ງານບຸນນະມັດສະການຜາສາດເຮືອນຫີນ ປະຈໍາປີ 2020

SA Game

ພາບ: thankhao.com

ງານບຸນນະມັດສະການຜາສາດເຮືອນຫີນເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ.

ຜາສາດເຮືອນຫີນແຫ່ງນີ້ ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກສະຫວັນນະເຂດ ມາທາງທິດໃຕ້ປະມານ 90 ກິໂລແມັດ ຜາສາດເຮືອນຫີນເປັນຊາກຜາສາດຂອມເກົ່າແກ່ອາຍຸກວ່າພັນປີຢູ່ໃນ ບ້ານເຮືອນຫີນ, ເມືອງໄຊພູທອງ, ໄລຍະຫ່າງຈາກຕົວເມືອງ ປະມານ 10 ກິໂລແມັດ ແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເຊິ່ງສ້າງຂຶ້ນໃນ ອານາຈັກສີໂຄດຕະບູນ ເຊິ່ງເປັນ ອານາຈັກທີ່ໜ້າເກງຂາມ ຂອງອານາຈັກ ໃກ້ຄຽງ.

ພິທີເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2020 ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 6 ມີນາ 2020 ຢູ່ທີ່ເດີ່ນວັດຜາສາດເຮືອນຫີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາວິໄສ ຜຸຍຍະວົງກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊພູທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫ້ອງການອອ້ມຂ້າງເມືອງ, ບັນດາເລຂາໜ່ວຍພັກ-ນາຍບ້ານ,ອົງການຈັດຕັ້ງມະຫາຊົນ,ຕະຫລອດເຖິງປະຊາຊົນຜູ້ມາທ່ຽວງານບຸນເຂົ້າຮ່ວມຢ່າງຄຶກຄື້ນ.

SA Game
ພາບ: thankhao.com

ໃນພິທີ ທ່ານ ຄໍາວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ປະທານຈັດງານບຸນດັ່ງກ່າວ ໄດ້ຂື້ນກ່າວເປີດງານຢ່າງເປັນທາງການ ວ່າ:ຜາສາດເຮືອນຫີນເປັນສະຖາປັດຕິຍະກໍາທີ່ໂດດເດັ່ນລໍ້າຄ່າ ຊຶ່ງບົງບອກເຖິງຄວາມເກັ່ງກ້າສາມາດສະຫຼາດຫຼັກແຫຼມ ແລະ ມີຫົວຄິດປະດິດສ້າງຂອງປະຊາຊົນບັນດາເຜົ່າໃນຍົກສະໄໝບູຮານ(ອານາຈັກຂອມເຮືອງອໍານາດໃນສະໄໝສີໂຄດຕະບູນໃນຍົກເງິນຍາງ) ແລະ ຍັງເປັນສັນຍາລັກໃຫ້ແກ່ລຸ້ນຄົນພວກເຮົາໃນປະຈຸບັນໄດ້ເຫັນຄຸນຄ່າຄວາມເປັນມາຂອງຊາດລາວເຮົາທີ່ເປັນຊາດໜຶ່ງທີ່ມີຄວາມຈະເລີນຮຸ່ງເຮືອງສີວິໄລທາງດ້ານອະລິຍະທໍາ, ຊຶ່ງບັນພະບູລຸດລາວແຕ່ລະຍຸກແຕ່ລະສະໄໝໄດ້ປົກປັກຮັກສາ ແລະ ສ້າງສາພັດທະນາມາ,ຜາສາດເຮືອນຫີນແຫ່ງນີ້ຖືວ່າເປັນແຫ່ງທີ 2ຂອງປະເທດລາວຖັດຈາກວັດພູຈໍາປາສັກ.

SA Game
ພາບ: The Glory of Laos

ຕາມການສັນນິຖານວ່າ ຖືກສ້າງຕັ້ງຂື້ນໃນຊ່ວງທ້າຍສັດຕະວັດທີ 11 ຫາຕົ້ນສັດຕະວັດທີ 12 ແລະ ຢູ່ໃນຍົກດຽວກັນກັບໂຮງນາງສີດາ ທີ່ຕັ້ງຢູ່ເມືອງຈໍາປາສັກ,ແຂວງ ຈໍາປາສັກພາກໃຕ້ຂອງລາວ,ຢັ້ງຢືນເຖິງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍົກສະໄໝ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີສໍາຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງສະ ຫວັນນະເຂດ ກໍຄືຂອງຊາວເມືອງໄຊພູທອງ ໃນພິທີ ທ່ານ ຄໍາວິໄສ ເຈົ້າເມືອງໄຊພູທອງ ໄດ້ໃຫ້ກຽດຂື້ນລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກແຫ່ງການກ່າວເປີດງານຂື້ນຢ່າງເປັນທາງການ.ຈາກນັ້ນການນໍາພັກ-ລັດກໍໄດ້ເຂົ້າຮ່ວມການແຮ່ຮູບຈໍາລອງຄື: ຮູບຈໍາລອງຜາສາດເຮືອນຫີນ, ງູຊ່ວງ,ງົວໂທນ,ເຕົ່າຄໍາ ແລະ ໜາຊ່ວງ ເພື່ອເປັນການສາກາລະບູຊາໃຫ້ແກ່ຜາສາດເຮືອນຫີນ ເຊິ່ງເປັນປີທໍາອິດທີ່ໃຫ້ມີກິດຈະກໍານີ້, ເພື່ອສຶບສານວັດທະນະທໍາລາວທີ່ເຄີຍປະຕິບັດກັນມາ ພ້ອມນັ້ນ ຍັງໄດ້ຊົມການສະແດງສິລະປະວັນນະຄະດີມີ 15 ຂະບວນຟ້ອນຂອງນ້ອງນັກຮຽນຂອງເຂດກຸ່ມບ້ານ ທີ VIII ຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: thankhao.com