ສປປ ລາວ ຕົກລົງເຫັນດີ ໃຫ້ສົ່ງອອກຜະລິດຕະພັນໄມ້ປູກ
ສປປ ລາວ ອະນຸມັດໃຫ້ສົ່ງອອກໄມ້ປູກປຸງແຕ່ງ ຫຼືບໍ່ມີການປຸງແຕ່ງໄດ້ແລ້ວ.
ຕາມການລາຍງານຂອງເວັບໄຊ ເສດຖະກິດສັງຄົມໃຫ້ຮູ້ວ່າ: ຫ້ອງວ່າການສໍານັກງານນາຍົກໄດ້ເຫັນດີໃຫ້ສົ່ງອອກຜະລິດຕະພັນທຸກຮູບແບບ (ປຸງແຕ່ງ ຫຼືບໍ່ມີການປຸງແຕ່ງ) ຈາກໄມ້ປູກທຸກຊະນິດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 36 ຂອງກົດຫມາຍປ່າໄມ້ (ສະບັບປັບປຸງ) ເລກທີ 64/ສພຊ ແຕ່ໃຫ້ມີການກໍານົດໂກຕ້າສົ່ງອອກໃນແຕ່ລະປີ ບົນພື້ນຖານການອະນຸມັດຂອງລັດຖະບານ ແລະມີການຂຶ້ນທະບຽນສວນປູກ ຫຼືໃບຢັ້ງຢືນສວນປຸກຕາມລະບຽບການກ່ຽວຂ້ອງ.
ພ້ອມທັງເຫັນດີໃຫ້ເພີ່ມລາຍການຜະລິດຕະພັນໄມ້ເພື່ອການສົ່ງອອກເຂົ້າໃຫມ່ 2 ລາຍການຄືຜະລິດຕະພັນໄມ້ໂລງສົບສໍາເລັບຮູບ ແລະຜະລິດຕະພັນໄມ້ທີ່ເປັນຊີ້ນສ່ວນຂອງເຟີນີເຈີໄມ້
ນອກຈາກນັ້ນ, ຍັງເຫັນດີໃຫ້ເພີ່ມຂະຫນາດໄມ້ສໍາລັບການສົ່ງອອກ 7 ລາຍການ ເຊັ່ນ: ໄມ້ປູພື້ນຊີ້ນດຽວ, ໄມ້ແຜ່ນຮົ້ວ, ໄມ້ວົງກົບ,ໄມ້ວົງ ກົບປ່ອງຢ້ຽມ, ໄມ້ວົງກົບປະຕູ, ໄມ້ລູກຕິ່ງຮູບຊົງສີ່ຫຼ່ຽມ ແລະໂຕະຫນ້າມົນໄມ້ແຜ່ນດຽວສໍາເລັດຮູບ.
ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງການຄ້າກະຊວງ ອຸດສະຫະກໍາ ແລະ ການຄ້າ ເປີດເຜີຍຕາມແຈ້ງການທິດຊີ້ນໍາກ່ຽວກັບການປັບປຸງນິຕິກໍາ, ກົນໄກ ການປະຕິບັດ ແລະການເກັບລາຍຮັບຈາກໄມ້ ແລະຜະລິດຕະພັນຈາກໄມ້, ເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2011 ຊຶ່ງໄດ້ມີທິດຊີ້ນໍາດັ່ງນີ້:
1) ເຫັນດີໃຫ້ສົ່ງອອກຜະລິດຕະພັນທຸກຮູບແບບ (ປຸງແຕ່ງ ຫຼືບໍ່ມີການປຸງແຕ່ງ) ຈາກໄມ້ປຸກທຸກຊະນິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 36 ຂອງກົດຫມາຍປ່າໄມ້ ່ (ສະບັບປັບປຸງ) ເລກທີ 64/ ສພຊ, ລົງວັນທີ 13 ມິຖຸນາ 2019 ແລະດໍາລັດວ່າດ້ວຍການສົ່ງເສີມການປູກໄມ້ເປັນສິນຄ້າ ເລກທີ 24/ ລບ, ລົງວັນທີ 20 ສິງຫາ 2019 ແຕ່ໃຫ້ມີການກໍານົດໂກຕ້າສົ່ງອອກໃນແຕ່ລະປີ ບົນພື້ນຖານການອະນຸມັດຂອງລັດຖະບານ ແລະມີການຂື້ນທະບຽນສວນປູກ ຫຼືໃບຢັ້ງຢືນສວນປູກຕາມ ລະບຽບການກ່ຽວຂ້ອງ.
2) ສໍາລັບໄມ້ປູກໃຫ້ຫມາກທຸກຊະນິດເຊັ່ນ: ຕົ້ນມີ້, ຕົ້ນຂາມ, ຕົ້ນມ່ວງ ແລະຕົ້ນໄມ້ໃຫ້ຫມາກຊະນິດອື່ນໆ ທີ່ປະຊາຊົນໄດ້ປູກ ແລະປົກປັກຮັກສາເປັນເວລາດົນນານ ທີ່ມີຈຸດປະສົງຕັດ ແລະສົ່ງອອກນັ້ນ,ໃຫ້ກະຊວງກະສິກໍາ ແລະປ່າໄມ້ຄົ້ນຄວ້າ ແລະອອກນິຕິກໍາສະເພາະເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະສົ່ງເສີມການປູກ ແລະການສົ່ງອອກໃນສະເພາະຫນ້າ ແລະຍາວນານ.
3) ເຫັນດີໃຫ້ເພີ່ມຂະຫນາດໄມ້ສໍາລັບການສົ່ງອອກ 7 ລາຍການ ຄື:
- ໄມ້ປູພື້ນຊີ້ນດຽວເພີ່ມຂະຫນາດຄວາມກວ້າງຈາກ 20 ຊັ່ງຕີແມັດ ມາເປັນ 30 ຊັງຕີແມັດ.
- ໄມ້ແຜ່ນຮົ້ວເພີ່ມຂະຫນາດຄວາມຍາວຈາກ 180 ຊັງຕີແມັດ ມາເປັນ 200 ຊັງຕີແມັດ.
- ໄມ້ວົງກົບ ປັບປຸງໃຫ້ສົ່ງອອກໄດ້ໂດຍບໍ່ຜ່ານການປຸງແຕ່ງດ້ວຍການແລ່ນຮ່ອງບັງໃຍ, ແຕ່ຕ້ອງຜ່ານຂັ້ນຕອນຂອງການປຸງແຕ່ງເຊັ່ນ: ອົບ, ກົບລຽບ, ຕັດມຸມສາກຫົວວົງກົບຕົວຜູ້ ແລະຕົວແມ່ທີ່ສາມາດປະກອບເປັນຊຸດ.
- ໄມ້ວົງກົບປ່ອງຢ້ຽມເພີ່ມຂະຫນາດຄວາມຫນາຈາກ 6 ຊັງຕີແມັດ ມາເປັນ 8 ຊັງຕີແມັດ.
- ໄມ້ວົງກົບປະຕູເພີ່ມຂະຫນາດຄວາມຫນາຈາກ 8 ຊັງຕີແມັດ ມາເປັນ 10 ຊັງຕີແມັດ.
- ໄມ້ລູກຕິ່ງຮູບຊົງສີ່ຫຼ່ຽມເພີ່ມຂະຫນາດຄວາມຫນາ ແລະຄວາມກວ້າງຈາກ (12×12) ຊັງຕີແມັດ ມາເປັນ (15×15) ຊັງຕີແມັດ;
- ໂຕະຫນ້າມົນໄມ້ແຜ່ນດຽວສໍາເລັດຮູບເພີ່ມຂະຫນາດຄວາມຫນາຈາກ 5 ຊັງຕີແມັດ ມາເປັນ 10 ຊັງຕີແມັດ,
4) ເຫັນດີໃຫ້ສົ່ງອອກໄມ້ຕົກຄ້າງຢູ່ທົ່ວປະເທດ ຈໍານວນ 258.117,36 ແມັດກ້ອນ ແລະມີໄມ້ຊັ່ງເປັນນໍ້າຫນັກ 376,39 ໂຕນ ໂດຍໃຫ້ເກັບຄ່າຊັກພິເສດ ແລະຄ່າອື່ນໆທີ່ຕິດພັນ,
ໂດຍມອບ ໃຫ້ກະຊວງ ອຸດສາຫະກໍາ ແລະການຄ້າເປັນໃຈກາງສົມທົບກັບກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງລົງສົມທົບກັບອົງການປົກຄອງທ້ອງຖິ່ນຂື້ນບັນຊີໄມ້ຕົກຄ້າງທັງຫມົດໃຫ້ລະອຽດ, ພ້ອມທັງເຮັດສັນຍາການມອບພັນທະທັງກໍານົດເວລາສົ່ງອອກໃຫ້ຊັດເຈນເພື່ອເປັນການລ້າງສາງໄມ້ຕົກຄ້າງທັງຫມົດທີ່ມີໃນປະຈຸບັນເພື່ອບໍ່ ໃຫ້ມີຊ່ອງວ່າງໃນການສວຍໂອກາດຕັດໄມ້ມງເພີ່ມເຕີມອີກ,
ຂອບໃຈແຫລ່ງທີ່ມາ: ເສດຖະກິດສັງຄົມ