ລົດໄຟ ຂະບວນດ່ວນລ້ານຊ້າງ ພ້ອມຮັບໃຊ້ການຂົນສົ່ງແລ້ວ
ຂະບວນລົດໄຟຂົນສົ່ງສິນຄ້າສາກົນ ຈະແລ່ນຕາມເສັ້ນທາງລົດໄຟລາວ-ຈີນເປັນຄັ້ງທຳອິດ.
ກຽມຕົວສົ່ງສິນຄ້າໄດ້ເລີຍ, ຖືວ່າເປັນຂ່າວດີຕໍ່ກັບພໍ່ຄ້າຊາວຂາຍ ແລະ ຜູ້ທີ່ເຮັດກ່ຽວກັບການຂົນສົ່ງລະຫວ່າງແຂວງຫາແຂວງ ແລະ ລາວສູ່ປະເທດຈີນ, ຈາກທີ່ລໍຄອຍມາດົນໃນການຂົນສົ່ງສິນຄ້າໂດຍລົດໄຟຂະບວນດ່ວນລ້ານຊ້າງ, ຫລັງຈາກລົດໄຟທີ່ນຳໃຊ້ປະຈຸບັນຍັງຄົງເປັນພຽງການເດີນທາງເທົ່ານັ້ນເຊິງຍັງຮອງຮັບການຂົນສົ່ງສິນຄ້າບໍ່ທັນໄດ້ຫລາຍເທືອ.
ຕາມຂ່າວ CRI ເວລາ 10 ໂມງ 30 ນາທີຂອງວັນທີ 10 ມັງກອນ 2022ນີ້ ຕາມເວລາວຽງຈັນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ທີ່ເປັນຂະບວນລົດໄຟຂົນສົ່ງສິນຄ້າຂະບວນທຳອິດທີ່ແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ໄດ້ອອກເດີນທາງຈາກນະຄອນຄຸນຫມິງ ປະເທດຈີນ ແລະຈະເດີນທາງໄປຮອດນະຄອນຫຼວງວຽງຈັນໃນວັນທີ 11 ມັງກອນ 2022ນີ້.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງກ່າວວ່າ: ໃນໄລຍະເບື້ອງຕົ້ນ, ລົດໄຟ “ຂະບວນດ່ວນລ້ານຊ້າງ” ຈະແລ່ນ 2 ຖ້ຽວເປັນປະຈຳ, ຫຼັງຈາກນັ້ນຈະອີງຕາມສະພາບຕົວຈິງຂອງຕະຫຼາດ ແລ້ວຈະເພີ່ມຂະບວນລົດໄຟເປັນກ້າວໆ ເຊິ່ງຈະສາມາດຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າທີ່ມີເວລາຈຳກັດ ເຊັ່ນ: ໝາກໄມ້, ຜັກ, ພະລິດຕະພັນເອເລັກໂຕຼນິກ, ເຄື່ອງໃຊ້ໃນຊີວິດປະຈຳວັນ ແລະອື່ນໆ.
ປັດຈຸບັນ, ສິນຄ້າທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງຈາກຢາງພາລາ, ປຸຍ ແລະເຄື່ອງຂອງຕ່າງໆ ໄດ້ຂະຫຍາຍໄປສູ່ ຜະລິດຕະພັນເອເລັກໂຕຼນິກ, ລົດ, ຜັກ, ໝາກໄມ້ ແລະອື່ນໆ. ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ, ປະລິມານການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ເຊິ່ງຈະສົ່ງໄປເຖິງ 10 ກວ່າປະເທດແລະເຂດແຄ້ວນ ເປັນຕົ້ນແມ່ນ ລາວ, ໄທ, ມຽນມາ ແລະບັງກລາເດັດ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຕ່ອງໂສ້ການຈໍລະຈອນສິນຄ້າຢູ່ລະຫວ່າງແມ່ນ້ຳລ້ານຊ້າງຂອງຈີນແລະອະນຸພາກພື້ນແມ່ນ້ຳຂອງ ແລະຈະຮັບປະກັນຄວາມໝັ້ນທ່ຽງຂອງຕ່ອງໂສ້ການສະໜອງສາກົນແລະຕ່ອງໂສ້ການຄ້າ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: Lao National Radio