​ຜາ​ພ​ຣະ ສະ​ຖານ​ທີ່​ສັກ​ສິດ ອາ​ນຸ​ສອນລູກສາວຂອງເຈົ້າອະນຸວົງ

SA Game

ແຂວງ​ບໍ່​ແກ້ວ

ຜາພ​ຣະ ສະຖານທີ່ອັນ​ສັກ​ສິດ ແລະ ມີ​ທຳ​ມະ​ຊາດ​ທີ່​ໜ້າທ່ອງທ່ຽວປະສົມປະສານກັບວັດທະນະທຳ ທີ່ລົງໂຕ.

ຜາພ​ຣະ ຕັ້ງຢູ່ບ້ານປາກງາວ ຫ່າງຈາກຕົວເມືອງຫ້ວຍຊາຍປະມານ 15 ກິໂລແມັດ, ຜາພະ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນ ໂດຍມີຮອຍ ແກະສະຫຼັກຮູບພາບຢູ່ເທິງຜາຫີນແຫ່ງນີ້ ດ້ວຍປາຍດາບຂອງເຈົ້າອານຸວົງ ເພື່ອເປັນການລະນຶກເຖິງ ດວງວິນຍານຂອງລູກສາວເພິ່ນ ທີ່ໄດ້ສິ້ນພະຊົນຊີບຢູ່ສະຖານທີ່ແຫ່ງນີ້ ແລະ ຍັງ​ຄົງ​ປະ​ກົດ​ໃຫ້​ຄົນ​ລາວ​ເຮົາ​ທຸກ​ຄົນໄດ້​ເຫັນ​ຈົນ​ຮອດ​ທຸກ​ມື້​ນີ້.

ນອກນັ້ນ ເພິ່ນຍັງໄດ້ຝັງເຄື່ອງຂອງທີ່ມີຄ່າຈຳນວນໜຶ່ງໄວ້ໂງ່ນຫີນກາງແມ່ນ້ຳຂອງ ແລະ ໄດ້ຂຽນຕຳລາຈາລຶກໄວ້ວ່າ: ໄປພຽງຕາ ມາພຽງຕີນ, ແຕ່ໜ້າເສຍດາຍທີ່ເຄື່ອງຂອງມີຄ່າເລົ່ານັ້ນໄດ້ຖືກ ກຸ່ມຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ.

SA Game
ແຂວງ​ບໍ່​ແກ້ວ

ຜາພຣະ ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນການສະຫລັກພຣະພຸດທະຮູບລົງໃນຜາ ຫລືກ້ອນຫິນ ແຄມຝັ່ງນ້ຳຂອງ ຜູ້ເຖົ້າຜູ້ແກ່ເລົ່າໃຫ້ຟັງວ່າ ໃນສະໄຫມກ່ອນເຈົ້າອານຸວົງ ໄດ້ເດິນທາງມາຕາມລຳນ້ຳຂອງເມື່ອມາຮອດແຖວນີ້ ເຮືອທີ່ລູກສາວຂອງເພິ່ນນັ່ງມາໄດ້ເກີດຫລົ້ມລົງທີ່ແກ້ງຫິນໃນບໍລິເວນນີ້ແລະເຮັດໃຫ້ລູກສາວຂອງເຈົ້າອະນຸວົງເສຍຊີວິດລົງ ດັ່ງນັ້ນ ເພິ່ນຈຶງເຮັດອະນຸສອນເພື່ອຣະນຶກເຖິງລູກສາວຂອງເພິ່ນກໍ່ໄດ້ມີການສ້າງພຣະພຸດທະຮູບໄວ້ທີ່ເທິງຜາໃກ້ບໍລິເວນທີ່ເກີດອຸບັດເຫດດັ່ງກ່າວ.

ຜາ​ພ​ຣະ ຖື​ວ່າ​ເປັນ​ສະ​ຖານ​ທີ່​ອັນ​ສັກ​ສິດ​ຂອງ​ພີ່ນ​້ອງ​ປະ​ຊາ​ຊົນ​ບໍ່​ແກ້ວ ກໍ​ຄື​ປະ​ຊາ​ຊົນ​ທົວ​ປະ​ເທດ​ຜູ້​ທີ່​ໄດ້​ຮູ້ເຖິງ​ປະ​ຫວັດ​ຄວາມ​ເປັນ​ມາ ແລະ ມີ​ສັດ​ທາ​ໃນ​ສະ​ຖານ​ທີ່​ອັນ​ສັກ​ສິດ​ແຫ່ງ​ນີ້ ທີ່​ທຸກ​ຄັ້ງ​ທີ່​ໄດ້​ກາຍ​ໄປ​ກາຍ​ມາກ​ໍ​ຕ້ອງ​ໄດ້​ມາ​ກັບ​ໄຫວ້​ຂໍ​ພອນ​ອັນ​ດີ​ໃຫ້​ແກ່​ຕົວ​ເອງ​ສະ​ເໝີ.

SA Game
ແຂວງ​ບໍ່​ແກ້ວ

ຖ້າທ່ານໄດ້ມີໂອກາດມາທ່ຽວຊົມຜາພະປາກງາວແຫ່ງນີ້ ນອກຈາກຈະໄດ້ເພີດເພີນກັບທິວທັດອັນ ສວຍງາມຂອງທຳມະຊາດຢູ່ບໍລິເວນອ້ອມຮອບຜາແລ້ວ ທ່ານຍັງຈະໄດ້ສຳພັດກັບພາບໃນອະດີດ ແລະ ຫວນຄືນສູ່ເຫດການທາງປະຫວັດສາດອັນສຳຄັນກ່ຽວກັບການເຄື່ອນໄຫວຂອງເຈົ້າອານຸວົງນຳອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຮວບ​ຮວມ​ຂໍ້​ມູນແຫລ່ງ​ທີ່​ມາ​​ຈາກ: ແຂວງບໍ່ແກ້ວ.