ຄຳວ່າ ປະຈານ ແລະ ວິຈານ ມີຄວາມໝາຍແນວໃດໃນພາສາລາວ
ອະທິບາຍພາສາລາວຄວາມໝາຍຂອງຄຳວ່າ ປະຈານ ແລະ ວິຈານ.
ການນຳໃຊ້ພາສາລາວເປັນສິ່ງສຳຄັນໃນການ ຄົບຄ້າສະມາຄົມອາລົມຈິດນຳກັນໃນສັງຄົມ. ເຮົາໃຊ້ພາສາສື່ສານກັນຜ່ານການເວົ້າ ແລະການຂຽນ, ໃນການເວົ້າອາດຈະບໍ່ຈໍາເປັນມີກົດເກນຈໍາກັດຕາຍຕົວຫຼາຍ ແຕ່ໃນການຂຽນພັດບໍ່ແມ່ນແນວນັ້ນ. ພາສາທີ່ສື່ສານຜ່ານການຂຽນຖືເປັນພາສາ ທີ່ໃຊ້ໃນການສື່ສານໃນລະດັບທີ່ຕ້ອງມີຄວາມຖືກຕ້ອງແນ່ນອນດ້ານອັກຂະຫຼະວິທີ ຫຼື ວິທີການຂຽນໃຫ້ ເປັນໄປຕາມຫຼັກໄວຍາກອນຂອງພາສາເຊິ່ງໄດ້ກຳນົດໄວ້.
ມື້ນີ້, ພວກເຮົາຈະນຳເອົາຄຳວ່າ ປະຈານ ແລະ ວິຈານ ມາອະທິບາຍ.ເຊິ່ງສອງຄຳນີ້ບາງຄົນອາດຄິດວ່າເປັນຄວາມໝາຍອັນດຽວກັນກໍ່ເປັນໄດ້ເພາະມັນເປັນຄຳທີ່ຟັງແລ້ວຄ້ອນຄ້າງມີນ້ຳສຽງຄ້າຍຄືກັນ ໂດຍສະເພາະແມ່ນກັບຄົນຕ່າງຊາດທີ່ມາທ່ຽວ ຫຼື ອາໃສຢູ່ລາວກໍ່ຍັງຈຳແນກບໍ່ໄດ້ວ່າສອງຄຳນີ້ມີຄວາມໝາຍ ແລະ ວິທີການນຳໃຊ້ແນວໃດຈື່ງຈະຖືກຕ້ອງ.
ຄຳວ່າ ປະຈານ.
ຄຳວ່າປະຈານເປັນຄຳກຳມະ ເຊິ່ງເປັນຄຳທີ່ສາມາດໃຊ້ປະກາດ ຫຼື ໃຊ້ເປີດເຜີຍຄວາມຊົ່ວຂອງບັນດາບຸກຄົນທີ່ປະພຶດຕົນບໍ່ດີຢູ່ໃນສັງຄົມດ້ວຍວິທີການຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ ຫຼື ໝາຍເຖິງການຫັກໜ້າກັນຢ່າງບໍ່ມີຄວາມເຫັນອົກເຫັນໃຈເຊິ່ງກັນແລະກັນ ເຊິ່ງຄຳນີ້ຈະປາກົດເຫັນຂື້ນຫຼາຍໃນການໃຊ້ຊີວິດປະຈຳວັນທຸກມື້ນີ້.
ຕົວຢ່າງ :
- ທ້າວສົມດີຖືກລົງໂທດດ້ວຍການອອກໄປຢືນຂາດຽວຢູ່ຫຼັກທຸງຍ້ອນລາວຫຼັັກອອກຈາກຫ້ອງຮຽນກ່ອນເວລາເລີກຮຽນ.
- ແມ່ຄ້າທ່່ານໜື່ງໄດ້ໂພສປະຈານລູກຄ້າລາວຜ່ານສື່ສັງຄົມອອນລາຍຍ້ອນລູກຄ້າລາວຮັບສິນຄ້າໄປແລ້ວບໍ່ຍອມຈ່າຍເງິນ.
ຄຳວ່າ ວິຈານ.
ຄຳວ່າວິຈານ ຄືການພິຈາລະນາເປັນສິ່ງທີ່ດີ ເພາະການວິຈານຄືການຊີ້ແຈງ, ການສະແດງຄວາມຄິດເຫັນເພື່ອຊອກຫາທາງອອກທີ່ດີ ແລະ ເໝາະສົມ ຊີ້ແຈງຈຸດອ່ອນ, ເຮັດໃຫ້ສັງຄົມເພີງພໍໃຈ, ສາມາດປັບໄປໃຊ້ໃນຊີວິດປະຈຳວັນໃຫ້ໄດ້ດີກວ່າ.ຫຼື ໝາຍເຖິງການຕັດສິນທີ່ເປັນສິນລະປະກຳ ໂດຍຜູ້ທີ່ມີຄວາມຮູ້ ແລະ ເຊື່ອຖືໄດ້ເຊັ່ນ :
ຕົວຢ່າງ:
- ໜັງສືເຫຼັ້ມນີ້ສະແດງປັນຫາສັງຄົມໃນປະຈຸບັນໄດ້ດີຫຼາຍ.
- ຖ້າມີການຝຶກຝົນເພີ່ມຂື້ນອີກໜ້ອຍໜື່ງການສະແດງບົດຟ້ອນໃນມື້ນີ້ຈະອອກມາໄດ້ດີກ່ວານີ້ຫຼາຍ.
ສະຫຼຸບ.
ຄຳວ່າ ປະຈານ ແລະ ວິຈານ ນັ້ນມີຄວາມໝາຍທີ່ແຕກຕ່າງກັນຢ່າງສີ້ນເຊີງເພາະຄຳວ່າ ປະຈານ ຈະໃຊ້ປະກາດຄວາມບໍ່ດີອອກສູ່ສັງຄົມໄດ້ຮັບຮູ້ ສ່ວນຄຳວ່າ ວິຈານ ຈະເວົ້າເຖິງການໃຫ້ຄວາມຄິດເຫັນ ຫຼື ການຊີ້ແຈງເຮັດໃຫ້ຄົມເພິງພໍໃຈ ດັ່ງນັ້ນເຮົາຄວນຈຳແນກໃຫ້ໄດ້ວ່າຄຳໃດຄວນໃຊ້ໃນກໍລະນີໃດເພື່ອບໍ່ໃຫ້ເກີດມີບັນຫາໃນການນຳໃຊ້ຖ້ອຍຄຳ,ການຂຽນ ຫຼື ການເວົ້າ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo