ເຄື່ອງທີ່ລະນຶກຍອດນິຍົມຂອງລາວ ທີ່ນັກທ່ອງທ່ຽວນິຍົມຊື້ກັບບ້ານ.
ຂອງຝາກທີ່ເປັນເອກະລັກທີ່ນັກທ່ອງທ່ຽວນິຍົມຊື້ກັບບ້ານ.
ແນ່ນອນວ່າ ເມື່ອໄປທ່ອງທ່ຽວຕາມສະຖານທີ່ຕ່າງໆແລ້ວ ກໍຕ້ອງການສິ່ງຂອງ ຫລື ເຄື່ອງທີ່ລະນຶກກ່ຽວກັບສະຖານທີ່ນັ້ນໆ ກັບເມືອເກັບໄວ້ ເພື່ອເຕືອນຄວາມຊົງຈຳວ່າ ເຮົາໄດ້ໄປສະຖານທີ່ນັ້ນມາແລ້ວ, ຫລາຍໆທ່ານກໍ່ມັກຈະຊື້ໄປຟາກໝູ່ຄູ່ ເພືອນຝຸງ, ຫລື ຊື້ໄປຟາກເພືອນຮ່ວມງານຕ່າງໆ, ເຊິ່ງແຕ່ລະສະຖານທີ່ກໍ່ຈະມີສິ່ງທີ່ເປັນເອກະລັກຂອງຕົວເອງວາງຂາຍໃຫ້ນັກທ່ອງທ່ຽວຜູ້ທີ່ສົນໃຈຈະນຳໄປເປັນທີ່ລະນືກ.
ການຊື້ຂອງຝາກ ຫລື ເຄື່ອງທີ່ລະນຶກ ເປັນສິ່ງທີ່ນັກທ່ອງທ່ຽວຫລາຍຄົນ ບໍ່ພາດທີ່ຈະຊື້ກັບເມືອ ບໍ່ວ່າຈະຊື້ຕາມແຫລ່ງທ່ອງທ່ຽວ ຕາມຕະຫລາດນັດ, ຮ້ານຄ້າຕ່າງໆ, ສຳລັບປະເທດລາວເຮົາ ກໍມີແຫລ່ງຂາຍເຄື່ອງທີ່ລະນຶກໄວ້ໃຫ້ນັກທ່ອງທ່ຽວ ໄດ້ເລາະຊື້ຫລາຍແຫ່ງເຊັ່ນ: ຕະຫລາດກາງຄືນຫລວງພະບາງ, ຕະຫລາດກາງຄືນ ສວນເຈົ້າອະນຸວົງ, ຕະຫລາດເຊົ້າ ແລະ ອື່ນໆ ເຊິ່ງກໍມີສິນຄ້າຫລາຍໆຊະນິດ ໃຫ້ນັກທ່ອງທ່ຽວໄດ້ເລືອກ ແລະ ລ້ວນແຕ່ຜະລິດຈາກສີໄມ້ລາຍມືຄົນລາວ ແລະ ເປັນເອກະລັກສະເພາະຂອງລາວ.
ສຳລັບເຄື່ອງຕ້ອນຂອງຝາກ ສຸດຮິດທີ່ນັກທ່ອງທ່ຽວມັກຊື້ເມື່ອມາທ່ຽວເມືອງລາວໄດ້ແກ່:
- ຜ້າຝ້າຍ, ຜ້າໃໝ ຜ້າຫັດຖະກຳຂອງຄົນລາວ ຂອງຊົນເຜົ່າຕ່າງໆ ເຊິ່ງມີຈຸດເດັ່ນຢູ່ມີ່ລວດລາຍງົດງາມ ເປັນເອກະລັກ ແລະ ມີຄວາມແຕກຕ່າງຂອງແຕ່ລະຊົນເຜົ່າຢ່າງຊັດເຈນ ແຖມຜ້າລາວເປັນຜ້າທີ່ມີຄຸນນະພາບດີ ລາຄາກໍ່ແພງປານໃດ ນັກທ່ອງທ່ຽວຈິ່ງນິຍົມຊື້ກັບບ້ານ
- ກາເຟ ແລະ ຊາ ເປັນສິນຄ້າຫຼັກຂອງປະເທດລາວ ແລະ ໄດ້ຮັບການຍອມຮັບຈາກນານາຊາດ ດ້ວຍຣົດຊາດທີ່ແຊ໊ບ ແລະ ມີກິ່ນຫອມເປັນເອກະລັກ ນັກທ່ອງທ່ຽວຈິ່ງນິຍົມຊື້ເປັນຂອງຝາກ ຊາທີ່ຂຶ້ນຊື່ທີ່ສຸດໃນລາວ ແມ່ນຊາຂຽວຜົ້ງສາລີ ສ່ວນກາເຟແມ່ນກາເຟທາງປາກເຊ (ພູພຽງບໍລິເວນ)
- ເຄື່ອງເງິນ, ເຄື່ອງປະດັບ ເປັນອີກໜຶ່ງສິນຄ້າທີ່ໄດ້ຮັບຄວາມນິຍົມຊື້ຈາກນັກທ່ອງທ່ຽວ ເນື່ອງຈາກເຄື່ອງເງິນມີຄວາມສວຍງາມ ແລະ ຄວາມປານີດຂອງຊ່າງຫັດຖະກຳລາວ
- ຫັດຖະກຳໄມ້ແກະສະຫຼັກ ແລະ ຫວາຍ ຫັດຖະກຳປະເພດນີ້ຈະມີລວດລາຍເປັນເອກະລັກສະເພາະຂອງຄົນລາວ ມີໃຫ້ເລືອກຫຼາຍຂະໜາດຕາມຄວາມຕ້ອງການ
ເຄື່ອງຕ້ອນຂອງຝາກ ແລະ ເຄື່ອງທີ່ລະນຶກເຫລົ່ານັ້ນ ນອກຈາກຈະສ້າງຊື່ສຽງໃຫ້ແກ່ປະເທດລາວ ແລະ ດຶງດູດໃຫ້ນັກທ່ອງທ່ຽວ ມາທ່ຽວຊົມປະເທດລາວຫລາຍຂຶ້ນແລ້ວ, ຍັງສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນລາວ, ປະເທດຊາດມີລາຍຮັບ ເພື່ອຮັກສາເອກະລັກ ແລະ ມູນເຊື້ອດັ່ງກ່າວ ພວກເຮົາຕ້ອງຊ່ວຍກັນອະນຸລັກ ແລະ ສົ່ງເສີມໃຫ້ມີການຜະລິດສິນຄ້າ ທີ່ເປັນເອກະລັກ ແລະ ສີໄມ້ລາຍມື ຂອງລາວ ກໍຄືຂອງຊົນເຜົ່າຕ່າງໆ ໃຫ້ນັບມື້ຫລາຍຂຶ້ນ ຫລີກເວັ້ນການຈຳໜ່າຍສິນຄ້າຮຽນແບບຈາກຕ່າງປະເທດ ທີ່ບໍ່ມີຄຸນນະພາບ ເພື່ອຮັກສາຊື່ສຽງ ແລະ ເອກອ້າງຄວາມເປັນຊາດລາວ ໃຫ້ເປັນທີ່ຍອມຮັບຈາກທົ່ວໂລກ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ ໂດຍ: laopost.com