​ສ​ປ​ປ ລາວ ຕ້ອນ​ຮັບ​ນັກ​ກິ​ລາທີ່​ກັບ​ມາ​ຈາກ​ຊີ​ເກມຄັ້ງ​ທີ່ 31 ຢ່າງ​ສົມ​ກຽດ

SA Game

Lao National Radio

ພິທີຕ້ອນຮັບຄະນະນັກກິລາທີ່​ໄປຮ່ວມເເຂ່ງຂັນຊີເກມ ນະຄອນຫລວງຮ່າໂນ້ຍ ຫວຽດ​ນາມຄັ້ງທີ 31.

ວັນທີ 24ພຶດສະພາ 2022, ຫລັງ​ຈາກ​ມະ​ຫາ​ກຳ​ກິ​ລາ​ຊີ​ເກມ​ທີ່​ຮາ​ໂນ້ຍ​ໄດ້​ສິ້ນ​ສຸດ​ລົງ, ທ່ານເເສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ເເລະກິລາ ທັງເປັນຫົວຫນ້າຄະນະນັກກິລາລາວເຂົ້າຮ່ວມຊີເກມຄັ້ງທີ31 ໄດ້ນໍາພາຄະນະຄູຝຶກເເລະນັກກິລາ ຈໍານວນ117 ຈາກທັງຫມົດ10ປະເພດກິລາຄື: ວໍວີນາມ, ມວຍລາວ, ຍີງປືນ,ມວຍສາກົນ, ລົດຖີບ.​ ດອກປີກໄກ່, ຍົກນໍ້າຫນັກ, ບີລຽດ-ສະນຸກເກີ້ ເເລະ ກິລາອີສະປອດ​ ເດີນທາງມາເຖິງສະຫນາມບິນສາກົນ ວັດໄຕນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ

ພາຍຫລັງໄດ້ນໍາພາຄະນະຄູຝຶກເເລະນັກກີລາລາວປະເພດຕ່າງໆເຂົ້າຮ່ວມເເຂ່ງຂັນ ງານມະຫາກໍາກິລາຊີເກມຄັ້ງທີ 31 ຢູ່ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມລະຫວ່າງວັນທີ 12ຫາ 23ພຶດສະພານີ້ ຕາງຫນ້າໃຫ້ກະຊວງສຶກສາທິການເເລະກິລາ ໃຫ້ກຽດຕ້ອນຮັບໂດຍທ່ານສົມພູ ພົງສາ ເລຂາທິການຄະນະກໍາມະການ ໂອເເລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ.

SA Game
Lao National Radio

ທ່ານເເສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການເເລະກິລາໃຫ້ສໍາພາດວ່າ: ການເຂົ້າຮ່ວມເເຂ່ງຂັນ ງານມະຫາກໍາກິລາຊີເກມຄັ້ງທີ31ຢູ່ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມລະຫວ່າງວັນທີ 12ຫາ 23ພຶດສະພານີ້ ຂອງຄະນະນັກກິລາລາວໃນຄັ້ງນີ້ຖືວ່າໄດ້ຮັບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້ ໂດຍສາມາດຍາດໄດ້ 2ຫລຽນຄໍາ, 7ຫລຽນເງີນ ເເລະຫລຽນທອງ33ຫລຽນລວມທັງຫມົດ42ຫລຽນ ລື່ນຄາດຫມາຍຈາກການເຂົ້າຮ່ວມຊີເກມຄັ້ງທີຜ່ານມາ ເຊີ່ງການເຂົ້າຮ່ວມເເຂ່ງຂັນງານມະຫາກໍາກິລາຊີເກມຄັ້ງທີ31ນີ້ ເຖິງວ່າພົບຄວາມຫຍຸ້ງຍາກຫລາຍຢ່າງໂດຍສະເພາະການລະບາດຂອງພະຍາດໂຄວີດ19, ງົບປະມານມີຈໍາກັດ ເເຕ່ຄະນະນໍາ, ຄູຝຶກເເລະນັກກິລາໄດ້ຕັດສີນໃຈຜ່ານຜ່າອຸປະສັກຕ່າງໆ ຈົນສາມາດຍາດໄດ້ເຖີງ2ຫລຽນຄໍາຈາກກິລາວໍວີນາມ.

ໂອກາດດຽວກັນນີ້ ທ່ານວຽງສຸກ ຮັງເງີນ ຫົວຫນ້າຄູຝຶກກິລາວໍວີນາມທີມຊາດລາວທີ່ເຂົ້າຮ່ວມງານມະຫາກໍາກິລາຊີເກມຄັ້ງທີ31ໃຫ້ສໍາພາດວ່າ:ການເຂົ້າຮ່ວມເເຂ່ງຂັນງາມມະຫາກໍາກິລາຊີເກມຄັ້ງທີ31ຢູ່ຫວຽດນາມ ສະຫະພພັນກິລາວໍວີນາມໄດ້ສົ່ງນັກກິລາເຂົ້າຮ່ວມເເຂ່ງຂັນທັງຫມົດ13ລາຍການຈາກການເເຂ່ງຂັນທັງຫມົດ15ລາຍການເເຕ່ເນື່ອງຈາກສະພາບເເວດລ້ອມບໍ່ອໍານວຍໄດ້ຕັດລົງລາຍການຫນື່ງຍັງເຫລືອ12ລາຍການ ເເລະສາມາດຍາດໄດ້2ຫລຽນຄໍາ,1ຫລຽນເງີນປະເພດຕໍ່ສູ້ ເເລະ 6ຫລຽນທອງໃນນີ້ປະເພດຕໍ່ສູ້3ຫລຽນ ລື່ນເເຜນການທີ່ວາງໄວ້.

SA Game
Lao National Radio

ສ່ວນທ້າວໄພລັດ ທໍາມະວົງສາ,ນາງມາລາ ຈັນທະລັກສາ ເເລະນາງ ພິກສະໄຫມ ອິນສຸມັງ ນັກກິລາວໍວີນາມທີມຊາດລາວທີ່ຍາດໄດ້ຫລຽນຄໍາໃນການເຂົ້າຮ່ວມເເຂ່ງຂັນງານມະຫາກໍາກິລາຊີເກມຄັ້ງທີ31ທີ່ປະເທດຫວຽດນາມໄດ້ສະເເດງຄວາມຮູ້ສຶກດີໃຈເເລະພາກພູມໃຈທີ່ສຸດທີ່ຕົນເອງສາມາດຍາດໄດ້ຫລຽນຄໍາໃນຄັ້ງນີ້ ສາມາດສ້າງກຽດຊື່ສຽງມາໃຫ້ປະເທດຊາດກໍ່ຄືສະຫະພັນ ພ້ອມທັງສະເເດງຄວາມຂອບໃຈຕໍ່ຄະນະນໍາຄູຝຶກ,ຄອບຄົວ ເເລະ ພາກສ່ວນຕ່າງໆທີ່ໃຫ້ການສະຫນັບສະຫນູນ ເເລະ ໃຫ້ຄໍາຫມັ້ນສັນຍາວ່າຈະສືບຕໍ່ເອົາໃຈໃສ່ຝຶກຊ້ອມໃຫ້ຫລາຍຂື້ນເພື່ອຮັກສາມູນເຊື້ອນີ້ໄວ້ ເເລະຍາດໃຫ້ໄດ້ຜົນງານໃຫມ່ໃຫຍ່ຫລວງກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio