ພຣະພຸດທະຮູບຍຸກກ່ອນສະໄໝລ້ານຊ້າງຂາດການເບິ່ງແຍງດູແລ
ຂອງລ້ຳຄ່າແຕ່ຂາດການເບິ່ງແຍງບຳລຸງຮັກສາພຣະພຸດທະຮູບຍຸກກ່ອນສະໄໝລ້ານຊ້າງ.
ຫລາຍໆວັດຖຸອັນເກົ່າແກ່ ແລະ ມີຄຸນຄ່າທີ່ເກັບໄວ້ໃນ ປະເທດລາວ, ຍັງມີການເບິ່ງແຍງຮັກສາບໍ່ທົ່ວເຖິງໂດຍສະເພາະພຣະພຸດທະຮູບບູຮານຕ່າງໆທີ່ມີອາຍຸຫລາຍຮ້ອຍປີທີຮັກສາໄວ້ ແລະ ຍັງຂາດການເບິ່ງແຍງດູແລ, ໃນຫວ່າງບໍ່ດົນມານີ້ໄດ້ມີພາບຖ່າຍທີ່ໄດ້ບອກວ່າເປັນພຣະພຸດທະຮູບອັນເກົ່າແກ່ແຕ່ສະໄໝກ່ອນເຈົ້າຟ້າງຸ່ມທີ່ມີສະພາບອັນຊຸດໂຊມຂາດການຮັກສາທີ່ດີເລີຍເຮັດໃຫ້ຫລາຍໆທ່ານຮູ້ສືກວ່າເສຍດາຍໃນຄຸ່ນຄ່າ ແລະ ໜ້າຈະຮັກສາໃຫ້ດີກວ່ານີ້.
ເຊິ່ງຈາກພາບຖ່າຍພຣະພຸດຮູບຫິນຊາຍບູຮານ ເຊິ່ງນຳສະເໜີໃນເພຈ ນະຄອນຫຼວງພະບາງ ພ້ອມອ້າງວ່າ ມີອາຍຸເກົ່າແກ່ກ່ອນສະໄໝເຈົ້າຟ້າງຸ່ມລວບລວມອານາຈັກລ້ານຊ້າງ ຫຼື ປະມານ 668 ປີກ່ອນ ສະແດງໃຫ້ເຫັນເຖິງຄວາມເສຍຫາຍທີ່ເກີດເພີ່ມຂຶ້ນ ແລະ ການຂາດຄວາມລະອຽດອ່ອນ ໃນການເກັບຮັກສາເຮັດໃຫ້ຫລາຍຄົນຕ້ອງຮູ້ສືກວ່າຕ້ອງມີການປັບປຸ່ງດູແລຮັກສາຄືນໃໝ່.
ໃນຮູບພາບນີ້, ປຽບທຽບລະຫວ່າງຮູບພາບຂອງນັກສຳຫຼວດຊາວຝຣັ່ງໃນຊ່ວງປິ 1930 (ຮູບຊ້າຍ) ກັບຮູບພາບທີ່ຖ່າຍໄວ້ໃນ ວັນທີ 25 ມັງກອນ 2021 (ຮູບຂວາ) ຈະເຫັນໄດ້ວ່າ ໄລຍະເວລາເກືອບ 90 ປີ ທີ່ຜ່ານມາ ພຣະພຸດທະຮູບມີຄວາມເສຍຫາຍຫຼາຍຂຶ້ນ
ນອກຈາກນີ້, ຍັງເຫັນການເປ່ເພ ເພີ່ມເຕີມທີ່ເຫັນໄດ້ຢ່າງຊັດເຈນ ບໍລິເວນນາກປົກເບື້ອງຂວາ ແລະ ການທາສີແດງທັບພຣະອຸຣະ (ເອີກ) ລວມເຖິງການຈັດວາງທີ່ອີງຜາເອົາໄວ້ ຢູ່ໃນສິມ ຂອງວັດທາດຫຼວງ ນະຄອນຫຼວງພະບາງ ເຊິ່ງຈຳເປັນຕ້ອງມີຜູ້ເຂົ້າໄປຊ່ວຍດ້ານການເກັບຮັກສາຢ່າງຮີບດ່ວນ ເພື່ອໃຫ້ຄົນລາວໄດ້ຮັບຮູ້ເຖິງອະຣິຍະທຳອັນເກົ່າແກ່ ແລະ ມີຄວາມສຳຄັນໃນການຮັກສາສິລະປະອັນມີຄຸນຄ່າຂອງປະເທດ
ແນວໃດກໍ່ຕາມ, ຂໍ້ມູນກ່ຽວກັບພຣະພຸດທະຮູບອົງນີ້ໜ້ອຍຫຼາຍ ຫາກມີຜູ້ຊ່ຽວຊານທ່ານໃດ ສາມາດໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບອາຍຸ ປະຫວັດ ແລະ ຄວາມສຳຄັນຂອງພຣະພຸດທະຮູບອົງນີ້ໄດ້ ເຮົາຈະຂອບໃຈເປັນຢ່າງສູງ
ຂໍ້ມູນ ແລະ ຮູບພາບ: ເພຈ ນະຄອນຫຼວງພະບາງ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: ອີນໄຊລາວ.