ຖ້ຳພຣະ ແຂວງຄຳມ່ວນພ້ອມແລ້ວຈະເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ
ໃກ້ຈະໄດ້ທ່ຽວແລ້ວ ຖ້ຳພຣະ ແຂວງຄຳມ່ວນ ກຽມພ້ອມເປີດບໍລິການທ່ຽວຊົມແລ້ວ.
ແຂວງຄຳມ່ວນ ແມ່ນແຂວງທີ່ມີສະຖານທີ່ທ່ອງທ່ຽວສວຍງາມຫລາຍໆແຫ່ງ, ແລະຖ້າຫາກວ່າຈະທ່ຽວບ່ອນທີ່ສວຍງາມແລ້ວ ຄຳມ່ວນຈະແມ່ນໜຶ່ງໃນນັ້ນ, ຄຳມ່ວນເປັນຈຸດໝາຍປາຍທາງໜຶ່ງຂອງປະເທດເຮົາໃຫ້ກັບນັກທ່ອງທ່ຽວຫຼາຍຄົນ ເນື່ອງຈາກມີຈຸດເດັ່ນ ແລະ ມີສະຖານທີ່ທ່ອງທ່ຽວຄົບວົງຈອນ ບໍ່ວ່າຈະເປັນ ທຳມະຊາດ, ປະຫວັດສາດ, ວັດທະນະທຳ ປັດຈຸບັນທາງແຂວງ ກໍ່ຈະໄດ້ລິເລີ່ມທະຢອຍເປີດໃຫ້ບໍລິການຄືນແລ້ວ ໃນເວລາບໍ່ດົນເກີນລໍ.
ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ຜູ້ຊີ້ນໍາວຽກງານທ່ອງທ່ຽວ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ລົງຊີ້ນຳນຳພາພໍ່ແມ່ປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວຖໍ້າພຣະ.
ທັງນີ້ກໍ່ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ ສະຖານທີ່ທ່ອງທ່ຽວດັ່ງ ກ່າວ ໃນອີກບໍ່ດົນນີ້. ເຊິ່ງວ່າປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ໃຫ້ກັບມາຄືກຄື້ນອີກຄັ້ງ.
ເພື່ອພັດທະນາວຽກງານການທ່ອງທ່ຽວ ຈຶ່ງໄດ້ແບ່ງເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນໂດຍການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ປັບປຸງທາງດ້ານການບໍລິການທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ.
ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານອື່ນໆ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວຂອງແຂວງຄຳມ່ວນ ກັບມາຄຶກຄື້ນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບໃຈແຫລ່ງທີ່ມາ: laoedaily.com