ພຣະທາດເກດແກ້ວ ພຣະທາດເກົ່າແກ່ທີ່ມີໂຄງສ້າງທີ່​ແປກກວ່າ​ທາດ​ອື່ນ

ພຣະທາດເກົ່າແກ່ທີ່ມີໂຄງສ້າງຈາກ ດິນຊາຍປະສົມໝາກຂາມປຽກ ໜັງຄວາຍ ແລະ ນໍ້າເຜີ້ງ.

ຖ້າ​ຈະ​ເວົ້າ​ໄປ​ແລ້ວ, ໃນ ສ​ປ​ປ ລາວ ມີ​ພ​ຣະ​ທາດ​ຕ່າງໆ​ທີ່​ເກົ່າ​ແກ່​ຢ່າງ​ຫລວງ​ຫລາຍ​ໃນ​ຂອບ​ເຂ​ດ​ທົ່ວ​ປະ​ເທດ ແລະ ໃນ​ແຕ່​ລະ​ເຂດ​ແຂວງ​ແຕ່​ລະ​ທາດ​ນັ້ນ​ລ້ວນ​ແລ້ວ​ແຕ່​ມີ​ເອ​ກະ​ລັກ​ອັນ​ໂດດ​ເດັ່ນ​ຂອງ​ໃຜ​ຂອງ​ມັນ, ພ​ຣະ​ທາດ​ເກດ​ແກ້ວ​ກໍ​ເປັນ​ອີກ​ພ​ຣະ​ທາດ​ໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມ​ມີ​ເອ​ກະ​ລັກ​ຕ່າງ​ຈາກ​ພ​ຣະ​ທາດ​ອື່ນໆ ບໍ່​ວ່າ​ຈະ​ເປັນ​ທາງ​ດ້ານ​ຮູບ​ຮ່າງ​ລັກ​ສະ​ນະ, ສ່ວນ​ປະ​ສົມ​ໃນ​ການ​ກໍ່​ສ້າງ ແລະ ທີ່​ມາ​ທີ່​ໄປ​ແຕກ​ຕ່າງ​ຈາກ​ພ​ຣະ​ທາດ​ອື່ນໆ.

ພຣະທາດເກດແກ້ວ ຕັ້ງຢູ່ບ້ານນາຮີ ເມືອງມະຫາໄຊ ແຂວງຄໍາມ່ວນ. ເປັນພຣະທາດເກົ່າແກ່ ໂດຍມີຜູ້ເຖົ້າຜູ້ແກ່ໃນບໍລິເວນນັ້ນໄດ້ເລົ່າສືບຕໍ່ກັນມາວ່າ ພຣະທາດອົງນີ້ ສ້າງຂຶ້ນໃນສະໄໝດຽວກັບພຣະທາດພະນົມ ແລະ ໄດ້ບູລະນະປະຕິສັງຂອນຕໍ່ໆກັນມາຈາກຮຸ່ນສູ່ຮຸ່ນ ແລະ ພຣະທາດທີ່ເຫັນໃນປະຈຸບັນແມ່ນໄດ້ບູລະນະໃນຮ້ອຍກວ່າປີທີ່ຜ່ານ​ມາແລ້ວ ແລະ ຍັງ​ຄົງ​ຮັກ​ສາ​ອະ​ນຸ​ລັກ​ໄວ້​ເພື່ອ​ເປັນ​ບ່ອນ​ຍືດ​ໜ່ຽວ​ຈິດ​ໃຈ ແລະ ສັກ​ກະ​ລະ​ບູ​ຊາ.

SA Game
ວັດປ່າຮັກນໍ້າ ບ້ານຈານ ອໍາເພີບ້ານມ່ວງ ສະກົນນະຄອນ

ພຣະທາດອົງນີ້ ສ້າງດ້ວຍວັດສະດຸແບບບູຮານ ມີດິນຊາຍ ປະສົມໝາກຂາມປຽກ ໜັງຄວາຍ ນໍ້າເຜີ້ງ ເປັນຕົ້ນ ຂະໜາດແທນສີ່ຫຼຽມ ແມ່ນ 4ຄູນ4 ສູງ 9 ວາ ຫຼື ປະມານ 18 ແມັດ ມີກຳແພງຮອບດ້ານລະ 10 ແມັດ

ປະຊາຊົນເຊື້ອວ່າເປັນພຣະທາດທີ່ມີຄວາມສັກສິດ ເປັນທີ່ນັບຖືຂອງຊາວບ້ານເຂດບໍລິເວດອ້ອມຂ້າງ ເຊິ່ງເຄີຍມີປະຊາຊົນໄປຂໍພອນ ແລ້ວໄດ້ຕາມປາດຖະໜາ ຈຶ່ງເຮັດໃຫ້ມີປະຊາຊົນໄປສັກກະລະກຣາບໄຫວ້ຢູ່ບໍ່ຂາດ ເຖິງວ່າຈະຢູ່ກາງພູຜ້າປ່າໄມ້ ເດີນທາງເຂົ້າລໍາບາກກໍ່ຕາມ

SA Game
ວັດປ່າຮັກນໍ້າ ບ້ານຈານ ອໍາເພີບ້ານມ່ວງ ສະກົນນະຄອນ

ບ້ານ ນາຮີ ມີທັງໝົດປະມານ 70 ຄອບຄົວ ປະຊາກອນສະເລ່ຍ 375 ຄົນ ອາໄສການເຮັດໄຮ່ ເຮັດນາ ຫາເຄື່ອງປ່າຂອງດົງເປັນອາຊີບ. ໃນແຕ່ລະປີແມ່ນຈະມີບຸນປະເພນີທີ່ສໍາຄັນຂອງບ້ານຄື ບຸນນະມັດສະການພຣະທາດເກດແກ້ວ ຈັດຂຶ້ນເປັນປະຈໍາທຸກປີ ໃນມື້ ຂຶ້ນ 15 ຄໍ່າ ເດືອນ 3 ແລະ ບຸນຫົດສົງນໍ້າພຣະທາດເກດແກ້ວໃນມື້ບຸນປີໃໝ່ລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ວັດປ່າຮັກນໍ້າ ບ້ານຈານ ອໍາເພີບ້ານມ່ວງ ສະກົນນະຄອນ