ລັດຖະບານ ສປປ ລາວ ຈະສຸມໃສ່ພັດທະນາ ດ້ານສີມືແຮງງານ
ການພັດທະນາສີມືແຮງງານຄືເປົ້າໝາຍແຕ່ນີ້ຮອດ 5 ປີ ເພື່ອພັດທະນາເສດຖະກິດ-ສັງຄົມ.
ດັ່ງທີ່ຫລາຍໆທ່ານໄດ້ເຫັນ ແລະ ຮັບຮູ້ກັນດີຢູ່ແລ້ວວ່າ ໃນ ສປປ ລາວຍັງມີຫລາຍໆຢ່າງທີ່ຕ້ອງພັດທະນາເປັນຕົ້ນກໍຄືສີມືແຮງງານທີ່ພໍຈະເປັນທ່າແຮງໄດ້ ແລະ ຊ່ວຍຊຸກຍູ້ໃຫ້ເສດຖະກິດກະຕຸ້ນເສດຖະກິດໃນ ສປປ ລາວ, ແລະ ການຜລິດ ສ້າງສິນຄ້າຂອງຕົນເອງເພື່ອຮັບໃຊ້ພາຍໃນ ບໍ່ວ່າຈະເປັນສິນຄ້າຫັດຖະກຳ ຫລື ອຸດສາຫະກຳ.
ລັດຖະບານ ໄດ້ກຳນົດທິດທາງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດໂດຍໄດ້ກຳນົດຫຼາຍແຜນວຽກຈຸດສຸມ 5 ປີ ຄັ້ງທີ IX ( 2021 – 2025 ), ໜຶ່ງໃນນັ້ນກໍແມ່ນແຜນວຽກຈຸດສຸມການພັດທະນາກຳລັງແຮງງານໄດ້ຮັບການພັດທະນາດ້ານສີມື, ຄວາມຊຳນານງານ ແລະ ມີລະບຽບວິໄນສູງຂຶ້ນ ທັງມີ ຄວາມຫຼາກຫຼາຍວິຊາຊີບ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍໄດ້ສູງຂຶ້ນ, ສາມາດຕອບສະໜອງ ຄວາມຕ້ອງການພັດທະນາເສດຖະກິດ – ສັງຄົມ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021 ວ່າ: ລັດຖະບານໄດ້ວາງແຜນວຽກຈຸດສຸມໃນການພັດທະນາກຳລັງແຮງງານ ເຊິ່ງບາງຄາດໝາຍຊຸກຍູ້ໃຫ້ກຳລັງແຮງງານເພີ່ມເປັນ 2,57 ລ້ານຄົນ, ສົ່ງເສີມການຈັດຫາວຽກເຮັດງານທຳໃຫ້ກຳລັງແຮງງານທີ່ເພີ່ມໃໝ່ໃນຕະຫຼາດແຮງງານ ແລະ ຂະແໜງການເສດຖະກິດທັງໃນຕົວເມືອງ ແລະ ຊົນນະບົດຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 392.197 ຄົນ, ໃນນີ້ ຜູ້ຢູ່ນອກກຳລັງແຮງງານທີ່ ພ້ອມເຂົ້າສູ່ການເຮັດວຽກ 355.620 ຄົນ ແລະ ຜູ້ວ່າງງານ 36.577 ຄົນ.
ພັດທະນາສີມືແຮງງານໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ ແລະ ຜູ້ທີ່ຈະເຂົ້າຕຳແໜ່ງງານໃໝ່ ໃຫ້ໄດ້ 15.000 ຄົນ, ທົດສອບມາດຕະຖານສີມືແຮງງານ ໃນ 32 ສາຂາອາຊີບ ໃຫ້ໄດ້ຢ່າງໜ້ອຍ 1.700 ຄົນ, ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍແຮງງານຕາມສາຂາອາຊີບຕ່າງໆໃນການພັດທະນາສີມືແຮງງານ ໃຫ້ໄດ້ 25.000 ຄົນ.
ສຳລັບວຽກງານຈຸດສຸມແມ່ນພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍສາຂາອາຊີບ ທີ່ສອດຄ່ອງກັບການຫັນປ່ຽນໂຄງປະກອບເສດຖະກິດຕາມທິດອຸດສາຫະກຳ ແລະ ທັນສະໄໝ, ດຸ່ນດ່ຽງແຮງງານໃຫ້ສົມສ່ວນ ກັບຄວາມຕ້ອງການຂອງຕະຫຼາດ, ຍົກສູງຜະລິດຕະພາບແຮງງານສູງຂຶ້ນ ແລະ ມີລາຍໄດ້ທີ່ເໝາະສົມ, ສ້າງຄວາມເຂັ້ມແຂງສາຍພົວພັນແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ.
ໂດຍສຸມໃສ່ສ້າງ, ປັບປຸງໂຄງລ່າງພື້ນຖານ ແລະ ກົນໄກການພັດທະນາສີມືແຮງງານ ລະ ຫວ່າງພາກລັດ, ພາກເອກະຊົນ, ຫົວໜ່ວຍແຮງງານຄູ່ຮ່ວມພັດທະນາ ແລະ ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ມີ ຄວາມກົມກຽວກັນໃນການສະໜອງການສ້າງຂີດຄວາມສາມາດ ແລະ ການຝຶກອົບຮົມຕົວຈິງ; ສ້າງຫຼັກສູດ ແລະ ມາດຖານການຝຶກສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ຫຼາຍຂຶ້ນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ ໂດຍ: laoedaily.com.