ພິທີຄອບໄຂ່ວການເຄື່ອນຍ້າຍເສົາຫີນສີລາໄປສະຖິດໄວ້ຢູ່ວັດປ່າຫີນປາຄູນ
ຈັດພິທີທາງສາສະໜາເພື່ອຄອບໄຂ່ວ ແລະ ເຄື່ອນຍ້າຍເສົາຫີນສີລາໄປວັດປ່າຫີນປາຄູນ.
ປະເທດລາວເຮົາແຕ່ໃດມາກໍຢູ່ຄູ່ກັບຮີດຄອງປະເພນີອັນດີງາມ ແລະ ສືບທອດກັນມາໂດຍຕະຫລອດ, ໂດຍສະເພາະແມ່ນກັບສິ່ງທີ່ເຄົາລົບບູຊາ ແລະ ການທີ່ຈະເຄືອນຍ້າຍຕ່າງໆ ກໍຕ້ອງມີພິທີເພື່ອເປັນການໃຫ້ກຽດຕໍ່ສິ່ງສັກສິດ ແລະ ຕາມຄວາມເຊືອ ເພື່ອໃຫ້ມີແຕ່ສິ່ງດີໆເກີດຂື້ນກັບບ້ານເມືອງ ແລະ ພໍ່ແມ່ປະຊາຊົນລາວເຮົາເອງ.
ແລະ ໃນເມື່ອບໍ່ດົນມານີ້ ອົງການປົກຄອງບ້ານ ແລະ ຊາວບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ພ້ອມດ້ວຍຜູ້ເຖົ້າຜູ້ແກ່, ພໍ່ແມ່ປະຊາຊົນ ແລະ ລູກຫລານ ໄດ້ພ້ອມກັນຈັດພິທີທາງສາສະໜາຄອບໄຂ່ວເຈົ້າທີ່-ເຈົ້າຖານ ເພື່ອອັງເຊີນ-ເຄື່ອນຍ້າຍເສົາຫີນ ຈຳນວນ 2 ຕົ້ນ ໄປສະຖິດໄວ້ຢູ່ທີ່ວັດປ່າຫີນປາຄູນ ທີ່ຂຶ້ນກັບບ້ານດັ່ງກ່າວໃນວັນທີ່ 18 ເມສາ 2022.
ເຖິງແນວໃດກໍ່ຕາມ ຊາວບ້ານນານົກຂຸ້ມຕ່າງກໍ່ມີຄວາມເຊືີ່ອວ່າ ເປັນເສົາຫີນມຸງຄຸນ ທີ່ມີຄວາມໝາຍ ຕິດພັນກັບປະຫວັດຂອງບ້ານ ແລະຕິດພັນກັບພຸດທະສາສະໜາ, ເນື່ອງຈາກອີງຕາມປະຫວັດສາດແລ້ວ ບ້ານນານົກຂຸ້ມ ກໍ່ຄືເມືອງທຸລະຄົມ ມີຄວາມເກົ່າແກ່ທີ່ມີມາແຕ່ດົນແລ້ວ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫຼ່ງຂໍ້ມູນຈາກ: ຂ່າວສານປະຈຳວັນເມືອງທຸລະຄົມ.