ມາ​ຮູ້​ຈັກ​ຂັນ​ຫ້າປະ​ເພີ​ນີ​ລາວ​ກັບ​ສິງ​ທີ່​ຫລາຍ​ຄົນ​ອາດ​ເຂົ້າ​ໃຈ​ຜິດ

SA Game

DooDiDo

ແມ່ນ​ແທ້​ບໍ່? ຂັນ​ຫ້າ​ໃນຮີດ​ຄອງ​ປະ​ເພີ​ນີ​ລາວຕ້ອງ​ມີດອກ​ໄມ້ 5ຄູ່ ແລະ ທຽນ5ຄູ່.

ການ​ໄຫວ້​ພະ​ໄຫວ້​ເຈົ້າ​ເກືອບ​ວ່າ​ເຫັນ​ຢູ່​ທຸກໆ​ຫລັງ​ຄາ​ເຮືອນ​ໃນ​ປະ​ເທດ​ລາວ​ເຊິງ​ຖ້າ​ຈະ​ເວົ້າ​ແລ້ວ​ທ​ຸກໆ​ປະ​ເພ​ນີ​ບໍ່​ວ່າ​ຈະ​ເປັນ​ຂື້ນ​ເຮືອນ​ໃໝ່​ຊື້​ລົດ​ໃໝ່​ຍ້າຍ​ເຮືອນ​ໃໝ່, ສ້າງ​ເຮືອນ​ໃໝ່ ຫລື ສຸມ​ມາ​ຜູ້​ໃຫຍ່​ອື່​ນໆ ກໍ​ລ້ວນ​ແລ້ວ​ແຕ່​ຕ້ອງ​ໄດ້​ກະ​ກຽມ​ເຄື່ອງດອກ​ໄມ້​ທູບ​ທຽນ​ຕາມ​ແຕ່​ລະ​ແບບ​ໃຫ້​ເໝາະ​ສົມ​ກັບ​ແຕ່​ລະ​ປະ​ເພ​ນີ ຫລື ແຕ່​ລະ​ເຫດ​ການ.

ໃນ​ຕອນ​ນີ້​ຈະ​ມາ​ເວົ້າ​ກ່ຽວ​ກັບ​ຂັນ​ຫ້າ​ວ່າ​ມີ​ຫຍັງ​ແດ່, ເຊິງພຣະພຸດທະເຈົ້າໄດ້ກ່າວເຖິງຂັນຫ້າແທ້ ແຕ່ບໍ່ແມ່ນ ທຽນຫ້າຄູ່ ແລະ ດອກໄມ້ ຫ້າຄູ່, ຂັນຫ້າຕາມຄວາມໝາຍຂອງ ພຣະພຸດທະເຈົ້າແມ່ນ ເລື່ອງຂອງ ອະລິຍະສັດ 4 ໂດຍໝາຍເຖິງ ຮູບປະທັມ ແລະ ນາມມະທັມ ທັງຫ້າ ທີ່ພາໃຫ້ເກີດເປັນຊີວິດຄົນເຮົານັ້ນເອງ ເຊິ່ງປະກອບມີ 5 ຂັນດັ່ງລຸ່ມນີ້:

SA Game
DooDiDo
  • ຮູບຂັນ: ໝາຍເຖິງສ່ວນທີ່ເປັນຮ່າງກາຍ ພຶດຕິກຳ ຄຸນລັກຊະນະຕ່າງໆຂອງຮ່າງກາຍ ແລະ ສ່ວນປະກອບທີ່ເປັນຮູ້ປະທັມທັງຫມົດ.
  • ເວທະນາຂັນ: ໝາຍເຖິງກອງເວທະນາ ທີ່ເປັນຄວາມສຸກ ຄວາມທຸກ ຄວາມພໍໃຈ ຄວາມບໍ່ພໍໃຈ
  • ສັນຍາຂັນ: ໝາຍເຖິງກອງສັນຍາ ທີ່ເປັນຄວາມຈື່ຈຳໃນອາດີດທີ່ໄດ້ຮັບ
  • ສັງຂານຂັນ: ຫມາຍເຖິງກອງສັງຂານສ່ວນທີ່ເປັນການປຸງແຕ່ງຂອງຈິດ ຄິດມະໂນໄປເອງວ່າສິ່ງນີ້ອາດຈະເກີດ ສິ່ງນັ້ນອາດຈະເກີດ
  • ວິນຍານຂັນ: ຫມາຍເຖິງກອງວິນຍານ ຫລື ຈິດ ທີ່ເປັນການຮູ້ແຈ້ງຜ່ານ ຫູ ຕາ ດັງ ລີ້ນ ກາຍ ແລະ ໃຈ.

ຂັນທັງຫ້າຢ່າງນີ້ຈະມີການເກີດຂື້ນ ຕັ້ງຢູ່ ແລະ ດັບໄປຕະຫລອດເວລາ ເຮົາບໍ່ສາມາດບັງຄັບມັນໄດ້ ແຕ່ເຮົາສາມາດຮັບຮູ້ມັນໄດ້ ແລະ ຢູ່ກັບມັນໃຫ້ໄດ້. ສິ່ງເລົ່ານີ້ແມ່ນທາດແທ້ຂອງຂັນຫ້າຕາມຫລັກຄຳສອນຂອງພະພຸດທະເຈົ້າ.

ແຕ່ປະຈຸບັນເຫັນຫລາຍຄົນນຳໃຊ້ຂັນຫ້າທີ່ປະກອບດ້ວຍ ດອກໄມ້ ແລະ ທຽນຫ້າຄູ່ ເພື່ອນຳໃຊ້ໃນການປະກອບພິທີກຳຕ່າງເຊັ່ນ: ການຂໍຂະມາ ການນິມົນຕ່າງໆ. ທາດແທ້ຂອງການຂໍຂະມາດ້ວຍການຍົກຂັນຫ້າກາບນັ້ນ ແມ່ນການເອົາຂັນທັງຫ້າ ຄື ຮູບ ເວທະນາ ສັນຍາ ສັງຂານ ວິນຍານ ນອບນ້ອມໃສ່ຜູ້ທີ່ເຮົາຕ້ອງການຂໍຂະມາ.

ທີ່​ຜ່ານໆ​ມາ​ຫລາຍໆ​ຄົນ​ອາດ​ເຂົ້າ​ໃຈ​ຜິດ​ມາ​ຕະ​ຫລອດ​ວ່າ​ຂັນ​ຫ້າ​ນີ້​ຕ້ອງ​ໄດ້​ມີ​ດອກ​ໄມ້ ແລະ ທຽນ ຄົບ​ທັງ5ຄູ່, ເຊິງ​ຫາ​ໄດ້​ສືກ​ສາເຂົ້າ​ໃຈຢ່າງ​ທ່ອງ​ແທ້​ກໍ​ຈະ​ເຂົ້າ​ໃຈ ແລະ ປະ​ຕິ​ບັດ​ໄດ້​ຢ່າງ​ຖືກ​ຕ້ອງ, ສະນັ້ນ ການຂໍຂະມາບໍ່ຈຳເປັນຕ້ອງມີຂັນຫ້າທີ່ເປັນດອກໄມ້ 5ຄູ່ ທຽນ5ຄູ່ກໍໄດ້, ສິ່ງທີ່ເຈົ້າຄວນມີແມ່ນ ຮູບ ເວທະນາ ສັນຍາ ສັງຂານ ແລະ ວິນຍານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: phuphamedia.com