ຢາ​ວັກ​ຊີນກວ່າ 10 ລ້ານ​ເຂັມ​ທີ່​ລາວ​ສາ​ມາດ​ຜະ​ລິດ​ໄດ້​ສະ​ໜອງ​ຕໍ່​ປະ​ຊາ​ຊົນ

SA Game

ຂ​ປລ

ສ​ປ​ປ ລາວ ສາມາດຜະລິດຢາວັກຊີນ 10 ລ້ານເຂັມ ແລະ ສາ​ມາດສະໜອງແກ່ຊາວກະສິກອນ ທົ່ວປະເທດ

ຖື​ວ່າ ສ​ປ​ປ ລາວ ຍັງ​ມີ​ຂ່າວ​ດີ​ເຊິງປັດຈຸບັນ ສູນຜະລິດວັກຊີນສັດຕະວະແພດ, ກົມປະມົງ ແລະ ລ້ຽງສັດ, ກະຊວງກະສິກຳ ແລະ ປ່າໄມ້ ສາມາດຜະລິດວັກຊີນສັດໄດ້ທັງໝົດ 8 ຊະນິດ ຫລື ປະມານ 10 ລ້ານເຂັມຕໍ່ປີ ເພື່ອສະໜອງຢາກັນພະຍາດສັດໃຫ້ແກ່ຊາວກະສິກອນ ໃນຂອບເຂດທົ່ວປະເທດ.

ໃນນີ້, ມີ 5 ຊະນິດສຳລັບສັດປີກ (ນິວຄາເຊີນ, ອະຫິວາເປັດ, ຫລອດລົມອັກເສບ, ໜາກສຸກສັດປີກ ແລະ ອະຫິວາສັດປີກ).

ຢາກັນພະ ຍາດສັດໃຫຍ່ 2 ຊະນິດ (ເຕົ້າໂຮມເລືອດງົວ-ຄວາຍ ແລະ ໄຂ້ບວມ) ແລະ ຢາກັນພະຍາດໝູ 1 ຊະນິດ (ອະຫິວາໝູ). ນອກນີ້, ສູນຍັງມີການຜະລິດນ້ຳາກັ່ນສຳລັບປະສົມຢາ ແລະ ຜະລິດສັດທົດລອງ ເປັນຕົ້ນ ໝູຂາວ, ໝູສະເພົາ, ກະຕ່າຍ, ເປັດ, ໄກ່ ແລະ ຜະລິດໄຂ່ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ ແລະ ທົດລອງຢາອີກດ້ວຍ.

ທ່ານ ນາງ ວິໄລພອນ ວໍລະພິມ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ລາຍງານວ່າ:

SA Game
ຂ​ປລ

ຢາກັນພະຍາດສັດ ແມ່ນປັດໄຈຈຳເປັນເພື່ອຫລຸດຜ່ອນຄວາມສ່ຽງຂອງການເກີດພະຍາດ, ເມື່ອສັດບໍ່ເປັນພະຍາດກໍຈະເຮັດໃຫ້ມີການຈະເລີນເຕີບໂຕດີ ຈະເຮັດໃຫ້ຜູ້ລ້ຽງມີລາຍຮັບເພີ່ມຂຶ້ນ ແລະ ເປັນການປະກອບສ່ວນໃນການຍົກສູງຊີວິດການເປັດຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ດີຂຶ້ນ.

ສູນຜະລິດຢາສັດຕະວະແພດ ແມ່ນສູນໜຶ່ງທີ່ຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້ມ ຕັ້ງຢູ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຫ່າງຈາກນະຄອນຫລວງປະມານ 15 ກິໂລ ແມັດ. ສູນນີ້ສ້າງຕັ້ງຂື້ນໃນປີ 1979 ໂດຍທຶນຊ່ວຍເຫລືອຈາກ ອົງການສະຫະປະຊາຊາດເພື່ອການພັດ ທະນາ ແລະ ໄດ້ຮັບການຖ່າຍທອດເຕັກໂນໂລຊີ ຈາກອົງການອາຫານ ແລະ ການກະເສດ ເຊິງສູນແມ່ນມີໜ້າທີ່ ຜະລິດ ແລະ ສະໜອງຢາກັນພະຍາດສັດໃຫ້ແກ່ຊາວກະສິກອນໃນຂອບເຂດທົ່ວປະເທດ.

ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ:

ໃນລະ ຫວ່າງປີ 1998 ຫາ 2008, ສູນໄດ້ຮັບການສະໜອງອຸປະກອນ ແລະ ການຝຶກອົບຮົມຄວາມອາດສາ ມາດໃນການຜະລິດວັກຊີນ ແລະ ການຄວບຄຸມຄຸນນະພາບ ພາຍໃຕ້ໂຄງການຊ່ວຍເຫລືອຊາວກະສິກອນ ດ້ານການລ້ຽງສັດ ລາວ-ເອີຣົບ ສະໜັບສະໜູນໂດຍ ສະຫະພາບເອີຣົບ.

ນັບແຕ່ປີ 2009 ເປັນຕົ້ນມາ, ສູນກໍໄດ້ຮັບການສະໜັບສະໜູນ ຈາກໂຄງການຜະລິດສັດ ແລະ ປາ ເປັນສິນຄ້າ ແລະ ໂຄງການພັດທະ ນາພື້ນຖານໂຄ່ງລ່າງ ດ້ານກະສິກຳ ຮ່ວມມື ລາວ-ຮົງກາລີ ພາຍໃຕ້ເງິນກູ້ແບບມີເງື່ອນໄຂ ຮົງກາລີ ທັງໄລຍະ 2 ແລະ 3 ຊຶ່ງມີມູນຄ່າ 3 ລ້ານໂດລາສະຫະລັດ

ລວມມີການປັບປຸງ ສ້ອມແປງສຳນັກງານຫ້ອງ ການ, ຫ້ອງທົດລອງ ເພື່ອການຜະລິດ ແລະ ການກວດກາຄຸນນະພາບຢາ, ຟາມລ້ຽງສັດທົດລອງ, ຕິດຕັ້ງ ສາງເຢັນເກັບຮັກສາຢາ, ປະກອບເຄື່ອງຈັກຜະລິດຢາໄວຣັດຊະນິດຝຸ່ນ, ເຄື່ອງບົ່ມເຊື້ອບັກເຕຣີ້ ພ້ອມດ້ວຍອຸປະກອນສຳລັບການຂ້າເຊື້ອ, ເຄື່ອງຮ່າຍບັນຈຸ ລວມທັງພາຫະນະຂົນສົ່ງຢາ ແລະ ການກໍ່ສ້າງທາງຂອງສູນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ