ງານປະດິດຫັດຖະກຳຂອງຊາວບ້ານແບ່ງດ່ານມີລາຍໄດ້ຫລັກ100ລ້ານ.
ງານສີມືຫັດຖະກຳຈັກສານບ້ານແບ່ງດ່ານສາມາດສ້າງລາຍຮັບໄດ້ປີລະ 100 ກວ່າລ້ານກີບ.
ຖ້າຈະເວົ້າເຖິງສີໄມ້ລາຍມືໃນການຄົ້ນຄິດປະດິດສ້າງເຄື່ອງໃຊ້ຂອງສອຍຂອງຄົນລາວແມ່ນມີມາແຕ່ໃດໆແລ້ວ ຄົນລາວຖືເປັນຄົນມີຫົວຄິດປະດິດສ້າງໃນການເຮັດເຄື່ອງຈັກສານໃຊ້ໃນຊີວິດປະຈຳວັນ ແລະ ເມື່ອກ້າວເຂົ້າສູ່ຍຸກສະໄໝໃໝ່ ການຜະລິດເຄື່ອງຈັກສານກໍສາມາດເປັນລາຍຮັບເສີມແກ່ພໍ່ແມ່ປະຊາຊົນໄດ້.
ບ້ານແບ່ງດ່ານ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານນາເລົ່າ ມີເນື້ອທີ່ທັງໝົດ 1.890 ເຮັກຕາ, ມີຈໍານວນພົນລະເມືອງ 918 ຄົນ ຍິງ 484 ຄົນ, ມີ 169 ຫຼັງຄາເຮືອນ, ມີ 210 ຄອບຄົວ, ປະຊາຊົນສ່ວນໃຫຍ່ແມ່ນຖືເອົາການເຮັດນາເປັນອາຊີບຫຼັກ, ລ້ຽງສັດ – ປູກພືດເປັນອາຊີບສໍາຮອງ ແລະ ມີອາຊີບເສີມ ຄື: ຫັດຖະກໍາຈັກສານຫວາຍ ຖືວ່າເປັນອາຊີບເສີມທີ່ສຳຄັນຂອງປະຊາຊົນບ້ານແບ່ງດ່ານ ທີ່ສາມາດຊ່ວຍແກ້ໄຂຊີວິດການເປັນຢູ່ ແລະ ສ້າງເສດຖະກິດຂອງຄອບຄົວໄດ້ເປັນຢ່າງດີ.
ທ່ານຮອງເຈົ້າເມືອງໃຫ້ຮູ້ອີກວ່າ: ກຸ່ມຫັດຖະກຳຈັກສານຫວາຍ ບ້ານແບ່ງດ່ານ ໄດ້ລິເລີ່ມສ້າງຕັ້ງຂຶ້ນໃນປີ 1979 ເຊິ່ງໄດ້ມີເຖົ້າແກ່ຈໍານວນໜຶ່ງໄດ້ໄປເຫັນເຄື່ອງຫັດຖະກຳຢູ່ບ່ອນອື່ນ ແລ້ວມີຄວາມສົນໃຈຄິດວ່າໃນບ້ານມີວັດຖຸດິບຫຼາຍ ບໍ່ວ່າຈະເປັນປະເພດຫວາຍ ແລະ ໄມ້ປ່ອງ. ສະນັ້ນ, ກໍໄດ້ພ້ອມກັນຜະລິດອອກຈຳໜ່າຍສູ່ຕະຫຼາດ ເບື້ອງຕົ້ນຜະລິດເພື່ອແລກເຂົ້າມາກິນ ເຫັນວ່າໄດ້ຮັບການຕອບສະໜອງເປັນຢ່າງດີ ບໍ່ວ່າຈະເປັນທັງພາຍໃນແຂວງ ແລະ ຕ່າງແຂວງໃຫ້ຄວາມນິຍົມ ແຕ່ເຮັດແບບກະແຈກກະຈາຍບໍ່ໄດ້ເປັນກຸ່ມເປັນກ້ອນ. ມາຮອດປີ 1996 ໄດ້ສ້າງຕັ້ງກຸ່ມຂຶ້ນໂດຍເລືອກ ແມ່ສີ ເປັນຫົວໜ້າກຸ່ມ ເຊິ່ງມີສະມາຊິກ 12 ຄອບຄົວ.
ຈາກນັ້ນຕໍ່ມາປີ 2009 – 2010 ທາງເມືອງລະຄອນເພັງ ໄດ້ເຂົ້າມາຊ່ວຍເຫຼືອກັບໂຄງການຍີ່ປຸ່ນ ເຊິ່ງເອີ້ນວ່າ ໂອດ໋ອບ ປະກອບມີ 25 ຄອບຄົວ ໂດຍການນຳໃຊ້ຕົ້ນທຶນ ແລະ ສີມືແຮງງານ ເພື່ອເຮັດໃຫ້ຜະລິດຕະພັນມີຫຼາກຫຼາຍຂຶ້ນ ແລະ ຕໍ່ມາໄດ້ມີການເລືອກຕັ້ງປະທານກຸ່ມໃໝ່ ເຊິ່ງກອງປະຊຸມໄດ້ເລືອກເອົາ ນາງ ລັດດາວັນ ເປັນປະທານກຸ່ມ.
ມາຮອດປັດຈຸບັນ ທັງກຸ່ມມີສະມາຊິກທັງໝົດ 39 ຄອບຄົວ ໂດຍແມ່ນການລວມຕົວກັນຂອງປະຊາຊົນເຂດບ້ານແບ່ງດ່ານ ທີ່ມີພື້ນຖານກ່ຽວກັບການຈັກສານ ໂດຍສະມາຊິກທັງໝົດຫຼັງຈາກສຳເລັດຈາກກິດຈະກຳຫຼັກ ກໍຄືອາຊີບເຮັດນາແລ້ວ ຈະມາຊ່ວຍສ້າງອາຊີບເສີມຈັດຝຶກອົບຮົມສີມືແຮງງານເລື່ອງຈັກສານໃຫ້ປະຊາຊົນເຂດບ້ານແບ່ງດ່ານ ເພື່ອປະກອບເປັນອາຊີບເສີມ ແລະ ສ້າງລາຍຮັບໃຫ້ປະຊາຊົນເຂດນັ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ມີລາຍຮັບທີ່ເພີ່ມຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້ານັບມື້ດີຂຶ້ນ.
ການຜະລິດເຄື່ອງຈັກສານດ້ວຍຫວາຍພາຍໃນກຸ່ມບ້ານແບ່ງດ່ານ ປະກອບມີ: ຂັນ, ພາເຂົ້າ, ຕິບເຂົ້າ ແລະ ເຄື່ອງໃຊ້ສອຍພາຍໃນຄົວເຮືອນຕ່າງໆ. ປີໜຶ່ງສາມາດຜະລິດເຄື່ອງຫັດຖະກໍາໃນ 9 ເດືອນ ສ້າງລາຍຮັບສະເລ່ຍຕ່ຳສຸດ 3 ແສນກີບຕໍ່ຄົນຕໍ່ເດືອນ ຫາ ສູງສຸດ 1,5 ລ້ານກີບຕໍ່ຄົນຕໍ່ເດືອນ.
ໃນຂະນະທີ່ 1 ປີ ການຜະລິດພາຍໃນກຸ່ມ ສາມາດຜະລິດໄດ້ ປະມານ 4.440 ອັນ ສະເລ່ຍລາຍຮັບຕໍ່ຄອບຄົວ 3,4 ລ້ານກີບຕໍ່ປີລວມທັງໝົດກຸ່ມມີລາຍຮັບຄິດສະເລ່ຍ 133 ລ້ານກວ່າກີບຕໍ່ປີ. ຕະຫຼາດຈຳໜ່າຍສ່ວນໃຫຍ່ຈະແມ່ນພາຍໃນແຂວງສາລະວັນເອງ ແລະ ຕ່າງແຂວງ ເຊັ່ນ: ແຂວງນະຄອນຫຼວງ ວຽງຈັນ ແລະ ແຂວງຈຳປາສັກ.
ມາຮອດປັດຈຸບັນ ພາຍໃນກຸ່ມມີການຕັ້ງກອງທຶນ ເຊິ່ງເງິນກອງທຶນດັ່ງກ່າວມີໄວ້ໃຫ້ບັນດາສະມາຊິກກູ້ຢືມໃສ່ນ້ຳມັນລົດ ເພື່ອໄປຕັດຫວາຍ ແລະ ເງິນດັ່ງກ່າວສາມາດກູ້ຢືມໄດ້ 1 ຫາ 2 ແສນກີບຕໍ່ຄົນຕໍ່ເດືອນ.
ການທີ່ກ້າວມາຮອດຈຸດນີ້ໄດ້ ແມ່ນຍ້ອນການຊ່ວຍເຫຼືອບໍ່ວ່າຈະເປັນທາງພາກລັດ ກໍຄືທາງການນຳຂອງເມືອງລະຄອນເພັງ ຍາມໃດກໍເອົາໃຈໃສ່ແນະນໍາ ພ້ອມຫາຊ່ອງທາງຊ່ວຍເຫຼືອທາງກຸ່ມຕະຫຼອດມາ, ມີທິດຊີ້ນຳ ແລະ ໃກ້ຊິດຕິດແທດຂອງບັນດາການນໍາຂັ້ນແຂວງ, ຂັ້ນເມືອງຈຶ່ງເຮັດໃຫ້ກຸ່ມຜະລິດດັ່ງກ່າວມີ ຄວາມເຕີບໃຫຍ່ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.
ແຕ່ຢ່າງໃດກໍຕາມ, ທາງກຸ່ມຜະລິດກໍຍັງຂາດປະສົບການ ແລະ ຄວາມຮູ້, ຄວາມສາມາດໃນການອອກແບບຜະລິດຕະພັນ, ຂາດທຶນຮອນໃນການພັດທະນາກຸ່ມຕໍ່ກອງທຶນມີໜ້ອຍ ແລະ ຍັງບໍ່ທັນສາມາດສົ່ງອອກຜະລິດຕະພັນ ສູ່ຕະຫຼາດຕ່າງປະເທດໄດ້ ພ້ອມຂາດວັດຖຸອຸປະກອນໃນການຜະລິດ ພ້ອມທັງຢາກສະເໜີຂໍທຶນເພື່ອສົ່ງເສີມເຂົ້າໃນກິດຈະກໍາຂອງກຸ່ມຫັດຖະກໍາຈັກສານຫວາຍ ແລະ ທຶນຊ່ວຍເຫຼືອທາງດ້ານອຸປະກອນ, ເຄື່ອງມື, ເຄື່ອງຈັກທີ່ທັນສະໄໝເຂົ້າໃນການຜະລິດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ແຫລ່ງທີ່ມາ: laoedaily.com.la