຣາລີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ປະເທດລາວ Pathedlao