ສວນອາຫານມັງກອນທອງ ອີກໜຶ່ງບ່ອນທ່ອງທ່ຽວພັກຜ່ອນທີ່ສົດຊືນ
“ສວນອາຫານມັງກອນທອງ” ບັນຍາກາດດີ ທໍາມະຊາດ ສົດຊື່ນສຳລັບການພັກຜ່ອນສະບາຍໃຈ.
ສຳລັບທ່ານໃດທີ່ມັກໃນການພັກຜ່ອນບັນຍາກາດດີ, ວິວສວຍງາມ, ຕ້ອງສວນອາຫານມັງກອນທອງ ເປັນສະຖານທີ່ຍອດນິຍົມຂອງຄົນມັກທ່ອງທ່ຽວ, ມັກບັນຍາກາດຂອງທໍາມະຊາດ ເປັນອີກສວນອາຫານຍອດຮິດທີ່ຜູ້ຄົນມັກພາຄອບຄົວ, ຫມູ່ເພື່ອນ ແລະ ຄົນຮັກໄປນັ່ງກິນລົມຊົມວິວ ດື່ມດໍ່າບັນຍາກາດ ເຊິ່ງສະຖານທີ່ຕັ້ງຂອງສວນອາຫານ ມັງກອນທອງແຫ່ງນີ້ແມ່ນຕັ້ງຢູ່ ບ້ານດົງຄໍາຊ້າງ, ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ເນື່ອງດ້ວຍເປັນສະຖານທີ່ພັກຜ່ອນຢ່ອນໃຈທີ່ຕິດພັນກັບທໍາມະຊາດ ມີວິວທີວທັດທີ່ສວຍງາມສະບາຍຕາ ຈຶ່ງບໍ່ແປກໃຈເລີຍທີ່ຄົນສ່ວນ ໃຫຍ່ມັກ ແລະ ນິຍົມກັນທ່ອງທ່ຽວສະຖານທີ່ແຫ່ງນີ້ ດ້ວຍບັນຍາກາດທີ່ເຢັນສະບາຍ ມີການຕົບແຕ່ງຮ້ານຢ່າງສວຍງາມ ມີມູມຖ່າຍຮູບຢ່າງຫລາກຫລາຍໃຫ້ໄດ້ເກັບພາບງາມໆໄວ້ໄປອວດຫມູ່ເພື່ອນຢູ່ທາງເຟສບຸກ ແລະ ທີ່ສໍາຄັນຄືປັດຈຸບັນນີ້ ເພິ່ນໄດ້ມີການປັບປຸງ ແລະ ເພີ່ມຕູບໃໝ່ທີ່ເປັນຫ້ອງແອ ແບບຕູ້ແກ້ວ ໃຫ້ຄວາມເປັນສ່ວນຕົວແບບສຸດໆໄປເລີຍ ສາຍຊິວ, ສາຍຖ່າຍຮູບແມ່ນບໍ່ຄວນພາດທີ່ຈະໄປທີ່ນີ້.
ສໍາລັບ ສະຖານທີ່ທ່ອງທ່ຽວ ສວນອາຫານມັງກອນທອງ ແນະນໍາເລີຍເຫມາະສົມກັບການພາຄອບຄົວ, ຫມູ່ເພື່ອນ ແລະ ຄົນທີ່ທ່ານຮັກໄປສະເຫລີມສະຫລອງເນື່ອງວັນສໍາຄັນຕ່າງໆ ຫລື ຈະນັ່ງກິນລົມຊົມບັນຍາກາດ ຜ່ອນຄາຍຈາກຄວາມອິດເມື່ອຍ ແລະ ຄາຍຄຽດຈາກວຽກງານຕ່າງໆກໍໄດ້. ທີ່ສວນອາຫານມັງກອນທອງ ແມ່ນມີບໍລິການທີ່ຄົບຊຸດ ບໍ່ວ່າຈະເປັນເຄື່ອງດື່ມເຢັນໆ ເຫມາະກັບບັນຍາກາດຕິດພັນກັບທໍາມະຊາດ ແລະ ການບໍລິການດີອາຫານແຊບ ທີ່ຄອຍໄວ້ໃຫ້ບໍລິການທ່ານແຂກໄປໄທມາຢ້ຽມຢາມຢ່າງຫນ້າປະທັບໃຈ
ຖ້າເວົ້າເຖິງບັນຍາກາດໂດຍລວມທີ່ສວນອາຫານແຫ່ງນີ້ ແມ່ນມີຄວາມເຢັນສະບາຍຈາກຕົ້ນໄມ້ ແລະ ຢູ່ໃກ້ກັບທົ່ງນາ ເວລາມີລົມພັດ ໃບເຂົ້າໂບກໂບຍປິວສະບັດໄປມາ ໃຫ້ຄວາມຮູ້ສຶກສົດຊື່ນຜ່ອນຄາຍ ເຫມືອນດັງກັບວ່າເຮົາໄດ້ໄປນັ່ງກິນເຂົ້າ ຢູ່ເທິງຖຽງນາແຄມແມ່ນໍ້າອາລົມນັ້ນເລີຍ ແລະ ທີ່ສໍາຄັນ ເຊິ່ງເປັນອີກຫນຶ່ງຈຸດທີ່ດຶງດູດນັກທ່ອງທ່ຽວນັ້ນກໍຄື ທາງເຈົ້າຂອງສວນອາຫານເພິ່ນໄດ້ລ້ຽງປາສວຍງາມໄວ້ຢ່າງຫລາກຫລາຍຊະນິດ ເຮົາສາມາດໃຫ້ອາຫານ ແລະ ຖ່າຍຮູບກັບນ້ອງປາຫລາກຫລາຍສີສັນ ຫລາຍສາຍພັນໄດ້ໃຫ້ ຄວາມຮູ້ສຶກຕື່ນຕາຕື່ນໃຈແບບສຸດໆໄປເລີຍ ທີ່ມີຄວາມແຕກຕ່າງຈາກສວນອາຫານແຫ່ງອື່ນໆ
ອີກຫນຶ່ງຈຸດພິເສດຂອງສວນອາຫານມັງກອນທອງນັ້ນກໍຄື ຈຸດທີ່ມີໄວ້ສໍາລັບຖ່າຍຮູບທີ່ມີຂົວເປັນຂົວສີແດງທີ່ເປັນຈຸດພິເສດທີ່ຫາກໃຜໄດ້ໄປເຖິງແລ້ວ ຕ້ອງໄດ້ເກັບຮູບໄວ້ເປັນທີ່ລະລຶກ ເພື່ອເປັນການເຕືອນຄວາມຊົງຈໍາວ່າຄັ້ງຫນຶ່ງເຮົາເຄີຍຢ້ຽມຢາມ ແລະ ສໍາຜັດກັບບັນຍາກາດດີໆສະຖານທີ່ງາມໆແບບນີ້.
ບັນຍາກາດຍາມແລງກໍສວຍງາມບໍ່ລື່ນກັນເລີຍ ເພາະຈາກການຕົກແຕ່ງທີ່ທາງຮ້ານເພິ່ນໄດ້ອອກແບບມາຢ່າງດີ ແລະ ລົງຕົວທີ່ສຸດທັງແບບກາງເວັນ, ກາງຄືນ ຈຶ່ງບໍ່ແປກໃຈເລີຍວ່າເປັນຫຍັງຈຶ່ງເປັນອີກຫນຶ່ງສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກ ຄົນທັງພາຍໃນ ແລະ ຕ່າງແຂວງ.
ມາຮອດນີ້ ເຊື່ອວ່າທ່ານຜູ້ອ່ານ ຈະຕ້ອງຢາກໄປສໍາພັດບັນຍາກາດດ້ວຍຕົນເອງແລ້ວ ສະນັ້ນເຮົາຕ້ອງຮ່ວມແຮງຮ່ວມໃຈກັນ ໃນການປະຕິບັດມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດວາງອອກ ເພື່ອເຮັດໃຫ້ເຮົາໄດ້ກັບມາໃຊ້ຊີວິດແບບເປັນປົກກະຕິອີກຄັ້ງ ແລະ ທີ່ສໍາຄັນສາຍທ່ອງທ່ຽວ ຈະໄດ້ໄປເປີດຫູເປີດຕາ ເພື່ອຫາສະຖານທີ່ງາມໆມາຝາກມາຕ້ອນທ່ານຜູ້ອ່ານທຸກຄົນ ຊ່ວຍໆກັນຫມົດໂຄວິດມື້ໃດ ເຮົາຕ້ອງໄປຜ່ອນຄາຍກັບການນັ່ງຊິວໆກິນອາຫານແຊບໆ ພ້ອມເຄືື່ອງດືມເຢັນໆກັບບັນຍາກາດດີໆແບບນີີ້ ທີ່ສວນອາຫານ “ມັງກອນທອງ”.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laoedaily.com