ມາສົມທຽບສອງຄຳທີ່ໃກ້ຄຽງກັນເຊັ່ນຄຳວ່າ ແຮ່ງ ກັບ ແຫ່ງ
ອະທິບາຍຄວາມໝາຍຂອງຄຳວ່າ ແຮ່ງ ກັບ ແຫ່ງ.
ທັງສອງຄຳສັບນີ້ມີການອອກສຽງທີ່ໃກ້ຄຽງກັນທີ່ສຸດແຕ່ການຂຽນມີຄວາມແຕກຕ່າງທາງດ້ານພະຍັນຊະນະ ເພາະພະຍັນຊະນະ ຮ ເປັນພະຍັນຊະນະສຽງຕ່ຳ ຫ ແມ່ນພະຍັນຊະນະສຽງສູງ ສ່ວນ ແຮ່ງ ກັບແຫ່ງ ເປັນຄໍາສັບທີ່ມີຄວາມໝາຍແຕກຕ່າງກັນກັນແຕ່ຫຼາຍຄົນອາດຈະສັບສົນໃນການຂຽນຜິດໆຖືກໆ ເວລາໃຊ້ຄໍາສັບທັງສອງນີ້ໃຫ້ແທດເໝາະກັບການໃຊ້ປະໂຫຍກຄຳເວົ້າ.
ດັ່ງນັ້ນໃນບົດນີ້ຈະນໍາເອົາຄຳສັບທີ່ວ່າ ແຮ່ງ ກັບ ແຫ່ງ ເພື່ອນໍາມາທໍາຄວາມເຂົ້າໃຈເລິກເຊິ່ງຢ່າງກະຈ່າງແຈ້ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້ຈ່ຳນວນໜຶ່ງ,ເພື່ອບໍ່ໃຫ້ສັບສົນໃນການຂຽນ ແລະ ການແປຄຳສັບທັງສອງຄຳນີ້ ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວໃຫ້ມີຄວາມກະຈ່າງແຈ້ງຂຶ້ນ ດັ່ງນີ້:
ຄຳວ່າ ແຮ່ງ.
ຄືສິ່ງທີ່ມີຄວາມໝາຍວ່າ: ຍິ່ງ,ກວ່າ, ເກີນ,ຕື່ມ,ຍິ່ງກວ່າ
ແຮ່ງຄັກ=ຄັກກວ່າ,ຄັກຕື່ມ,ແຮ່ງຄັກ
ແຮ່ງຫຼາຍ=ຫຼາຍກວ່າ,ຍິ່ງຫຼາຍ
ແຮ່ງມີ=ມີຕື່ມ,ຍິ່ງມີ
ຄໍາວ່າ ແຮ່ງ ເວົ້າໂດຍສະເພາະແມ່ນມີຫຼາຍຫຼືມີເກີນປົກກະຕິ ຖ້າດີກໍ່ຈະດີກວ່າຂຶ້ນໄປອີກ ຖ້າຊົ່ວກໍ່ຈະຊົ່ວຫຼາຍຂຶ້ນຕື່ມ…ເຫຼົ່ານີ້ເປັນຕົ້ນ.
ຕົວຢ່າງ:
-ມື້ວານລຸງສີໄປຫາປາກໍ່ວ່າໄດ້ຫຼາຍທີສຸດແລ້ວແຕ່ມື້ນີ້ແຮ່ງໄດ້ຫຼາຍກວ່າເກົ່າ
-ທ້າວ ສີ ຕິດຢາເສບຕິດປີກາຍຄືວ່າໄຄແດ່ ບາດມາປີນີ້ແຮ່ງຊ້ໍາຮ້າຍ ກໍ່ໝາຍເຖິງວ່າປີນີ້ແຮງເສບຢາຫຼາຍຂຶ້ນ…
ຄຳວ່າ ແຫ່ງ.
ມີຄວາມໝາຍຄື:
1. ຂອງ: ແຫ່ງຊາດ,ແຫ່ງລັດ,ແຫ່ງຄວາມຮັກ…
ຕົວຢ່າງ:
-ມະຫາວິທະຍາໄລແຫ່ງຊາດ
-ທະນາຄານແຫ່ງ ສປປລາວ
-ສະພາແຫ່ງຊາດ
-ວັນແຫ່ງຄວາມຮັກ…
2. ສະຖານທີ່: ແຫ່ງນີ້,ແຫ່ງນັ້ນ,ແຫ່ງເອເຊຍ,ແຫ່ງຫົນໃດ…
ຕົວຢ່າງ:
-ຊຽງຂວາງດິນແດນແຫ່ງວິລະຊົນ
-ປະຕູໄຊຕັ້ງຢູ່ແຫ່ງຫົນໃດ ?…
ສະຫຼຸບ.
ຄໍາວ່າ ແຮ່ງ ເວົ້າໂດຍສະເພາະແມ່ນມີຫຼາຍຫຼືມີເກີນປົກກະຕິ ຖ້າດີກໍ່ຈະດີກວ່າຂຶ້ນໄປອີກ ຖ້າຊົ່ວກໍ່ຈະຊົ່ວຫຼາຍຂຶ້ນຕື່ມ…ເຫຼົ່ານີ້ເປັນຕົ້ນ. ສ່ວນຄຳວ່າ ແຫ່ງ ມີຄວາມໝາຍຄື ຂອງ ຫລື ສະຖານທີ່.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo