ພິທີປະກາດ ບ້ານດາກດາວ ເມືອງຊານໄຊ ເປັນບ້ານວັດທະນະທຳ

SA Game

ຂປລ

ເມືອງຊານໄຊ ແຂວງອັດຕະປື ຈັດພິທີປະກາດບ້ານດາກດາວ ເປັນບ້ານວັດທະນະທໍາໃໝ່

ໃນວັນທີ 4 ກໍລະກົດ 2022 ນີ້, ໄດ້ມີການຈັດພິທີປະກາດບ້ານດາກດາວ ເປັນບ້ານວັດທະນະທໍາໃໝ່ ຂອງເມືອງຊານໄຊ ແຂວງອັດຕະປື ທີ່ໂຮງຮຽນປະຖົມບ້ານດັ່ງກ່າວ,ໂດຍການເຂົ້າຮ່ວມຂອງທ່ານ ບົວລາ ພັນມີໄຊ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງຊານໄຊ, ມີທ່ານ ທອງທັດ ແກ້ວບຸນໄຊ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວແຂວງ,ພ້ອມດ້ວຍອຳນາດການປົກຄອງບ້ານ,ປະຊາຊົນພາຍໃນບ້ານແລະ ບ້ານໃກ້ຄຽງ ເຂົ້າຮ່ວມ.

ບ້ານດາກດາວ ແມ່ນບ້ານໜຶ່ງທີ່ມີມູນເຊື້ອຄວາມຫລາກຫລາຍ ທາງດ້ານວັດທະນະທໍາ, ປະຊາຊົນໄດ້ດຳລົງຊີວິດສ້າງບ້ານແປງເຮືອນມາແຕ່ດົນນານ, ມາຮອດໄລຍະໜຶ່ງໄດ້ມີການປັບປຸງເຕົ້າໂຮມຈາກຫລາຍບ້ານເຂົ້າເປັນບ້ານດຽວເຊັ່ນ: ບ້ານດາກວາຍ, ບ້ານດາກລວດ ແລະ ບ້ານດາກລາງ ຈາກນັ້ນຈິ່ງໄດ້ຖືກສ້າງຕັ້ງ ເປັນບ້ານດາກດາວມາແຕ່ປີ 1980 ຈົນຮອດປັດຈຸບັນ.

SA Game
ຂປລ

ບ້ານດາກດາວ ມີທີ່ຕັ້ງຂຶ້ນກັບເຂດຈຸດສຸມຊຳຫລວງ ເປັນເຂດພູພຽງ ຕັ້ງຢູ່ເບື້ອງທິດຕາ ເວັນອອກສ່ຽງເໜືອຂອງເມືອງ ຫ່າງຈາກເທດສະບານເມືອງປະມານ 78 ກິໂລເມັດ, ເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານທຳມະຊາດ ແລະ ພູມອາກາດດີ ເໝາະແກ່ການປູກຝັງ ແລະ ລ້ຽງສັດ,ເປັນເຂດອາກາດໜາວເຢັນ , ມີເນື້ອທີ່ດິນທັງໝົດ 379 ເຮັກຕາ. ບ້ານດາກດາວ ມີ 32 ຫລັງຄາເຮືອນ,ມີ 36 ຄອບຄົວ,ໃນນີ້,ຄອບຄົວວັດທະນະທໍາມີ 32 ຄອບຄົວ,ມີພົນລະເມືອງ 181 ຄົນ,ຍິງ 95 ຄົນ ມີ I ເຜົ່າ ຄື: ເຜົ່າຕະຫລຽງ 100%. ແຮງງານສົມບູນ 102 ຄົນ, ຍິງ 49 ຄົນ,ແຮງງານສໍາຮອງ 20 ຄົນ,ຍິງ 11 ຄົນ ແລະ ສັງຄົມລ້ຽງດູ 59 ,ຍິງ 32 ຄົນ,ອາຊີບຕົ້ນຕໍ່ເຮັດໄຮ່ປູກເຂົ້າ,ເຮັດສວນ ແລະ ລ້ຽງສັດ.

ຜ່ານການຈັດຕັ້ງປະຕິບັດ ແຜນສ້າງບ້ານດາກດາວເປັນບ້ານວັດທະນະທໍາໃໝ່ ທາງຄະນະຮັບຜິດຊອບ ໄດ້ເອົາໃຈໃສ່ເຄື່ອນໄຫວຢູ່ຂັ້ນບ້ານຢ່າງແຂງແຮງ,ເຮັດໃຫ້ວຽກງານແຕ່ລະຂະແໜງການໄດ້ຮັບຜົນສໍາເລັດເປັນຢ່າງດີ,ມາຮອດປະຈຸບັນທາງການນຳຂັ້ນແຂວງ,ເມືອງ ແລະ ຂັ້ນບ້ານໄດ້ມີຄວາມເປັນເອກະພາບຮັບຮອງເອົາບ້ານດາກດາວ ເປັນບ້າບ້ານວັດທະນະທໍາໃໝ່ ປະຈໍາປີ 2022 ແລະ ເປັນບ້ານວັດທະນະທໍາ ແຫ່ງທີ 26 ຂອງເມືອງຊານໄຊ ແລະ ເປັນບ້ານວັດທະນະທໍາ ທີ 106 ຂອງແຂວງອັດຕະປື.

SA Game
ຂປລ

ໃນພິທີຄະນະປະທານ ຍັງໄດ້ມອບໃບຢັ້ງຢືນ ພ້ອມທັງລັ່ນຄ້ອງເກົ້າບາດ ເພື່ອຮັບຮອງເອົາບ້ານດາກດາວ ເປັນບ້ານວັດທະນະທຳໃໝ່ ຢ່າງເປັນທາງ ແລະ ສົມກຽດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ